Ad

Ad

25 October 2016

ລາວປັບຫລຸດຕົວເລກການເຕີບໂຕຂອງເສດຖະກິດ


          ລັດຖະບານໄດ້ປັບຫລຸດຕົວເລກອັດຕາການເຕີບໂຕເສດຖະກິດລະຫວ່າງແຕ່ປີ 2017-2020 ຈາກ 7,5% ລົງມາຢູ່ລະດັບ 7,2% ຕໍ່ປີ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຕ່ລະປີສາມາດບັນລຸຜົນຕາມແຜນການວາງໄວ້.
            ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສຸພັນ ແກ້ວມີໄຊ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 24 ຕຸລານີ້ວ່າ: ຕາມມະຕິຂອງສະພາແຫ່ງຊາດສະບັບເລກທີ 09/ສພຊ, ລົງວັນທີ 22 ເມສາ 2016 ວ່າດ້ວຍການຮັບຮອງເອົາວິໄສທັດຮອດປີ 2030, ຍຸດທະສາດການພັດທະນາເສດຖະກິດ-ສັງຄົມໄລຍະ
10 ປີ (2016-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ເຊິ່ງໄດ້ກຳນົດເອົາການຂະຫຍາຍຕົວຂອງ GDP ບໍ່ໃຫ້ຫລຸດ 7,5% ຕໍ່ປີ ແລະ ການລົງທຶນທັງໝົດປະມານ 223.000 ຕື້ກີບ ກວມ 30% ຂອງ GDP. ຜ່ານການຈັດຕັ້ງປະຕິບັດແຜນດັ່ງກ່າວໃນໄລຍະຜ່ານມາເຫັນວ່າອັດຕາການເຕີບໂຕຂອງເສດຖະກິດປະເທດເຮົາອາດຈະບໍ່ສາມາດບັນລຸຕາມແຜນການ 5 ປີວາງໄວ້ຄື: ສົກປີ 2015-2016 ຄາດຄະເນການເຕີບໃຫຍ່ 6,9% ຍ້ອນມີຜົນກະທົບຈາກສະພາບເສດຖະກິດຂອງສາກົນ ແລະ ພາກພື້ນ ແລະ ຄວາມຫຍຸ້ງຍາກດ້ານງົບປະມານອາດບໍ່ສາມາດບັນລຸຕາມແຜນລາຍຮັບ-ລາຍຈ່າຍໄດ້, ຂະນະດຽວກັນວາລະຂອງການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານໄດ້ປ່ຽນຈາກສົກປີງົບປະມານມາເປັນປີປະຕິທິນ, ດ້ວຍເຫດຜົນດັ່ງ ກ່າວ ກະຊວງແຜນການ ແລະ ການລົງທຶນ ຈຶ່ງໄດ້ຄິດໄລ່ຕົວເລກຄາດໝາຍອັດຕາການເຕີບໃຫຍ່ຂອງເສດຖະກິດຄືນໃໝ່ໃນໄລຍະ 4 ປີຕໍ່ໜ້າຄື: ປີ 2017 ແລະ 2018 ແມ່ນ 7%, ປີ 2019 ຄາດວ່າຈະບັນລຸ 7,3% ແລະ ປີ 2020 ຈະບັນລຸ 7,5% ເຊິ່ງຕົວເລກດັ່ງກ່າວລັດຖະບານເຫັນດີໃຫ້ນຳສະເໜີຕໍ່ສະພາແຫ່ງຊາດເພື່ອພິຈາລະນາຮັບຮອງ ດັ່ງນີ້: ອັດຕາການຂະຫຍາຍຕົວຂອງເສດຖະກິດ (GDP ) ໃນໄລຍະ 4 ປີ 2017-2020 ສະເລ່ຍບໍ່ໃຫ້ຫລຸດ 7,2% ຂຶ້ນໄປ, ໃນນີ້ຂະແໜງກະສິກຳ-ປ່າໄມ້ຂະຫຍາຍຕົວ 3,4% ກວມເອົາປະມານ 16,8%, ຂະແໜງອຸດສາຫະກຳຂະຫຍາຍຕົວ 9,3% ກວມເອົາປະມານ 39%, ຂະແໜງບໍລິການຂະຫຍາຍຕົວ 8,1% ກວມເອົາປະມານ 35,4%, ພາສີ-ອາກອນຜະລິດຕະພັນ ແລະ ການນຳເຂົ້າຂະຫຍາຍຕົວ 5% ກວມເອົາປະມານ 8,8% ຂອງ GDP ໃນປີ 2020, ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນປະມານ 2.978 ໂດລາສະຫະລັດໃນປີ 2020.
             ແຜນງົບປະມານລັດແຕ່ປີ 2017-2020 ຄາດວ່າຈະກວມປະມານ 18-19% ຂອງ GDP, ໃນນັ້ນລາຍຮັບພາຍໃນຈະບໍ່ໃຫ້ຫລຸດ 16-17%, ແຜນລາຍຈ່າຍລວມທັງໝົດຈະກວມປະມານ 21-25%, ຄາດຄະເນການຂາດດຸນງົບປະມານປະມານ 4-5% ຂອງ GDP.

              ການລົງທຶນແຕ່ປີ 2017-2020 ຄາດຄະເນກວມ 29% ຂອງ GDP, ຄິດເປັນມູນຄ່າປະມານ 173.329 ຕື້ກີບ, ໃນນັ້ນການລົງທຶນຂອງລັດກວມ 12-15%, ການລົງທຶນຈາກການກູ້ຢືມ ແລະ ເງິນຊ່ວຍເຫລືອທາງການເພື່ອການພັດທະນາກວມ 15-24%, ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດກວມ 40-49% ແລະ ການລົງທຶນຈາກລະບົບເງິນຕາກວມ 21-23% ຂອງການລົງທຶນທັງໝົດ.

No comments:

Post a Comment