Ad

Ad

26 October 2016

ລາວຫາລືຮ່າງບົດລາຍງານແຫ່ງຊາດກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາສິດທິເດັກໄລຍະທີ 3-6

          ວັນທີ 25 ຕຸລານີ້, ຄະນະກຳມາທິການເພື່ອແມ່ ແລະ ເດັກແຫ່ງຊາດ ( ຄມດຊ )ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັບຜູ້ມີສ່ວນຮ່ວມໃນການປະຕິບັດສິດທິເດັກ, ໂດຍສະເພາະແມ່ນຮ່າງບົດລາຍງານແຫ່ງຊາດກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາສິດທິເດັກໄລຍະທີ 3-6, ເພື່ອປະກອບຄຳຄິດເຫັນໃສ່ບົດລາຍງານດັ່ງກ່າວ, ພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ, ທັງເປັນຜູ້ຊີ້ນຳວຽກງານຂອງຄະນະກຳມາທິການເພື່ອແມ່ລະເດັກແຫ່ງຊາດ, ມີຜູ້ຕ່າງໜ້າອົງການຢູນິເຊັບປະຈຳລາວ, ພ້ອມດ້ວຍຄູ່ຮ່ວມພັດທະນາ ແລະ ຂະແໜງກາກ່ຽວຂ້ອງອື່ນໆເຂົ້າຮ່ວມເປັນຈຳນວນຫຼາຍ.

