ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ພາສີປະຈໍາດ່ານສາກົນແດນສະຫວັນ-ລາວບາວ, ແຂວງສະຫວັນນະເຂດ, ສາມາດຢຶດໄມ້ຜິດລະບຽບທີ່ຈະລັກລອບອອກນອກປະເທດໂດຍຜ່ານດ່ານດັ່ງກ່າວເປັນຈໍານວນຫລາຍ
ຄື:
ໃນວັນທີ 26 ກໍລະກົດຜ່ານມາ, ໄດ້ກວດລົດບັນທຸກສີນຄ້າປະເພດຜະລິດຕະພັນໄມ້ຂອງບໍລິສັດ
ສຸລິຍະພາໄຊ ທີ່ຈະສົ່ງໄປຮ່ວມງານວາງສະແດງຢູ່ຕະຫລາດນັດສາກົນ ທີ່ຈັດຂຶ້ນຢູ່ນະຄອນດານັງ, ສສ ຫວຽດນາມ, ຊຶ່ງຜ່ານການກວດກາໄດ້ພົບເຫັນໄມ້ຜິດລະບຽບປະເພດໄມ້ຕີຕັບ, ປູດໄມ້ ແລະ ອື່ນໆຫລາຍລາຍການ ທີ່ບໍ່ນອນໃນລາຍການສິນຄ້າທີ່ຈະນໍາໄປວາງສະແດງ
ລວມມີບໍລິມາດຫລາຍກວ່າ 9 ແມັດກ້ອນ, ຈຶ່ງໄດ້ກັນຕົວຜູ້ກະທໍາຜິດໄປສືບສວນ ແລະ
ຢຶດໄມ້ໄວ້ເປັນຫລັກຖານເພື່ອດໍາເນີນຄະດີຕາມລະບຽບກົດໝາຍ ແລະ
ອີກກໍລະນີໜຶ່ງແມ່ນເກີດຂຶ້ນໃນວັນທີ 2 ສິງຫານີ້,
ເຈົ້າໜ້າທີ່ພາສີດ່ານຊາຍແດນດັ່ງກ່າວໄດ້ກວດພົບໄມ້ຂະຍຸງຈໍາ
ນວນ
34 ທ່ອນ, ນໍ້າໜັກ 450 ກິໂລ ຊຸກ ເຊື່ອງມານໍາລົດໂດຍສານໝາຍເລກທະບຽນ ບກ 8929 ກໍາແພງນະຄອນ ທີ່ຈະເອົາອອກໄປນອກປະເທດແບບຜິດກົດໝາຍ, ຈຶ່ງໄດ້ຈັບຕົວຜູ້ກະທໍາຜິດ ແລະ
ຢຶດໄມ້ດັ່ງກ່າວໄວ້ດໍາເນີນຄະດີຕາມລະ ບຽບກົດໝາຍເຊັ່ນກັນ ແລະ ຈາກສອງກໍລະນີນີ້, ຈຶ່ງຢັ້ງຢືນໃຫ້ເຫັນວ່າຄໍາສັ່ງເລກທີ 15/ນຍ ຂອງນາຍົກລັດຖະມົນຕີແຫ່ງ ສ ປປ ລາວ
ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການກວດກາ ແລະ ຄຸ້ມຄອງການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້
ພວມໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບທໍາໃນທົ່ວປະເທດເວົ້າລວມ, ເວົ້າສະເພາະຢູ່ແຂວງສະຫວັນນະເຂດ.
No comments:
Post a Comment