Ad

Ad

25 October 2016

ຍຸດທະສາດການຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການໃນ ສປປ ລາວ ມີຜົນໃນທາງບວກ


         ວັນທີ 24 ຕຸລານີ້, ກະຊວງແຜນການ ແລະ ການລົງທຶນໄດ້ຈັດກອງປະຊຸມເຜີຍແຜ່ບົດລາຍງານການປະເມີນຜົນຍຸດທະສາດການຄ້ຳປະກັນສະບຽງອາຫານ ແລະ ໂພສະນາການຂຶ້ນທີ່ນະຄອນ ຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະ ມົນຕີກະຊວງແຜນການ ແລະ ການລົງທືນ, ມີຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ, ຜູ້ຕາງໜ້າອົງການອາຫານໂລກ, ອົງການຈັດຕັ້ງສາກົນຕ່າງໆປະຈຳລາວ, ພ້ອດ້ວຍຄູ່ຮ່ວມພັດທະນາ ແລະ ຫົວໜ້າພະແນກແຜນການ ແລະ ການລົງທຶນທົ່ວປະເທດເຂົ້າຮ່ວມເປັນຈຳນວນຫຼາຍ.


          ທ່ານ ຮອງລັດຖະມົນຕີກ່າວໃນກອງປະຊຸມວ່າ: ບົດລາຍງານການປະເມີນຜົນຍຸດທະສາດການຄ້ຳປະກັນສະບຽງອາຫານ ແລະ ໂພສະນາການທີ່ເຜີຍແຜ່ໃນຄັ້ງນີ້ເປັນຄັ້ງທຳອິດເພື່ອຊ່ວຍໃນການບັບລຸເປົ້າໝາຍພັດທະນາແບບຍືນຍົງ ( SDG ) ໂດຍສະເພາະແມ່ນເປົ້າໝາຍທີ່ 2 : ການຫຼຸດຜ່ອນຄວາມອຶດຫິວ, ການບັນລຸວຽກງານຄ້ຳປະກັນສະບຽງອາຫານ ແລະ ສົ່ງເສີມດ້ານໂພສະນາການ, ສ່ົງເສີມການປັບຕົວພັດທະນາກະສິກຳແບບຍືນຍົງເພືອສຸຂະພາບທີ່ດີ, ຕໍ່ລະບົບນິເວນວິທະຍາ ແລະ ສິ່ງທີ່ເຫັນຈະແຈ້ງໃນບົດລາຍງານສະບັບນີ້ແມ່ນຄວາມຕ້ອງການສຳລັບການປະສານງານ ແລະ ການເຊື່ອມສານຢ່າງກົມກຽວໃນທຸກລະດັບ, ດັ່ງນັ້ນ ການເຮັດວຽກຮ່ວມກັນຂອງພວກເຮົາຈະຊ່ວຍໃຫ້ທຸກຄົນ, ໂດຍສະເພາະແມ່ນແມ່ຍິງ ແລະ ເດັກນ້ອຍມີອາຫານ ແລະ ໂພສະນາການທີ່ດີ, ມີສຸຂະພາບທີ່ດີ ແລະ ອາຫານໃຫ້ກິນພຽງພໍຕະຫຼອດຊີວິດຂອງເຂົາເຈົ້າ, ພ້ອມນັ້ນບົດລາຍງານນີ້ຍັງສ້າງໂອກາດໃຫ້ທຸກຄົນເຂົ້າໃຈກ່ຽວກັບບຸລິມະສິດຂອງລັດຖະບານ ແລະ ຄູ່ຮ່ວມພັດທະນາໃນການນຳພາປະເທດຊາດບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ຊຶ່ງໂດຍລວມແລ້ວຖືວ່າການປະເມີນຜົນໃນຄັ້ງນີ້ແມ່ນໄດ້ຮັບໝາກຜົນໃນທາງບວກທີ່ພົວພັນເຖິງອາຫານ, ການຄ້ຳປະກັນສະບຽງອາຫານຂອງຫຼາຍຂະແໜງການ, ການເຕີບໃຫຍ່ຂະຫຍາຍຕົວທາງດ້ານເສດຖະກິດ, ການຫຼຸດຜ່ອນຄວາມທຸກຍາກ ແລະ ມີອາຫານທີ່ພຽງພໍ, ແຕ່ເຖິງຢ່າງໃດກໍຕາມຜົນການຂອງການປະເມີນຍັງຊີ້ໃຫ້ເຫັນຂໍ້ຄົງຄ້າງ ແລະ ສິ່ງທ້າທາຍໃນວຽກງານດັ່ງກ່າວທີ່ສປປລາວຈະຕ້ອງເອົາໃຈໃສ່ແກ້ໄຂເປັນຕົ້ນແມ່ນ: ປະຊາຊົນເຂດຫ່າງໄກສອກຫຼີກຍັງຂາດຄວາມຮູ້ກ່ຽວກັບອາຫານທີ່ມີໂພຊະນາການເຮັດໃຫ້ມີຄວາມສຽງຕໍ່ການຂາດສານອາຫານຊ້ຳເຮື້ອ, ໂດຍສະເພາະແມ່ນເດັກນ້ອຍຄວາມສູງບໍ່ໄດ້ມາດຕະຖານຍັງມີອັດຕາສວນເຖິງ 36% ແລະ ບັນຫາອື່ນໆອີກ.

No comments:

Post a Comment