          ທ່ານ ຮອງນາຍົກມີຄຳເຫັນຕໍ່ທີ່ປະຊຸມວ່າ: ໂດຍເຫັນໄດ້ບົດບາດ ແລະ ຄວາມສຳຄັນຂອງເດັກທີ່ເປັນອະນາຄົດ ແລະ ໜໍ່ແໜງຂອງປະເທດຊາດ, ເພື່ອສືບຕໍ່ປະຕິບັດພາລະກິດແຫ່ງການປົກປັກຮັກ ສາ ແລະ ສ້າງສາປະເທດຊາດ, ເປັນຕັ້ນແມ່ນການບັດລຸເປົ້າໝາຍນຳພາປະເທດຊາດໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2020 ລັດຖະບານໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດນະໂຍບາຍປົກປ້ອງສິດທິຂອງເດັກນ້ອຍບັນດາເຜົ່າຢ່ງສະເໝີຕົ້ນສະເໝີປາຍຕະຫຼອດມາ, ຄຽງຄູ່ກັບການພັດທະ ນາເສດຖະກິດຄື: ໃນປີຜ່ານມາລັດຖະບານໄດ້ຖືເອົາການພັດທະນາຊັບພະຍາກອນມະນຸດເປັນຫຼັກ, ໃນນັ້ນເດັກ ແລະ ແມ່ຍິງເປັນບຸລິມະສິດຕິດພັນກັບການບັນລຸເປົ້າໝາຍສະຫັດສະຫວັດດ້ານການພັດທະ ນາປີ 2015, ເພື່ອເຮັດໃຫ້ການພັດທະນາປະເທດເຮົາມີຄວາມໝັ້ນທ່ຽງ ແລະ ຍືນຍົງນັ້ນປະເທດເຮົາໄດ້ເຂົ້າເປັນພາຄີສົນທິສັນຍາສາກົນດ້ານສິດທິມະນຸດຂອງອົງການສະຫະປະຊາຊາດ 7 ສະບັບ ແລະ ຍັງເປັນພາຄີສົນທິສັນຍາດ້ານສິດທິມະນຸດອື່ນໆ, ໃນນັ້ນຢູ່ລະດັບພາກພື້ນລາວເຮົາໄດ້ຮັບຮອງເອົາຖະແຫຼ່ງການອາຊຽນກ່ຽວກັບສິດທິມະນຸດ 2012, ຖະແຫຼ່ງການອາຊຽນກ່ຽວກັບຄຳໝັ້ນໝາຍຕໍ່ເດັກ 2001, ຖະແຫຼ່ງການອາຊຽນກ່ຽວກັບການລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ໄດ້ເຂົ້າຮ່ວມການເຄື່ອນໄຫວຂອງຄະນະກຳມະທິການເພື່ອສົ່ງເສີມ ແລະ ປົກປ້ອງສິດຂອງແມ່ຍິງ ແລະ ເດັກນ້ອຍອາຊຽນນັບແຕ່ປີ 2011 ເປັນຕົ້ນມາ. ນອກນີ້ລາວເຮົາຍັງໄດ້ເຂົ້າຮ່ວມການຮ່ວມມືພາຍໃຕ້ສິດທິຂອງເດັກໃນພາກພື້ນອາຊີປາຊີຟິກ, ໄດ້ຮັບຮອງເອົາຖະແຫຼ່ງການປັກກິ່ງ2010  ແລະ ຖະແຫຼ່ງການອື່ນໆທີ່ກ່ຽວຂ້ອງກັບສິດທິເດັກ.
          ທ່ານ ຮອງນາຍົກກ່າວວ່າ: ສິ່ງດັ່ງກ່າວໄດ້ຍັງຍືນວ່າ ສປປ ລາວ ໄດ້ຖືເອົາການປະຕິບັດສິດທິເດັກຢ່າງຄົບຖ້ວມຕາມທີ່ລະບຸໄວ້ໃນລັດຖະທຳມະນູນແຫ່ງ ສປປ ລາວ ແລະ ກົດໝາຍແຫ່ງຊາດ, ໂດຍສອດຄ່ອງກັບສົນທິສັນຍາວ່າດ້ວຍສິດທິເດັກ ແລະ ສອງອານຸສັນຍາເພີ່ມເຕີມໃຫ້ແກ່ສົນທິສັນຍາສິດທິເດັກ ແລະ ສັນທິສັນຍາອື່ນໆກ່ຽວກັບສິດທິຂອງແມ່ ແລະ ເດັກທີ່ເປັນປັດໃຈພື້ນຖານໃຫ້ເດັກ ນ້ອຍລາວບັນດາເຜົ່າໄດ້ມີການເຕີຍໂຕ ແລະ ໄດ້ຮັບການລ້ຽງດູເປັນຢ່າງດີ, ເພື່ອຮັບປະກັນຊີວິດການຢູ່ລອດ, ການພັດທະນາ, ການປົກປ້ອງ, ການມີສ່ວນຮ່ວມ ແລະ ການເຂົ້າເຖິງການບໍລິການ, ຈົດທະບຽນການເກີດ, ການປິ່ນປົວສຸຂະພາບ, ສຸຂະອະນາໄມ, ການສຶກສາ, ຊຶ່ງລ້ວນແຕ່ເປັນປັດໃຈທີ່ຂາດບໍ່ໄດ້ເພື່ອຮັບປະກັນໃຫ້ແກ່ການພັດທະນາຊັບພະຍາກອນມະນຸດ  ແລະ ເສດເຖະກິດແຫ່ງຊາດໄດ້ຮັບການຂະຫຍາຍຕົວ.

          ທ່ານ ຮອງນາຍົກກ່າວວ່າ: ຄະນະກຳມາທິການເພື່ອແມ່ ແລະ ເດັກແຫ່ງຊາດໄດ້ຮັບການສ້າງ ຕັ້ງຂຶ້ນໃນປີ 1992 ພາຍຫຼັງທີ່ປະເທດເຮົາໄດ້ໃຫ້ສັນຕະຍາບັນແກ່ສົນທິສັນຍາວ່າດ້ວຍສິດທິເດັກ, ໂດຍມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະບານໃນການຄຸ້ມຄອງພັດທະນາ ແລະ ສົ່ງເສີມວຽກງານແມ່ ແລະ ເດັກໃນທົ່ວປະເທດ, ແນ່ໃສ່ບັນລຸການສົ່ງເສີມສຸຂະພາບ, ການປົກປ້ອງສິດທິແມ່ ແລະ ເດັກ, ຕິດພັນກັບການສຶກສາອົບຮົມ ແລະ ການະທພັດທະນາເດັກຢ່າງຮອບດ້ານຕາມແນວທາງນະໂຍບາຍຂອງພັກ-ລັດວາງອອກ.

No comments:

Post a Comment