Ad

Ad

9 December 2016

ໄດ້ແທ້ບໍ່ ? ໄດ້ ! ໄດ້ ! ໄດ້ແທ້ !

ໂດຍ : ວິ​ເສດ ສະ​ແຫວ​ງສຶກສາ
          ມື້ນີ້ ຈານແຫຍ່ຕັ້ງໃຈໃສ່ຊື່ບົດທີ່ຟັງແລ້ວສີແປກໆຫູ. ຢ່າ ! ຂໍຢ່າແປກເລີຍ ມັນແມ່ນປະໂຫຍກ ຄຳເວົ້າທີ່ຫ້າວຫັນເອົາຈິງເອົາຈັງ ທີ່ພວກເຮົາເຈົ້າຂ້ອຍເຄີຍເປັ່ງອອກມາເປັນປະຈຳໃນກອງປະຊຸມຕ່າງໆທີ່ກຳນົດເອົາຂໍ້ແຂ່ງຂັນສ້າງຜົນງານ. ທ່ານຜູ້ອ່ານຈຳໄດ້ບໍ່ວ່າ ໃນກອງປະຊຸມລັກສະນະນີ້ ຈະມີຜູ້ເປັນຫົວໜ້າອອກໄປຢືນຢູ່ຕໍ່ໜ້າໝູ່ ຫລື ຢືນຢູ່ກາງແຖວແລ້ວຮ້ອງຂຶ້ນວ່າ ຂໍ້ແຂ່ງຂັນນີ້ພວກເຮົາຊິເຮັດໄດ້ບໍ່ ?” ນອກຈາກເປັ່ງສຽງຮ້ອງຈົນເອັນຄໍພຶງແລ້ວ ຜູ້ພາໝູ່ເວົ້າຍັງກຳກໍ່າປັ້ນກວັດແກ່ວງຊັດລົມໄປໆມາໆ. ຕາມທຳມະດາແລ້ວ ຜູ້ພາເວົ້າຈະຖາມ 3 ຄັ້ງວ່າ ເຮັດໄດ້ບໍ່ ? ເຮັດໄດ້  ບໍ່ ? ເຮັດໄດ້ແທ້ບໍ່ ?” ຖາມສຸດ
ແຕ່ລະເທື່ອກໍຈະມີສຽງຕອບຮັບຂອງຄົນໃນກອງປະຊຸມ ຫລື ໃນກຸ່ມແຂ່ງຂັນວ່າ “ໄດ້ ! ໄດ້ ! ໄດ້ ແທ້ !ພ້ອມທັງວີກໍ່າປັ້ນວຶດວັດ, ຖ້າບັງເອີນວ່າໄປຖືກຫົວໃຜຜູ້ໜຶ່ງແນ່ນອນນັບຮອດຮ້ອຍກໍຍັງລຸກບໍ່ໄດ້ດອກຈານແຫຍ່ວ່າ !!!.
          ຈານແຫຍ່ເອົາສາກຮ້ອງຄຳຂວັນຢູ່ກອງປະຊຸມມາຂຶ້ນຕົ້ນບົດປະຈຳວັນນີ້ກໍເພາະດີໃຈແຮງທີ່ລັດຖະບານໄດ້ໃຫ້ຄຳໝັ້ນສັນຍາໃນກອງປະຊຸມສະພາເທື່ອແລ້ວນີ້ວ່າຈະຜະເດັດເສິກປາບການສໍ້ລາດບັງຫລວງໃຫ້ເບົາບາງ ແລະ ໝົດໄປໃນທີ່ສຸດ ດ້ວຍມາດຕະການທີ່ມີປະສິດທິພາບ ແລະ ສົມເຫດສົມຜົນ ແລະ ວ່າຜ່ານມານັ້ນ ມາດຕະການຕ້ານການສໍ້ລາດບັງຫລວງຍັງເວົ້າລວມໆໂພດ ບໍ່ເຈາະເລິກປັດໄຈທີ່ເປັນບັນຫາແທ້, ຖ້າເວົ້າຕາມພາສາຕະຫລາດກໍແມ່ນຍັງ ເກົາບໍ່ຖືກບ່ອນຄັນເທື່ອວ່າຊັ້ນສາ. ທາງເບື້ອງຜູ້ແທນທີ່ປະຊາຊົນເລືອກມາກັບມືໃໝ່ໆໝາດໆຕ່າງກໍຊົມເຊີຍຄຳເຫັນຂອງລັດຖະ ບານໝົດໄສ້ໝົດພຸງດ້ວຍຄວາມ ເຂົ້າໃຈເຮັດໃຫ້ຖືກເຮັດໃຫ້ເປັນຈິງເຫັນຜົນ. ຈານແຫຍ່ເຫັນພ້ອມ ເກີນຮ້ອຍທີ່ວ່າຕຳລາຂ້າພະຍາດສໍ້ລາດບັງຫລວງ, ຜ່ານມາ ນັ້ນມັນຊະໂພດ, ມັນບໍ່ຕ້ອມ, ຖ້າເປັນການຖ່າຍຮູບກໍແມ່ນຖ່າຍ ແບບເອົາແນ໋ດບໍ່ໄດ້, ຮູບອອກມາກໍເລີຍເຫັນພໍມົວໆ. ຕົວຢ່າງເມື່ອເວົ້າເຖິງປ້ອງກັນເງິນຕາບໍ່ໃຫ້ຮົ່ວໄຫລອອກນອກປະເທດພວກເຮົາກໍເວົ້າລວມໆ ແທນທີ່ຈະເນັ້ນກຸ່ມບຸກຄົນທີ່ມີເງິນລົ້ນຖົງ, ຖ້າຫ້າມຄົນໄປໃຊ້ຈ່າຍຢູ່ຕ່າງປະເທດ, ພວກເຮົາກໍບໍ່ເຄີຍມີມາດຕະການຈຳກັດກຸ່ມຄົນທີ່ມີໂອມີພາຫະນະມີເງື່ອນໄຂສວຍໂອກາດ, ຖ້າຫ້າມເລື່ອງຈັດງານດອງໃຫຍ່ໂຕມະໂຫຖານ ພວກເຮົາກໍບໍ່ເຄີຍກຳນົດຈຳນວນແຂກທີ່ຄວນເຊີນ, ເລື່ອງຮັບຂອງຂອກຂອງຂວັນ ພວກເຮົາກໍບໍ່ເຄີຍກຳນົດມູນຄ່າວ່າສໍ່າໃດຮັບໄດ້ສໍ່າໃດຫ້າມຮັບ ເພາະຮັບແລ້ວຜູ້ຮັບຈະຕ້ອງເປັນໜີ້ບຸນຄຸນກາຍເປັນຜູ້ມີຜົນປະ ໂຫຍດຮ່ວມກັນກັບຜູ້ໃຫ້ໃນທີ່ສຸດ.

