ກອງປະຊຸມສຸດຍອດອາຊຽນຄັ້ງທີ 23 ແລະ ບັນດາກອງ ປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງໄດ້ໄຂຂຶ້ນຢ່າງ ເປັນ ທາງການໃນຕອນເຊົ້າວັນທີ 9 ຕຸລາ 2013,
ທີ່ ບັນດາ ສິຣິ ເບກາວັນ, ບຣູໄນ ດາຣູຊາລາມ. ທ່ານ ທອງສິງ ທຳມະ ວົງ ນາຍົກ ລັດຖະມົນຕີແຫ່ງ
ສປປ ລາວ ໄດ້ນຳພາຄະນະຜູ້ ແທນແຫ່ງ ສປປ ລາວ ເຂົ້າຮ່ວມບັນດາກອງປະຊຸມສຸດຍອດ ດັ່ງກ່າວ.
ໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 23 ນີ້,
ບັນດາຜູ້ນຳອາຊຽນໄດ້ຮັບຊາບຄວາມຄືບໜ້າກ່ຽວກັບການສ້າງ ປະຊາຄົມອາຊຽນເຊິ່ງມີເປົ້າໝາຍໃຫ້ສຳເລັດໃນປີ
2015 ແລະ ໄດ້້ສະແດງຄວາມຍິນດີທີ່ບັນດາຂະແໜງການທີ່ກ່ຽວຂ້ອງ ຂອງອາຊຽນໄດ້ສຳເລັດການທົບທວນການຈັດຕັ້ງປະຕິບັດແຜນ ແມ່ບົດປະຊາຄົມອາຊຽນທັງ
3 ເສົາຄ້ຳ, ແຜນວຽກໄລຍະ 2 ຂອງຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນແລະແຜນແມ່ບົດ ກ່ຽວກັບການເຊື່ອມຈອດອາຊຽນ.
ພ້ອມກັນນັ້ນ, ບັນດາຜູ້ນຳ ອາຊຽນກໍໄດ້ປຶກສາຫາລືກ່ຽວກັບທິດທາງການຮ່ວມມືພາຍຫລັງ ການສ້າງປະຊາຄົມອາຊຽນໃນປີ
2015 ດ້ວຍການຮັບຮອງ ເອົາຖະແຫລງການບັນດາສິຣິເບກາວັນວ່າດ້ວຍວິໄສທັດຂອງປະ





