Ad

Ad

15 December 2014

ສສຊ ສະເຫນີໃຫ້ລັດຖະບານເພີ່ມທະວີການກວດສອບໃຫ້ມີຄວາມຮັດກຸມຢ່າງເຄັ່ງຄັດ



        ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ໄດ້​ສະ​ເໜີ​ໃຫ້​ລັດຖະບານ​ເພີ່ມ​ທະວີ​ເອົາ​ໃຈ​ໃສ່​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ກວດກາ​ລາຍຮັບ​ລາຍ​ຈ່າຍ, ໜີ້​ສິນ​ຊ້ຳ​ຊ້ອນ ແລະ ການ​ຄຸ້ມ​ຄອງ​ການ​ເກັບ​ລາຍ​ຮັບ​ພາສີ-ອາກອນ​ນຳ​ເຂົ້າ- ສົ່ງ​ອອກໃຫ້​ມີ​ຄວາມ​ຮັດກຸມ ແລະ ​ເຄັ່ງ​ຄັດ.
        ທ່ານ ດຣ. ໄຊສົມພອນ ພົມວິຫານ ຮອງປະທານສະພາ ແຫ່ງຊາດໄດ້ຕ່າງ​ໜ້າ​ສະພາ​ແຫ່ງຊາດປະກອບຄຳເຫັນໃສ່ບົດລາຍ ງານອົງການກວດສອບແຫ່ງລັດ​ໃນ​ວັນ​ທີ 12 ທັນ ວາ 2014 ນີ້ວ່າ: ຜ່ານ​ມາການກຳນົດກົດລະບຽບການໃຊ້ຈ່າຍເງິນຊຳ ລະໜີ້ສິນ ບັນດາໂຄງການລົງທຶນຂອງລັດ​ເຫັນ​ວ່າຍັງບໍ່ທັນສອດຄ່ອງກັບຫລັກການ ການເງິນພາກລັດ, ຍັງມີການໃຊ້ ຈ່າຍແບບເກື້ອກູນ, ຟູມເຟືອຍ, ເຊິ່ງບໍ່ແທດເໝາະກັບປະສິດທິຜົນຂອງການດຳເນີນທຸລະກິດຂອງຕົນເຮັດໃຫ້ບໍ່ສາມາດມອບພັນ ທະອາກອນເຂົ້າງົບ ປະມານ ແຫ່ງລັດໄດ້ຕາມຄາດໝາຍ.  ​ເພື່ອ​ເຮັດ​ໃຫ້​ບັນ​ລຸ​ຜົນ​ສຳ​ເລັດ​ເປັນ​ຕົ້ນ: ການຈັດ​ຕັ້ງ​ປະຕິບັດ​ບັນດາ​ວຽກ​ງານອົງການ​ກວດ​ສອບ​
ແຫ່ງ​ລັດ ​ໃຫ້​​ເພີ່ມ​ທະວີ​ການ​ຕິດຕາມ​ກວດ ກາ​ຢ່າງ​ໃກ້​ສິດການຈັດ​ຕັ້ງ​ປະ​ຕິບັດລະບຽບ​ວິ​​ໃນ​ແຜນການ ແລະ ການ​ເງິນ ຂອງ​ຂະ​ແໜງ​ການ​ທ້ອງ​ຖິ່ນ​ ໃຫ້​ມີ​ການ​ຮັດກຸມ​ຂຶ້ນ​ຕື່ມ. ສຳລັບ​ຜູ້​ທີ່​ກ່ຽວຂ້ອງ​ກັບ​ໂຄງການ​ທີ່​ບໍ່​ມີ​ຕົວ​ຕົນ​ສະ​ເໜີ​ໃຫ້​ລັດຖະບານ​​ປະຕິບັດ​ຕາມ​ລະ ບຽບ​ກົດໝາຍ​ຢ່າງ​​​​ເຄັ່ງ​ຄັດ, ຮີ​ບ ຮ້ອນ​ເກັບ​ກູ້ເງິນ​ດັ່ງກ່າວ ຄື​ນ​ໃຫ້​ຄົບ​ຖ້ວນ​ແລ້ວ​ນຳ​ເຂົ້າງົບປະ ມານ​ຂອງ​ລັດ​ຕາມ​ລະບຽບ​ການ. ສຳລັບ​​ເງິນ​ທີ່​ຈ່າຍ​ຊ້ຳ​ຊ້ອນ​ນັ້ນ ສະ​ເໜີ​ໃຫ້​ລັດຖະບານ​ຊີ້​ນຳ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ສົມ​ທົບ​ ກັບ​ອົງການ​ກວດ​ສອບກວດ ກາ​ຄືນ​ໃຫ້​ລະອຽດ​ສະ​ເພາະ​ໂຄງການ​ໃດ​ຖ້າ​ມີ​ການ​ຈ່າຍ​ຊ້ຳ​ຊ້ອນ ແລະ ຈ່າຍ​ເກີນ​ໃຫ້​​​ໂຄງການ​ໃດ ໜຶ່ງ​ຕ້ອງ​ໃຫ້​ມີ​ການ​ໄລ​ລຽງ​ຄືນ​ໃຫ້​ຖືກຕ້ອງ ​ແລະ ​ເກັບ​ກູ້​ຄືນ​ເຂົ້າ​ງົບປະມານຂອງ​ລັດ​ໃນ​ສົກ​ປີ​ຕໍ່​ໄປໃຫ້ຄົບຖ້ວນ.

No comments:

Post a Comment