Ad

Ad

12 August 2016

ສະຫະລັດອາເມລິກາ - ສປປ ລາວ ຂະຫຍາຍສາຍພົວພັນດ້ານເສດຖະກິດ

          ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດ ສິບປະເທດອາຊຽນ  (AEM) ແລະ ຜູ້ແທນພິເສດການຄ້າສະຫະລັດອາເມລິກາ ໃນວັນທີ 4 ສິງຫາຜ່ານມານີ້, ທີ່ ກໍາແພງນະຄອນ ຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະ ຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ແລະ ທ່ານ ນາງ Barbara Weisel, ຮອງຜູ້ແທນພິເສດການຄ້າສະຫະລັດອາເມລິກາ (AUSTR) ປະຈໍາອາຊີອາຄະເນ ແລະ ປາຊິຟິກ.
          ໃນກອງປະຊຸມຝ່າຍສະຫະລັດອາເມລິກາໄດ້ສະແດງຄວາມຊົມເຊີຍ ຕໍ່ການສ້າງຕັ້ງປະຊາຄົມເສດຖະກິດອາຊຽນ (AEC) ໃນປີ 2015 ເຊິ່ງເປັນຂີດໝາຍສໍາຄັນ ໃນການເຊື່ອມໂຍງເສດຖະກິດພາກ
ພື້ນ ທີ່ຈະມີການເຊື່ອມໂຍງ ແລະ ກົມກຽວສູງ; ມີການແຂ່ງຂັນ, ມີນະວັດຕະກໍາ ແລະ ຄ່ອງແຄ່ວ; ພ້ອມດ້ວຍການເຊື່ອມຕໍ່ທີ່ເພີ່ມຂຶ້ນ ແລະ ການຮ່ວມມືລະຫວ່າງຂະແໜງການ; ເປັນປະຊາຄົມ ທີ່ມີສ່ວນຮ່ວມຂອງຫລາຍພາກສ່ວນເພື່ອເຊື່ອມໂຍງເຂົ້າເສດຖະກິດໂລກ.
          ບັນດາລັດຖະມົນຕີ ສະແດງຄວາມພຶງພໍໃຈ ຕໍ່ຜົນສໍາເລັດຂອງກອງປະຊຸມ AEM ເຊິ່ງຈັດຕໍ່ເນື່ອງກັບ ກອງປະຊຸມຜູ້ນໍາສຸດຍອດ ສະຫະລັດ-ອາຊຽນ ໃນລະຫວ່າງວັນທີ 17–18 ກຸມພາ 2016, ທີ່ ຊັນນີແລນ, , ສະຫະລັດອາເມລິກາ. ກອງປະຊຸມ ໄດ້ເສີມຂະຫຍາຍການເຊື່ອມຕໍ່ສະຫະລັດ-ອາ ຊຽນ ໂດຍສຸມໃສ່ນະວັດຕະກໍາ ແລະ ການປະກອບການ ແລະ ສ້າງຄວາມຮັບຮູ້ກ່ຽວກັບພາກພື້ນ ອາຊຽນ ເຊິ່ງເປັນຄູ່ຄ້າສໍາຄັນຂອງປະເທດສະຫະລັດອາເມລິກາ.

          ບັນດາລັດຖະມົນຕີອາຊຽນໃຫ້ຂໍ້ສັງເກດວ່າ ຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ U.S.-ASEAN Connect ເຊິ່ງແມ່ນຂອບວຽກຍຸດທະສາດໃໝ່ ໃນການປະສານງານມີສ່ວນຮ່ວມດ້ານເສດຖະກິດຢ່າງ    ກ້ວາງຂວາງຂອງ ສະຫະລັດອາເມລິກາ ກັບ ພາກພື້ນອາຊຽນ  ແມ່ນເພື່ອເສີມຂະຫຍາຍການພົວພັນດ້ານເສດຖະກິດ ລວມທັງ ຄວາມຄືບໜ້າການຈັດຕັ້ງປະຕິບັດກອງປະຊຸມການຄ້າສະຫະລັດ-ອາຊຽນ.

No comments:

Post a Comment