Ad

Ad

4 January 2017

ສານຕໍ່ທຸລະກິດຄອບຄົວຈົນເຕີບໃຫຍ່

  ການເຮັດທຸລະກິດອັນໃດກໍຕາມ, ຖ້າຜູ້ບໍລິຫານຫລືວ່າເຈົ້າຂອງກິດຈະການເປັນຜູ້ທີ່ມີຫົວຄິດປະດິດສ້າງເພື່ອສັນຫາຜະລິດຕະພັນໃໝ່ໆມາຕອບສະໜອງໃຫ້ສັງຄົມໄດ້ເປັນຢ່າງດີແລ້ວກໍຈະເຮັດໃຫ້ທຸລະກິດນັ້ນມີການເຕີບໃຫຍ່ຂະຫຍາຍຕົວ ແລະ ມີຊື່ສຽງເປັນທີ່ຮັບຮູ້ຂອງສັງຄົມຢ່າງກວ້າງຂວາງ ເໝືອນດັ່ງຮ້ານຂາຍຄໍາສີດາ ລາດຊະວົງ ທີ່ພໍ່ແມ່ໄດ້ມອບໃຫ້ລູກສາວສານຕໍ່ທຸລະກິດຂອງຄອບຄົວຈົນເຕີບໃຫຍ່.
            ທ່ານນາງ ວຽງສອນ ທິບູນມາ ເຈົ້າຂອງຮ້ານຄໍາດັ່ງກ່າວໃຫ້ສໍາພາດວ່າ: ຮ້ານຂາຍຄໍາແມ່ນ
ທຸລະກິດຫລັກຂອງຄອບຄົວທີ່ພໍ່ແມ່ເພີ່ນໄດ້ສ້າງຕັ້ງຂຶ້ນມາຫລາຍສີບປີແລ້ວ, ຈົນຕົນເອງໄດ້ຮຽນຈົບອາຊີວະ ແລະ ໄດ້ສ້າງຄອບຄົວສໍາເລັດແລ້ວເພີ່ນຈິ່ງໄດ້ມອບໃຫ້ສືບຕໍ່ບໍລິຫານມາເປັນເວລາ 5-6 ປີແລ້ວ, ຊຶ່ງໃນໄລຍະເລີ່ມຕົ້ນທີ່ຕົນເອງມາສານຕໍ່ທຸລະກິດນີ້ກໍເຫັນວ່າມີສິ່ງທ້າທາຍຫລາຍເພາະເປັນຊ່ວງຕະຫລາດຄໍາຮູບປະພັນຢູ່ປະເທດເຮົາມີການຂະຫຍາຍຕົວກວ້າງຂວາງ ແລະ ມີການແຂ່ງຂັນສູງ, ແຕ່ດ້ວຍຄວາມພະຍາຍາມໃນການນໍາໃຊ້ຄວາມຮູ້ຕ່າງໆທີ່ໄດ້ຮຽນມາໝູນໃຊ້ເພື່ອຫາກົນລະຍຸດດ້ານການຕະຫລາດມາພັດທະນາທຸລະກິດຂອງຕົນໃຫ້ດີຂື້ນ, ຊຶ່ງກ່ອນອື່ນແມ່ນຖືສໍາຄັນການໂຄສະນາຜ່ານສື່ຕ່າງໆເປັນຕົ້ນ: ວິທະຍຸ, ໂທລະພາບ ແລະ ໜັງສືພີມເປັນປະຈໍາ, ເອົາໃຈໃສ່ດ້ານການບໍລິການໃຫ້ດີ, ຕ້ອນຮັບລູກຄ້າດ້ວຍຄວາມຍີ້ມແຍ້ມແຈ່ມໃສ, ກໍານົດລາຄາຊື້-ຂາຍທີ່ຍຸຕິທໍາ ແລະ ໃຫ້ບໍລິການຈ່າຍຜ່ອນຄໍາຮູບປະພັນນໍາດ້ວຍ. ນອກຈາກນີ້ກໍໄດ້ເນັ້ນໃສ່ການຄົ້ນຄິດສ້າງສັນຜະລິດຕະພັນຄໍາຮູບປະ
ພັນທີ່ມີລວດລາຍສວຍງາມ ເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມ ລວມເຖິງການຈັດກິດຈະກໍາເພື່ອຄືນກໍາໄລໃຫ້ລູກຄ້າໃນແຕ່ລະປີ ແລະ ອີກຊ່ອງທາງໜຶ່ງກໍແມ່ນນໍາໃຊ້ສື່ສັງຄົມອອນລາຍເປັນຕົ້ນ: ເຟສບຸກ (facebook) ເພື່ອຊ່ວຍໂຄສະນາປະຊາສໍາພັນ ແລະ ເປີດໂອກາດໃຫ້ລູກຄ້າສາມາດຕິດຕາມຜະລິດຕະພັນໃໝ່ໆຈາກຮ້ານຄໍາຂອງຕົນ ແລະ ສະແດງຄໍາຄິດຄໍາເຫັນ ຫລື ຄໍາແນະນໍາຕ່າງໆ ເພື່ອນໍາມາປັບປຸງພັດທະນາຜະລິດຕະພັນ ແລະ ການບໍລິການຂອງຮ້ານໃຫ້ນັບມື້ດີຂຶ້ນ.
           ທ່ານນາງ ວຽງສອນ ກ່າວວ່າ: ທຸລະກິດຄ້າຂາຍຄໍາແມ່ນມີຄວາມທ້າທາຍຫລາຍສົມຄວນ, ເນື່ອງຈາກວ່າຄໍາທີ່ເອົາມາຜະລິດແມ່ນນໍາເຂົ້າຈາກຕ່າງປະເທດ ແລະ ລາຄາກໍຂື້ນ-ລົງຕາມຕະ ຫລາດໂລກ, ນອກຈາກນີ້ຮ້ານຂາຍຄໍາຢູ່ປະເທດເຮົາກໍນັບມື້ມີການຂະຫຍາຍກວ້າງຂວາງຫລາຍຂຶ້ນ, ຈຶ່ງຕ້ອງມີກົນໄກຄຸ້ມຄອງບໍລິຫານທີ່ດີ. ປັດຈຸບັນ, ຕົນເອງມີຄວາມພາກພູມໃຈທີ່ສາມາດສານຕໍ່ທຸ

ລະກິດຂອງຄອບຄົວມີບາດກ້າວເຕີບໃຫຍ່, ອັນໄດ້ເຮັດໃຫ້ພໍ່ແມ່ມີຄວາມພາກພູມໃຈທີ່ເຫັນລູກມີຄວາມກ້າວໜ້າຄືດັ່ງກ່າວ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກສັງຄົມເປັນຢ່າງດີ.

No comments:

Post a Comment