Ad

Ad

24 August 2016

ລົດເມປິ້ນຢູ່ຈຳປາສັກມີຜູ້ເສຍຊີວິດ 3 ຄົນ

            ເຈົ້າໜ້າທີ່ຈະລາຈອນ ແຂວງຈຳປາສັກ ລາຍງານວ່າ: ເຊົ້າຂອງວັນທີ 23 ສິງຫານີ້, ຢູ່ເສັ້ນທາງເລກທີ 13 ໃຕ້, ເຂດບ້ານຊ້ອນຄາກ, ເມືອງຊະນະສົມບູນ, ແຂວງຈຳປາສັກ, ໄດ້ມີລົດເມໂດຍ ສານວຽງຈັນ-ເຊກອງ ໝາຍເລກທະບຽນ ບກ 0553 ຈຳປາສັກ, ພິກປິ້ນອອກຈາກເສັ້ນທາງຫລາຍກວ່າ 10 ແມັດ, ສົ່ງຜົນໃຫ້ຜູ້ໂດຍສານທີ່ນັ່ງມາໃນລົດຄັນດັ່ງກ່າວທັງໝົດ 23 ຄົນ, ໃນນັ້ນ ເສຍຊີວິດ 3 ຄົນຄື: ທ້າວ ນິດ, ອາຍຸ 24 ປີ, ຢູ່ບ້ານນາລ້ອງ, ເມືອງຫາດຊາຍຟອງ ນະຄອນ ຫລວງວຽງຈັນ, ທ້າວ ທອງດຳ, ອາຍຸ 50 ປີ, ຢູ່ບ້ານໜອງສີມ, ເມືອງບາຈຽງຈະເລີນສຸກ, ແຂວງຈຳປາສັກ ແລະ ທ້າວ ສຸຂະ ອາຍຸ 65 ປີ, ຢູ່ບ້ານເດື່ອ, ເມືອງຊະນະສົມບູນ ແຂວງຈຳປາສັກ, ມີ 1 ຄົນໄດ້ຮັບບາດ ເຈັບສາຫັດ ແລະ 20 ຄົນແມ່ນໄດ້ຮັບບາດເຈັບເລັກນ້ອຍ.

            ຜ່ານການສືບສວນ-ສອບສວນເຈົ້າໜ້າທີ່ ໃຫ້ຮູ້ວ່າ: ລົດໂດຍສານຄັນດັ່ງກ່າວ ໄດ້ແລ່ນມາແຕ່ນະຄອນຫລວງ
ວຽງຈັນ ມຸ້ງໜ້າໄປແຂວງເຊກອງ ພໍມາຮອດຈຸດເກີດເຫດ ເກີດເສຍຫລັກ ພິກປິ້ນລົງຂ້າງທາງດ້ວຍຄວາມແຮງ, ຊຶ່ງສາເຫດແມ່ນຍ້ອນສະພາບເຕັກນິກຂອງລົດບໍ່ຮັບປະກັນບວກໃສ່ກັບຄວາມໄວຂອງລົດຈຶ່ງເຮັດໃຫ້ລົດພິກປິ້ນຄືດັ່ງກ່າວ, ສ່ວນຜູ້ຂັບຂີ່ລົດໂດຍສານແມ່ນຖືກເຈົ້າໜ້າທີ່ກັກຕົວໄວ້ເພື່ອດຳເນີນຄະດີຕາມ ລະບຽບກົດໝາຍ.

No comments:

Post a Comment