Ad

Ad

8 December 2016

ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ເນັ້ນໃຫ້ການນໍາແຂວງໄຊສົມບູນສຸມໃສ່ພັດທະນາພື້ນຖານໂຄ່ງລາງ

          ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານ ຢູ່ແຂວງໄຊສົມບູນ ຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະ ໃນວັນທີ 7 ທັນວາ ນີ້  ທ່ານຮອງນາຍົກ ໄດ້ຮັບຟັງລາຍງານສະພາບການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງວ່າ:  ແຂວງໄຊສົມບູນ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ທັນວາ 2013 ຕາມມະຕິຮັບຮອງຂອງສະພາແຫ່ງຊາດ  ແລະ ໄດ້ປະກາດຢ່າງເປັນທາງການໃນວັນທີ 31 ທັນວາ 2013, ແຂວງ ໄຊສົມບູນ ຕັ້ງຢູ່ໃຈກາງຂອງບັນດາແຂວງອ້ອມຂ້າງຄື : ແຂວງວຽງຈັນ, ຊຽງຂວາງ, ຫລວງພະບາງ, ບໍລິຄໍາໄຊ; ມີເນື້ອທີ່ 8.500 ກິໂລຕາແມັດ; ປະກອບມີ 5 ເມືອງ, 95 ບ້ານ,
17 ກຸ່ມບ້ານ, 995 ໜ່ວຍ, ມີ 31 ພະແນກການ, ອົງການທຽບເທົ່າ; ມີພົນລະ ເມືອງປະມານ 95.200 ຄົນ, ຊຶ່ງປະກອບດ້ວຍ 3 ເຜົ່າໃຫຍ່: ເຜົ່າລາວລຸ່ມ, ເຜົ່າມົ້ງ ແລະ ເຜົ່າກຶມມຸ. ເປັນແຂວງພູດອຍ, ທຸລະກັນດານ, ເນື້ອທີ່ສ່ວນຫຼາຍເປັນພູສູງຊັນ,ເຫວເລິກ ແຕ່ເປັນແຂວງທີ່ອຸດົມ ສົມບູນໄປດ້ວຍຊັບພະຍາກອນທໍາມະຊາດ ທີ່ເອື້ອອໍານວຍໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມໂດຍສະເພາະດ້ານພະລັງງານເຂື່ອນໄຟຟ້ານໍ້າຕົກ ແລະ ບໍ່ແຮ່.
          ປີ 2015 ຜ່ານມາ ອົງຄະນະພັກ, ອົງການປົກຄອງແຂວງໄຊສົມບູນ ໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າ ໃນການຊີ້ນໍາ-ນຳພາ ຜັນຂະຫຍາຍຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກວາງອອກ ແລະ ມະຕິກອງປະຊຸມຕົວແທນສະມາຊິກພັກທົ່ວແຂວງໄຊສົມບູນ ກໍ່ຄືການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ ຄັ້ງທີ 8 ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 1 ຂອງແຂວງໄຊສົມບູນ.
          ແຂວງສາມາດຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບ  ຮັກສາໄດ້ສະຖຽນລະພາບຄວາມໝັ້ນຄົງທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ; ການພັດທະນາດ້ານເສດຖະກິດ-ສັງຄົມກໍເຫັນວ່າຢູ່ໃນທ່ວງທ່າທີ່ດີ, ລວມຍອດຜະ ລິດຕະພັນພາຍໃນ (GDP) ບັນລຸໄດ້ 843 ກວ່າຕື້ກີບ ເພີ່ມຂຶ້ນສະເລ່ຍ 10,27%, ສະເລ່ຍ 1.229 ໂດລາສະຫະລັດ/ຄົນ/ປີ; ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ໄດ້ຫັນເຂົ້າສູ່ລະບຽບກົດໝາຍເທື່ອລະກ້າວ; ຄວາມທຸກຍາກຂອງປະຊາຊົນໄດ້ຮັບການແກ້ໄຂຢ່າງຕັ້ງໜ້າ ປະຈຸບັນ ຄອບຄົວທຸກ ຍາກຍັງເຫລືອ 1.809 ຄອບຄົວ, ເທົ່າກັບ 13,85%; ນອກນັ້ນ ແຂວງຍັງໄດ້ສຸມໃສ່ປະຕິບັດຄໍາສັ່ງເລກທີ 15/ນຍ ໃນການກວດກາ, ແກ້ໄຂການຂຸດຄົ້ນໄມ້, ທຸລະກິດໄມ້ໃນທົ່ວແຂວງຢ່າງເຂັ້ມງວດ; ວຽກງານສຶກສາ-ກິລາ, ສາທາລະນະສຸກ, ຖະແຫຼງຂ່າວ-ວັດທະນະທໍາ-ທ່ອງທ່ຽວ, ແຮງງານ-ສະຫວັດດີການສັງຄົມໄດ້ເອົາໃຈໃສ່ເຄື່ອນໄຫວປະຕິບັດພາລະບົດບາດຂອງຕົນດີຂຶ້ນກວ່າເກົ່າ.

