Ad

Ad

24 August 2016

ລະດັບນ້ຳສາຂາແມ່ນ້ຳຂອງຫລາຍຈຸດຍັງຈະສືບຕໍ່ສູງຂຶ້ນ

            ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ພະຍາກອນລະດັບນ້ຳສາຂາແມ່ນ້ຳຂອງແຕ່ ວັນທີ 24-25 ສິງຫານີ້ວ່າ: ເຂດຫລວງພະບາງ ປັດຈຸບັນຢູ່ທີ່ 12,92 ແມັດ, ຊຶ່ງອາດຈະເພີ່ມຂຶ້ນເປັນ 13,11-13,21 ແມັດ (ເຂດລະວັງໄພ 17,50 ແມັດ), ນະຄອນຫລວງ ວຽງຈັນ ຈາກ 10,30 ແມັດ ອາດຫລຸດລົງເປັນ 9,34-8,59 ແມັດ (ເຂດລະວັງໄພ 11,50 ແມັດ), ປາກຊັນ ຈາກ 12,67 ແມັດ, ອາດຫລຸດລົງເປັນ 12,32-11,34 ແມັດ (ເຂດລະວັງໄພ 13,50 ແມັດ), ປາກເຊ 8,59 ແມັດ ເພີ່ມຂຶ້ນເປັນ 8,64-8,70 ແມັດ (ເຂດລະວັງໄພ 11 ແມັດ), ຂົວເຊບັ້ງໄຟ ຈາກ 15,40 ແມັດ ອາດຫລຸດລົງ ເປັນ 15,01-14,80 ແມັດ (ເຂດລະວັງໄພ 17,50 ແມັດ), ໜ້າເຂື່ອນນ້ຳງື່ມ ຈາກ 207,66 ແມັດ ອາດເພີ່ມຂຶ້ນ 207,80-207,93 ແມັດ (ເຂດລະວັງໄພ 121 ແມັດ). ນອກນີ້ ໄລ ຍະອາທິດຜ່ານມານີ້, ໄດ້ເກີດນ້ຳໄຫລຊຸແຮງເຂົ້າຖ້ວມບ້ານປະຊາຊົນແຂວງພາກເໜືອຂອງລາວ ເສຍຫາຍເປັນຈຳນວນບໍ່ໜ້ອຍເປັນຕົ້ນ ແຂວງອຸດົມໄຊ, ບໍ່ແກ້ວ, ຫລວງນ້ຳທາ, ຫລວງພະບາງ, ໄຊຍະບູລີ ແລະ ແຂວງອື່ນໆໃນທົ່ວປະເທດ. ດັ່ງນັ້ນ ຈຶ່ງເຕືອນປະຊາຊົນທີ່ອາໃສຢູ່ເຂດແຄມນ້ຳຂອງ, ແມ່ນ້ຳສາຂາຕ່າງໆຈົ່ງມ້ຽນມັດ, ຈັດເກັບສິ່ງຂອງໄປໄວ້ບ່ອນທີ່ສູງ ແລະ ປອດໄພ ເພື່ອປ້ອງກັນໄພນ້ຳຖ້ວມທີ່ອາດຈະເກີດຂຶ້ນ ແລະ ຈົ່ງຕິດຕາມສະພາບລະດັບນ້ຳຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈຳ.

No comments:

Post a Comment