Ad

Ad

15 August 2016

ຖ່າຍ​ເຊ​ວຟີ (Selfie) ຕ້ອງ​ລະວັງ​ຕົວ​ໃຫ້​ດີ

# ວິເສດ ສະແຫວງສຶກສາ  


​     ເຫລົ່າທັບນັກຫລິ້ນເກມທາງອອນລາຍຄົງມີໂອກາດໄດ້ຕິດຕາມເກມຫລິ້ນໃໝ່ໄຟແຮງທີ່ມີຊື່ວ່າ Pokemon-Go (ປອກເກມອນ-​ໂກ) ​ເຊິ່ງເລີ່ມລະບາດໄປໄວກວ່າໄຟໄໝ້ປ່າ. ຜູ້ຂຽນເອງກັບເລື່ອງເກມນີ້ຢູ່ກັນຄົນລະໂລກເພາະບໍ່ມີພອນສະຫວັນດ້ານນີ້ແລະ ບໍ່ມີເວລາໃຫ້ມັນແຕ່ກໍຮັບຮູ້ວ່າເກມຫລິ້ນຫລາຍປະເພດກໍຊ່ວຍຜ່ອນຄາຍອາລົມໃຫ້ຄວາມເພີດເພີນຈະເລີໃຈ, ​ເກມບາງປະເພດມີເປົ້າໝາຍເພີ່ມຄວາມສະຫລາດ, ຊ່ວຍໃຫ້ມີສະມາທິ. ​ແຕ່ກໍມີຫລາຍເກມຫລິ້ນມີເປົ້າໝາຍເຮັດໃຫ້ຄົນເສບຕິດ, ສ້າງຄວາມປັ່ນປ່ວນທາງອາລົມແລະ ອື່ນໆ. ນອກນັ້ນກໍຍັງມີເກມລາມົກ (Adult game). ສຳລັບ Pokemon-Go ນີ້ ວ່າກັນວ່າເປັນເກມລ້ຳຍຸກ, ​ເປັນເກມທີ່ຍ່າງກັບຍ່າງເພື່ອໄລ່ຈັບໂຕກະຕູນເປັນຮູບສັດຮູບຄົນທີ່ຜູ້ຜະລິດສ້າງຂຶ້ນແລະ ປ່ອຍໄວ້ຕາມສະຖານທີ່ຕ່າງໆ. ຫາງສຽງຕອບຮັບເກມນີ້ມີຫລາຍແລະ ຫາງສຽງກັງວົນກໍມີພໍໆກັນເຊັ່ນກັງວົນເລື່ອງບັນຫາອຸປະຕິເຫດເພາະເກມນີ້ຜູ້ຫລິ້ນທັງຍ່າງທັງກົ້ມເບິ່ງໜ້າຈໍມືຖືເພື່ອໃຫ້ທັນໄລ່ຈັບໂຕ Pokemon ຄວາມເປັນຫ່ວງອີກອັນໜຶ່ງ ກໍຄືເລື່ອງການລະເມີດ
ສະຖານທີ່ສະຫງວນ ຫລື ຕ້ອງຫ້າມ, ການລະເມີດຄວາມເປັນສ່ວນຕົວຂອງຄົນອື່ນ. ​ເກມນີ້ຈະຄືບໜ້າໄປແນວໃດນັ້ນ ຂໍໃຫ້ທ່ານຜູ້ອ່ານຕິດຕາມເອົາເອງເພາະຍັງເປັນບາດກ້າວຫົວທີຂອງການຫລິ້ນເກມຊະນິດນີ້. ​ເລື່ອງທີ່ຢາກແລກປ່ຽນກັບທ່ານຜູ້ອ່ານກ່ຽວກັບບັນຫາມືຖືອະເນກປະສົງ ຫລື Smart Phone (ບາງຄົນອອກສຽງວ່າ ສາມາດໂຟນເພາະມັນມີຄວາມສາມາດຫລາຍດ້ານ) ປະຈຳວັນນີ້ ກໍຄືການໃຊ້ໂທລະສັບມືຖືຖ່າຍຮູບເອົາໂຕເອງທີ່ເອີ້ນເປັນພາສາອັງກິດວ່າ “​ເຊວຟີ” (Selfie). ຖ່າຍເຊວຟີນີ້ງ່າຍດາຍ, ບໍ່ຈຳເປັນໃຫ້ຜູ້ອື່ນຖ່າຍໃຫ້, ​ເຮົາພຽງແຕ່ວາງທ່າຕາມທີ່ມັກ, ​ເຍີງໂທລະສັບອອກ, ປິ່ນດ້ານໜ້າຂອງມັນມາຫາໂຕແລ້ວກົດກໍເປັນອັນເສັດສັບ. ການຖ່າຍຮູບແບບນີ້ຕ້ອງໄດ້ກະດືບໜ້າ ຫລື ຖອຍຫລັງເພື່ອໃຫ້ໄດ້ວິວງາມ, ຈຸດນີ້ລະມັນອັນຕະລາຍເພາະສາຍຕາຜູ້ຖ່າຍນັ້ນຈັບຈ້ອງຢູ່ໜ້າຈໍ, ບໍ່ມີໂອກາດເບິ່ງບາດຕີນ. ມີຂ່າວໃຫ້ຍິນເລື້ອຍໆວ່າ ກ່ຽວກັບອຸປະຕິເຫດທີ່ເກີດຂຶ້ນກັບຜູ້ຖ່າຍເຊວຟີເຊັ່ນສະດຸດລົ້ມ, ຕົກເຫວ ຫລື ຕຳຄົນອື່ນ. ​ໃນຕົ້ນເດືອນກໍລະກົດຜ່ານມາໄດ້ມີເລື່ອງເສົ້າເກີດຂຶ້ນກັບຜູ້ຖ່າຍເຊວຟີຢູ່ອິນໂດເນເຊຍ. ຜູ້ເຄາະຮ້າຍສອງຄົນທີ່ຖືກຄື້ນທະເລພັດຫາຍສາບສູນໄປນັ້ນ ຊື່ທ້າວ ອາຣິດ (Aris) ​ແລະ ທ້າວ ອິມເມ (Imam) ທັງສອງທ່ຽວຕາກອາກາດຢູ່ແຄມທະເລທີ່ເກາະຈາວາຕາເວັນອອກ. ​ໃນຂະນະທີ່ທັງສອງຖອຍຫລັງໄປເບື້ອງທະເລເພື່ອຖ່າຍເຊວຟີຢູ່ນັ້ນ ຄື້ນທະເລໄດ້ຍວກຍູ້ຂຶ້ນພັດເອົາທັງສອງຫາຍໄປກັບຟອງນ້ຳ. ໜັງສືພິມເດິເນເຊິ (The Nation) ທີ່ເຜີຍແຜ່ຂ່າວກ່ຽວກັບເຫດການນີ້ບອກວ່າ: ໜ່ວຍກູ້ໄພຍັງຊອກຫາສົບຂອງເຫຍື່ອເຊວຟີທັງສອງຢູ່. ຂ່າວນີ້ເປັນອຸທາຫອນບອກສອນໃຫ້ຜູ້ຖ່າຍເຊວຟີຕ້ອງມີສະຕິລະວັງ​​ໂຕສູງ. ກ່ອນຈະຖ່າຍຕ້ອງສັງເກດສະພາບແວດລ້ອມໂຕຄັກໆກ່ອນ. ມີຂ່າວເສົ້າຈຳນວນໜຶ່ງອີກທີ່ພົວພັນກັບການຖ່າຍເຊວຟີເຊິ່ງເກີດຂຶ້ນຢູ່ອິນເດຍດັ່ງຕໍ່ໄປນີ້: ​ໃນເດືອນກຸມພາປີນີ້, ​ເດັກໄວລຸ້ນຄົນໜຶ່ງຖືກລົດໄຟຢຽບຕາຍຕອນທີ່ເຂົາກຳລັງຖ່າຍເຊວຟີ​, ກ່ອນໜ້ານັ້ນຄືໃນເດືອນມັງກອນປີນີ້, ຢູ່ແຄມຝັ່ງທະເລ​ ​ເຂດນະຄອນຸມມບາຍ, ຊາຍຄົນໜຶ່ງຕາຍດຶກນ້ຳໃນຂະນະພະຍາຍາມຊ່ວຍເດັກຍິງຕົກນ້ຳຕອນຖ່າຍເຊວຟີແລະໃນເດືອນເມສາປີດຽວກັນນີ້, ຊາຍຄົນໜຶ່ງຖືກຊ້າງທຳຮ້າຍຮ່າງກາຍບາດເຈັບສາຫັດເວລາເຂົາພະຍາຍາມຖ່າຍເຊວຟີກັບຊ້າງໂຕນັ້ນ. ຕົວຢ່າງສໍ່ານີ້ຄິດວ່າພຽງພໍແລ້ວສຳລັບເດືອນສະຕິຜູ້ທີ່ຕິດຖ່າຍເຊວຟີປານຕິດຢາບ້າ.

No comments:

Post a Comment