          ໃນໂອກາດນີ້ ທ່ານ ສອນໄຊ ສີພັນດອນ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ການນໍາແຂວງ ພະນັກງານ ແລະ ພໍ່ແມ່ປະຊາຊົນທຸກຄົນ ທີໄດ້ສຸມທຸກເຫືອແຮງຂອງຕົນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມຂອງແຂວງ, ໄປຄ່ຽງຄູ່ກັບການຮັບປະກັນໄດ້ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫົງບ ໂດຍພື້ນຖານ ພ້ອມທັງເນັ້ນໃຫ້ສຸມໃສ່ພັດທະນາພື້ນຖານໂຄງລ່າງໃຫ້ດີຂຶ້ນຕື່ມເພື່ອຮັບປະ ກັນໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເປັນກ້າວໆ, ພ້ອມທັງສືບຕໍ່ປະຕິບັດເປົ້າໝາຍສະຫະສະຫວັດດ້ານການພັດທະນາໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ໂດຍສຸມໃສ່ປັບປຸງ, ຍົກລະດັບຄຸນນະ ພາບການສຶກສາ, ສາທາລະນະສຸກໃຫ້ແຂງແຮງກວ່າເກົ່າ  ສືບຕໍ່   ເພີ່ມທະວີວຽກງານກໍ່ສ້າງພັກ, ກໍ່ສ້າງພະນັກງານ ໃຫ້ໜັກແໜ້ນ ເພື່ອກາຍເປັນກຳລັງຫລັກໃຫ້ແກ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງພັກ ແລະ ລັດ ມອບໝາຍໃຫ້  ສຶບຕໍ່ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນ ແລະຄວາມສາມັກຄີກັບປະຊາຊົນບັນດາເຜົ່າ ໃຫ້ແໜ້ນແຟ້ນ, ສະກັດກັ້ນ, ຕ້ານການແບ່ງແຍກຄວາມສາ ມັກຄີຂອງກຸ່ມຄົນບໍ່ດີ  ສຶບຕໍ່ສົ່ງເສີມຊຸກຍູ້ປະຊາຊົນປູກພຶດລະດູແລ້ງ ແລະ ລ້ຽງສັດໃຫ່ຍໃຫ້ເປັນສິ້ນຄ້າ  ປັບປຸງໂຄງການກໍ່ສ້າງເສັ້ນທາງເຊືອມຕໍ່ແຂວງໃຫ້ສຳເລັດຕາມແຜນການນອກຈາກນີ້ ກໍເພີ່ມທະວີການປຸກລະດົມໃຫ້ນັກທຸລະກິດພາຍໃນ ແລະ ຕ່າງປະເທດມາລົງທຶນຢູ່ແຂວງໃຫ້ຫລາຍຂຶ້ນ ຕາມທ່າແຮງຂອງແຂວງທີ່ມີໃຫ້ກ້ວາງຂວາງກວ່າເກົ່າ.

No comments:

Post a Comment