Ad

Ad

11 August 2016

ລາວ-ໄທ ປັກຫລັກຫລາຍຊາຍແດນທາງໜ້າທີ່ຍັງຄົງຄ້າງ 14 ຈຸດໃຫ້ສຳເລັດໃນປີນີ້

          ໃນໂອກາດການພົບປະສອງຝ່າຍລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ຣາຊະອານາຈັກໄທ ທີ່ມີຂຶ້ນໃນວັນທີ 9 ສິງຫາຜ່ານມານີ້, ຢູ່ບາງກອກ, ສອງຝ່າຍໄດ້ຕົກລົງກັນຫລາຍບັນຫາເພື່ອເພີ່ມທະວີເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ແໜ້ນແຟ້ນ ແລະ ກວ້າງຂວາງຍິ່ງຂຶ້ນ, ຊຶ່ງໜຶ່ງໃນນັ້ນ ກໍແມ່ນສອງຝ່າຍຈະໄດສຸມໃສ່ຮ່ວມກັນປັກຫລັກໝາຍຊາຍແດນທາງເຈົ້າໜ້າທີ່ຍັງຄົງຄ້າງຈຳນວນ 14 ຈຸດ ໃຫ້ສຳເລັດໃນປີ 2016ນີ້ ແລະ ປັກຫລັກໝາຍຊາຍແດນທາງນ້ຳລະຫວ່າງສອງປະເທດໃຫ້ສຳເລັດໃນປີ 2018, ພ້ອມນັ້ນສອງຝ່າຍຍັງເຫັນດີເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ, ອຳນວຍຄວາມສະດວກໃຫ້ການຂົນສົ່ງສິນຄ້າຜ່ານແດນໃຫ້ວ່ອງໄວກວ່າເກົ່າ, ອຳນວຍຄວາມ
ສະດວກໃຫ້ການນຳເຂົ້າ-ສົ່ງອອກສິນຄ້າຂອງລາວ ເພື່ອໄປຍັງປະເທດທີ່ສາມ ແລະ ຄຽງຄູ່ກັນນີ້ສອງຝ່າຍຕົກລົງເຫັນດີຮ່ວມມືກັນສະກັດກັ້ນການເຄື່ອນໄຫວຂອງພວກຄົນບໍ່ດີ ທີ່ລັກລອບຂົນສົ່ງສິນຄ້າ, ຄ້າຂາຍຢາເສບຕິດ, ການຄ້າໄມ້ເຖື່ອນ, ການຄ້າມະນຸດ ແລະ ການກໍ່ຄວາມບໍ່ສະຫງົບຢູ່ຕາມບໍລິເວນຊາຍແດນສອງປະເທດ.
          ການຕົກລົງດ່ັງກ່າວມີຂຶ້ນໃນໂອກາດຢ້ຽມຢາມຣາຊະອານາຈັກໄທ ຢ່າງເປັນທາງການຂອງທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໃນວັນທີ 9-10 ສິງຫານີ້, ຕາມຄຳເຊີນຂອງທ່ານ ດອນ ປຣະມັດວິໃນ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງຣາຊະອານາຈັກໄທ.

          ໃນໂອກາດນີ້ ສອງຝ່າຍຍັງໄດ້ຕີລາຄາສູງຕໍ່ໝາກຜົນ ແລະ ມູນເຊື້ອມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ຍາວນານຖານບ້ານໃກ້ເຮືອນຄຽງທີ່ດີລະຫວ່າງສອງປະເທດກໍຄືສອງປະຊວງການຕ່າງປະເທດ ທີ່ນັບມື້ມີການຂະຫຍາຍຕົວເລິກເຊິ່ງໜັກແໜ້ນ ແລະ ຮອບດ້ານ, ຊຶ່ງເຫັນໄດ້ຈາກການໄປມາຫາສູ່ແລກປ່ຽນຢ້ຽມຢາມຂອງປະຊາຊົນກໍຄືຄະນະຜູ້ແທນຂັ້ນຕ່າງໆຂອງສອງປະເທດ. ສ່ວນການແລກປ່ຽນສິນຄ້າສອງປະເທດໃນປີ 2015 ມີມູນຄ່າເພີ່ມຂຶ້ນຈາກ 2.105 ລ້ານໂດລາສະຫະລັດ ໃນປີ 2014 ມາເປັນ 5.633 ລ້ານໂດລາສະຫະລັດ ແລະ ໃນຕໍ່ໜ້ານີ້ ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືດ້ານພະລັງງານໄຟຟ້າ, ດ້ານແຮງງານ, ດ້ານການສຶກສາ, ພື້ນຖານໂຄງລ່າງ, ການຮ່ວມມືລະຫວ່າງແຂວງ ແລະ ຈັງຫວັດຊາຍແດນລາວ-ໄທ ແລະ ການດູດແຮ່ ແລະ ຊາຍຕາມລຳແມ່ນ້ຳຂອງ ແລະ ແມ່ນ້ຳເຫືອງ. ນອກນີ້ ສອງຝ່າຍຍັງເຫັນດີຈະສືບຕໍ່ໃຫ້ການຮ່ວມກັນໃນຂອບການຮ່ວມມື CLMVT, ຂອບການຮ່ວມມື ACMECS. ກອບການຮ່ວມມືອາຊຽນ, ໃນພາກພື້ນ ແລະ ສາກົນ. ໃນຕອນທ້າຍການພົບປະທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານໄທ ທີ່ໃຫ້ການຮ່ວມມື ແລະ ຊ່ວຍເຫລືອເປັນຢ່າງດີແກ່ການເປັນເຈົ້າພາບຈັດກອງປະຊຸມ AMM ຄັ້ງທີ 49 ແລະ ກອງປະຊຸມປິ່ນອ້ອມອື່ນໆ ທີ່ນະຄອນຫລວງວຽງຈັນ ແລະ ຫວັງວ່າຈະໄດ້ຮັບການຊ່ວຍເຫລືອ ແລະ ຮ່ວມມືຕື່ມອີກ ໃນໂອກາດທີ່ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນໃນເດືອນກັນຍາ 2016 ນີ້.

No comments:

Post a Comment