Ad

Ad

12 August 2016

ກະຊວງແຮງງານປະກາດແຕ່ງຕັ້ງພະນັກງານຂັ້ນນໍາຫລາຍຕໍາແໜ່ງ


          ວັນທີ 10 ສິງຫານີ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ປະກາດແຕ່ງຕັ້ງ ແລະ ຊັບຊ້ອນພະນັກງານການນໍາຫລາຍຕໍາແໜ່ງ ເພື່ອຕອບສະໜອງໃຫ້ການປະຕິບັດໜ້າທີ່ການ ເມືອງ ແລະ ການເຕີບໃຫຍ່ຂະຫຍາຍຕົວໃນຂົງເຂດວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃນປັດຈຸບັນ ຄື: ໄດ້ແຕ່ງຕັ້ງ ທ່ານ ຄໍາປິງ ແດງຕານນະລາດ ຫົວໜ້າກົມກວດກາ ເປັນຫົວໜ້າກົມນະໂຍບາຍຕໍ່ຜູ້ມີຜົນງານ, ທ່ານ ສະຫລອງ ມະນີວັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ເປັນຫົວໜ້າກົມກວດກາ, ທ່ານ ຄໍາຂານ ພິມສະຫວັນ ຫົວໜ້າຫ້ອງການກະຊວງ ເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ທ່ານ ຢ່າງກູ້ ຢ່າງລືໄຊ ຫົວໜ້າກົມປະກັນສັງຄົມ ເປັນຫົວໜ້າກົມແຜນການ ແລະ ການຮ່ວມມື, ທ່ານ ລີປາວຢ່າງ ຫົວໜ້າກົມແຜນການ ແລະ ການຮ່ວມມື ເປັນຫົວໜ້າຫ້ອງການກະຊວງ, ທ່ານນາງ ແກ້ວ ຈັນທະວີໄຊ ເປັນຫົວໜ້າກົມປະກັນສັງຄົມ, ທ່ານ ບຸນປອນ ໄຊຍະເສນ ຫົວໜ້າກົມນະໂຍບາຍ ຕໍ່ຜູ້ມີຜົນງານອອກພັກຜ່ອນຮັບເບ້ຍບໍານານ ແລະ ທ່ານ ໄທ ແສງອາລຸນ ເປັນຮອງຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ

           ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງດັ່ງກ່າວ ກໍໄດ້ໃຫ້ກຽດໂອ້ລົມ ແນະນໍາຕໍ່ບັນດາທ່ານຫົວໜ້າກົມ ທີ່ໄດ້ຖືກແຕ່ງຕັ້ງຄັ້ງນີ້ ຈົ່ງເພີ່ມທະວີຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການໃນການຄົ້ນຄ້ວາ, ການບໍລິຫານວຽກງານຂອງຕົນໃຫ້ມີປະສິດທິພາບສູງຂຶ້ນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນປັດຈຸບັນ ກໍຄື ການບໍລິຫານວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ເຂົ້າສູ່ລວງເລິກ, ເປັນລະບົບທົ່ວເຖິງ ແລະ ໃຫ້ມີຄວາມສາມັກຄີກົມກຽວ, ບຸກບືນຫ້າວຫັນຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບ-ໝາຍ, ປະຕິບັດລະບຽບວິໄນຕໍ່ການຈັດຕັ້ງ, ມະຕິຄໍາສັ່ງ ແລະ ລະບຽບກົດໝາຍຂອງພັກ-ລັດ ວາງອອກຢ່າງເຂັ້ມງວດ. ພ້ອມນີ້, ກໍຕ້ອງຮີບຮ້ອນແບ່ງຄວາມຮັບຜິດຊອບພາຍໃນຄະນະພັກ ແລະ ປັບປຸງການຈັດຕັ້ງຂອງຕົນໂດຍໄວ ເພື່ອຮັບປະກັນການເຄື່ອນໄຫວວຽກງານຢ່າງຕໍ່ເນື່ອງ, ມີຄວາມຄ່ອງຕົວດີຂຶ້ນ.

No comments:

Post a Comment