Ad

Ad

12 August 2016

ຄະນະພັກກະຊວງການເງິນຫາລືຫລາຍບັນຫາສໍາຄັນເຄັ່ງຮ້ອນ

            ກອງປະຊຸມຄະນະບໍລິຫານງານພັກກະຊວງການເງິນຄັ້ງທີ 3 ສະໄໝທີ II ໄດ້ຈັດຂຶ້ນໃນວັນທີ 11-12 ສິງຫານີ້, ພາຍໃຕ້ການເປັນປະທານຂອງສະຫາຍ ສົມດີ ດວງດີ ກໍາມະການສູນກາງພັກ, ເລ ຂາຄະນະພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງດັ່ງກ່າວ ເພື່ອປຶກສາຫາລື, ສະຫລຸບຕີລາຄາການຊີ້ນໍາ-ນໍາພາຮອບດ້ານຂອງຄະນະພັກໃນໄລຍະຜ່ານມາຄື: ປະກອບຄໍາເຫັນໃສ່ບົດລາຍງານການຊີ້ນໍາ-ນໍາພາໃນໄລຍະ 3 ເດືອນຜ່ານມາ, ປະກອບຄໍາເຫັນໃສ່ຮ່າງດໍາລັດຂອງນາຍົກລັດຖະ ມົນຕີເລກທີ 80/ນຍ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກະຊວງການເງິນ (ສະບັບປັບປຸງ), ສະຫລຸບສະພາບການຈັດຕັ້ງປະຕິບັດແຜນງົບປະມານ 10 ເດືອນ, ທິດທາງແຜນວຽກຈຸດສຸມ 2 ເດືອນທ້າຍສົກປີ 2015-2016, ການສ້າງແຜນງົບປະມານໄລຍະ 3 ເດືອນຂ້າມຜ່ານຮອດທ້າຍປີ 2016 ແລະ ການກະກຽມສ້າງແຜນງົບປະມານແຫ່ງລັດປີ 2017  ແລະ ປະກອບຄໍາເຫັນໃສ່ຮ່າງວິໄສທັດຮອດປີ 2030 ແລະ ຍຸດທະສາດພັດທະນາການເງິນແຫ່ງລັດຮອດປີ 2020 ເພື່ອລາຍງານລັດຖະບານສະເໜີຕໍ່ສະພາແຫ່ງຊາດຮັບຮອງ.


           ໃນບົດຄໍາເຫັນກ່າວເປີດກອງປະຊຸມຂອງສະຫາຍ ສົມດີ ດວງດີ ໄດ້ເນັ້ນບາງບັນຫາສໍາຄັນ ວ່າ: ກອງປະຊຸມເທື່ອນີ້, ມັນຮຽກຮ້ອງໃຫ້ພວກເຮົາຕ້ອງໄດ້ເອົາໃຈໃສ່ໃນການກວດກາຄືນການຊີ້ນໍາ-ນໍາພາຂອງຄະນະພັກ, ການເຄື່ອນໄຫວວຽກງານວິຊາສະເພາະຢ່າງມີຈຸດສຸມ, ໂດຍສະເພາະແມ່ນຊອກໃຫ້ເຫັນທາດແທ້ຕົວຈິງທີ່ເປັນຈຸດອ່ອນຄົງຄ້າງ ແລະ ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນຖັນແຖວສະມາຊິກພັກ-ພະນັກງານແຕ່ລະຂັ້ນແລ້ວມີວິທີການແກ້ໄຂໃຫ້ທັນເວລາ, ເພື່ອແນ່ໃສ່ການປ້ອງກັນບໍ່ໃຫ້ການຈັດຕັ້ງພັກ, ສະມາຊິກພັກ ແລະ ພະນັກງານເຊື່ອມເສຍ ທັງຮັບປະກັນການເຄື່ອນໄຫວວຽກງານມີປະສິດທິຜົນດີຂຶ້ນ. ຊຶ່ງນັບແຕ່ກອງປະຊຸມຄະນະພັກກະຊວງການເງິນຄັ້ງທີ 2 ກໍຄືນັບແຕ່ຕົ້ນສົກງົບປະມານມານີ້, ເຖິງວ່າພວກເຮົາໄດ້ພ້ອມກັນສູ້ຊົນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມດັ່ງກ່າວ ເພື່ອຮັບປະກັນການປະຕິບັດໜ້າທີ່ການເມືອງຂອງພັກ ແລະ ລັດຖະບານ ກໍຄືຕອບສະໜອງດ້ານງົບປະມານລັດໃຫ້ມີຄວາມຄ່ອງຕົວໄດ້ເປັນຢ່າງດີກໍຕາມ, ແຕ່ຄຽງຄູ່ກັນນັ້ນ ກໍສັງເກດເຫັນວ່າການຈັດຕັ້ງປະຕິບັດແຜນງົບປະມານໃນສົກປີນີ້ແມ່ນພົບຄວາມຫຍຸ້ງຍາກຫລາຍສົມຄວນ ຍ້ອນວ່າລາຍຮັບຫວ່ງສໍາຄັນໃນ 3 ເດືອນຜ່ານມາແມ່ນຫລຸດຄາດໝາຍຫລາຍ, ອັນນີ້ເປັນສັນຍານເຕືອນວ່າພວກເຮົາອາດຈະຂາດດຸນລາຍຮັບເປັນຈໍານວນບໍ່ໜ້ອຍ, ຊຶ່ງອາດຈະເກີນຕົວເລກທີ່ສະພາແຫ່ງຊາດກໍານົດ ແລະ ຈະເປັນສິ່ງທ້າທາຍໃຫຍ່ຫລວງທີ່ຈະເຮັດໃຫ້ສະພາບການເງິນຂອງປະເທດເຮົາມີຄວາມຫຍຸ້ງຍາກຫລາຍຂຶ້ນ, ຂະນະດຽວກັນກໍມີສະພາບຫຍໍ້ທໍ້ຫລາຍດ້ານເກີດ ຂຶ້ນໃນຖັນແຖວພະນັກງານ-ລັດຖະກອນຂອງຂະແໜງການເງິນພວກເຮົານັບທັງສູນກາງ ແລະ ທ້ອງຖິ່ນ ເປັນຕົ້ນ: ມີແນວຄິດປຽບທຽບຊັ່ງຊາ, ມີການສວຍໂອກາດນໍາໃຊ້ຊ່ອງຫວ່າງກົດໝາຍເພື່ອຫາຜົນປະໂຫຍດໃຫ້ຕົນເອງ ແລະ ກຸ່ມຄົນ, ເກີດມີແນວຄິດກຸ່ມກ້ອນຄົນເຈົ້າ-ຄົນຂ້ອຍ, ບໍ່ມີຄວາມກະຕືລືລົ້ນຕໍ່ໜ້າທີ່ວຽກງານ, ຕິດໄພສັງຄົມ, ຫລີ້ນກິນຟູມເຟືອຍ, ຫລີ້ນການພະນັນ ແລະ ອື່ນໆ, ຊຶ່ງຄະນະພັກ-ຄະນະນໍາພວກເຮົາຕ້ອງໄດ້ຮີບຮ້ອນມີວິທີສະກັດກັ້ນ ແລະ ແກ້ໄຂໂດຍໄວ.

No comments:

Post a Comment