Ad

Ad

12 August 2016

ສົກຮຽນນີ້ ມຊ ຈະຮັບເອົານັກສຶກສາເຂົ້າຮຽນຕໍ່ພຽງ 5.000 ຄົນ

          ການສອບເສັງນັກຮຽນສາມັນເຂົ້າຮຽນມະຫາວິທະຍາໄລແຫ່ງຊາດ 4 ແຫ່ງທົ່ວປະເທດ, ໃນສົກຮຽນ 2016-2017 ໄດ້ມີຂຶ້ນໃນວັນທີ 11 ສິງຫານີ້, ຊຶ່ງທົ່ວປະເທດມີນັກຮຽນຫລາຍກວ່າ 15 ພັນຄົນສົ່ງແບບຟອມເພື່ອເຂົ້າຮ່ວມສອບເສັງທັງໝົດ, ແຕ່ ມຊ ຈະຄັດເລືອກເອົາພຽງ 5.335 ຄົນ, ໃນນັ້ນປະກອບມີນັກສຶກສາໃນແຜນ 703 ຄົນ, ພະນັກງານຮຽນຕາມແຜນແບ່ງປັນ 36 ຄົນ, ນັກສຶກສາຕໍ່ເນື່ອງປະລິນຍາຕີ 1.030 ຄົນ, ອະນຸປະລິນຍາ 90 ຄົນ ແລະ ສອບເສັງເຂົ້າໃໝ່ 3.476 ຄົນ.

          ຫົວໜ້າວິຊາການມະຫາວິທະຍາໄລແຫ່ງຊາດ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບລວມໃນການ
ຈັດຕັ້ງການສອບເສັງນັກຮຽນສາມັນເຂົ້າຮຽນມະຫາວິທະຍາໄລ ທັງ 4 ແຫ່ງທົ່ວປະເທດຄື: ມະຫາວິທະຍາໄລແຫ່ງຊາດ, ສຸພານຸວົງ, ຈຳປາສັກ ແລະ ສະຫວັນນະເຂດ, ດັ່ງນັ້ນ ອະທິການບໍດີມະຫາວິທະຍາໄລ ຈຶ່ງໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະກຳມະການດ້ານຕ່າງໆ ເພື່ອຈັດຕັ້ງປະຕິບັດການສອບເສັງດັ່ງກ່າວໃຫ້ມີຄຸນນະພາບ, ສຳລັບຢູ່ນະຄອນຫລວງວຽງຈັນ ໄດ້ແບ່ງອອກເປັນ 20 ສູນຄື: ວິທະຍາເຂດດົງໂດກປະກອບມີ 13 ສູນ ແລະ ສູນນອກວິທະຍາເຂດ 4 ສູນຄື: ມສ ວຽງຈັນ, ມສ ວຽງຈັນ-ໂຮ່ຈິມິນ, ມປ ມິດຕະພາບວຽງຈັນ-ຮ່າໂນ່ຍ ຫລັກ 5, ມສ ຕານມີໄຊ, ສ່ວນວິທະຍາເຂດໂສກປ່າຫລງ ມີ 3 ຈຸດຄື: ຄະນະວິສະວະກຳສາດ, ຄະນະນິຕິກຳສາດ-ລັດຖະສາດ ແລະ ວິທະຍາໄລຊັບພະວິຊາ. ນອກນີ້ ການກະກຽມຫົວບົດສອບເສັງ ແມ່ນໄດ້ປະຕິບັດຕາມທິດຊີ້ນຳຂອງກະຊວງສຶກສາທິການ ແລະ ກິລາ ກໍຄື ໄດ້ປະຕິບັດເປັນເອກກະພາບກັນໃນທົ່ວປະເທດ ເພື່ອຮັບປະກັນໃນຄວາມໂປ່ງໃສ.

No comments:

Post a Comment