          ຫວ່າງເກືອບສອງເດືອນຜ່ານມານີ້, ສ.ເກົາຫລີ ໄດ້ອອກກົດໝາຍຕ້ານການສໍ້ລາດບັງຫລວງ ໂດຍມີມາດຕາຫ້າມລວມ ແລະ ທັງກຳນົດໂທດໜັກ ສຳລັບພະນັກງານໃນສອງຂະ ແໜງການເປັນ ຕົ້ນຕໍຄືຂະແໜງສຶກສາ ແລະ ຂະແໜງສາທາລະນະສຸກ ເພາະ ສ.ເກົາຫລີ ຈັບໄດ້ແລ້ວວ່າໃນສອງຂະ ແໜງການນີ້ ພະນັກງານສໍ້ລາດບັງຫລວງເກັ່ງກວ່າໝູ່ເຊັ່ນໃນຂະແໜງສຶກສາກໍມີບັນຫາຊື້-ຂາຍຄະ ແນນສອບເສັງ, ຮັບສິນບົນນຳຜູ້ທີ່ເປັນພໍ່ເປັນແມ່ທີ່ຕ້ອງການໃຫ້ລູກໆຂອງຕົນໄດ້ເຂົ້າຮຽນຢູ່ໂຮງຮຽນ ດີມີຊື່ສຽງ, ສ່ວນຢູ່ຂະແໜງສາທາລະນະສຸກນັ້ນກໍມີບັນຫາການຈຳແນກບູລິມະສິດໃນການປິ່ນປົວ ເຊັ່ນເອົາໃຈໃສ່ແຕ່ຜູ້ຫລັກຜູ້ໃຫຍ່, ຜູ້ມີອຳນາດເງິນ, ຄົນລຶ້ງເຄີຍ ດັ່ງນີ້ເປັນຕົ້ນ. ສ່ວນມາດຕະການ ອື່ນໆກໍມີການຫ້າມຮັບຂອງຂວັນໃນມູນຄ່າ 50.000 ວອນ (1 ໂດລາສະຫະລັດແລກໄດ້ປະມານ 1.146 ວອນ) ແລະ ຫ້າມໄປຮ່ວມຮັບປະທານອາຫານທີ່ມີມູນຄ່າ 30.000 ວອນຂຶ້ນໄປໂດຍແມ່ນຄົນອື່ນຈ່າຍລ້ຽງ. ສຳລັບພະນັກງານລະດັບຫົວໜ້າກົມໃນຂະແໜງເກັບພາສີນັ້ນຫ້າມຮ່ວມຫລິ້ນກິລາຕີກ໋ອບກັບຫົວໜ້າ ຫລື ຄະນະນຳຂອງບໍລິສັດໃຫຍ່ໆຈຳນວນ 100 ຫົວໜ່ວຍ ທີ່ທາງການມີບັນຊີແຮໄວ້ແລ້ວ. ເວົ້າມາຮອດນີ້ໜ້າເຈ້ຍໝົດຂໍຕໍ່ສະບັບໜ້າໃນຫົວຂໍ້ ຢ່າເຮັດຄືປາຊົມນ້ຳໃໝ່”.

No comments:

Post a Comment