Ad

Ad

26 August 2016

ຮູບເງົາເກົາຫລີເລື່ອງ “ລົດໄຟໄປບູຊານ” ເລີ່ມເຂົ້າສາຍແຕ່ວັນທີ 25 ສິງຫາເປັນຕົ້ນໄປ

          ຄືນຂອງວັນທີ 24 ສິງຫາຜ່ານມານີ້, ທີ່ໄອເຕັກມໍ ນະຄອນ ຫລວງວຽງຈັນ, ໄດ້ເປີດສາຍຮູບ ເງົາເກົາຫລີເລື່ອງ ລົດໄຟໄປບູຊານ (Train to Busan)” ຮອບປະຖົມມະລຶກ, ໂດຍມີບັນດາສື່ມວນຊົນທຸກພາກສ່ວນ, ສິນລະປິນ, ນັກຮ້ອງ ແລະ ນັກສະແດງຂອງລາວເຂົ້າຮ່ວມຊົມຢ່າງໜາແໜ້ນ ແລະ ຮອບທົ່ວໄປແມ່ນຈະເລີ່ມເຂົ້າສາຍໃນວັນທີ 25 ສິງຫາເປັນຕົ້ນໄປ, ທີ່ໂຮງຮູບເງົາໄອເຕັກມໍ, ໂຮງຮູບເງົາວຽງຈັນເຊັນເຕີ ແລະ ໂຮງຮູບເງົາປາກເຊ.
          ຮູບເງົາເລື່ອງດັ່ງກ່າວ ຖືໄດ້ວ່າເປັນຮູບເງົາທີ່ມີຍອດຄົນເຂົ້າຊົມຫລາຍທີ່ສຸດ, ໃນມື້ເປີດໂຕທີ່ປະເທດເກົາຫລີ, ຊຶ່ງເນື້ອໃນຂອງເລື່ອງແມ່ນເວົ້າເຖິງການພະຈົນໄພຂອງຜູ້ຄົນກຸ່ມໜຶ່ງທີ່ພວມນັ່ງລົດໄຟ
ຈາກເມືອງໜຶ່ງໄປອີກເມືອງໜຶ່ງຂອງປະເທດເກົາຫລີ, ໃນນັ້ນ ຜູ້ຄົນທັງໝົດ ໄດ້ປະເສີນໜ້າກັບສິ່ງທີ່ບໍ່ເຄີຍພົບເຫັນ ແລະ ເຄີຍມີມາກ່ອນ, ໂດຍແມ່ນການຕິດເຊື້ອພະຍາດໜຶ່ງ, ທີ່ເກີດຂຶ້ນຢ່າງໄວວາ. ແຕ່ເມື່ອເຫດການມັນໄດ້ເກີດຂຶ້ນແລ້ວ, ຄວາມສາມັກຄີເທົ່ານັ້ນທີ່ຈະພາໃຫ້ພວກເຂົາມີຊີວິດລອດ ແລະ ປອດໄພ.

          ພິເສດ ຮູບເງົາດັ່ງກ່າວ, ໄດ້ພາກສຽງບັນຍາຍເປັນພາສາລາວ, ໂດຍທີມງານແຂ້ວ ແຫ້ງ ແລະ ອິນທາລາ, ນໍາທີມໂດຍ: ເຈ້ຍ ປາຊີຟິກ, DJ ຮຽງ, ບາບີ້, DJ ລິຄິດ, ນ້ອງ, ໄຊ ປາຊີຟິກ, ເປັດ ຍຸ້ມຍີ້ມ, ແຊມ ອິນທາລາ ແລະ ອາເລັກ LOG, ຊຶ່ງເປັນທິມງານທີ່ມີຄວາມສາມາດທາງດ້ານການສະ ແດງ ແລະ ນ້ຳສຽງພາກທີ່ສື່ເຖິງອາລົມຂອງຮູບເງົາດັ່ງກ່າວ ແລະ ເຮັດໃຫ້ຜູ້ຊົມເຂົ້າເຖິງຄວາມຮູ້ສຶກນັ້ນໄດ້.

No comments:

Post a Comment