Ad

Ad

25 May 2015

ຫາລືການຮ່ວມງານວາງສະແດງເຟີນີເຈີອາຊຽນ ຢູ່ ສປ ຈີນ ໃນປີ 2016



ເມື່ອບໍ່ດົນມານີ້, ສະມາຄົມເຟີນີເຈີ ອາຊຽນລວມມີ: ມາເລເຊຍ, ອິນໂດເນເຊຍ, ສສ ຫວຽດນາມ, ສິງກະໂປ, ໄທ, ຟີລິບປິນ, ສະຫະພາບມຽນມ້າ ແລະ ສປປ ລາວ, ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນ ແລະ ຄວາມພ້ອມຕ່າງໆໃນການ ເຂົ້າຮ່ວມງານວາງສະແດງສິຄ້າເຟີນີເຈີອາຊຽນ 2016 ທີ່ ນະຄອນຊົງຊິງ ສປ ຈີນ.
ກອງປະຊຸມຄັ້ງນີ້, ນອກຈາກຈະໃຫ້ຄໍາຄິດເຫັນຕໍ່ງານວາງສະແດງສິນຄ້າດັ່ງກ່າວແລ້ວ ຍັງໄດ້ເນັ້ນເຖີງບັນຫາທີ່ທາງສ ະມາຄົມເຟີນີເຈີ ກຳລັງພົບຄວາມຫຍຸງຍາກ, ໂດຍສະເພາະແມ່ນບັນຫາການນຳເຂົ້າ-ສົ່ງອອກຂອງຜະລິດຕະພັນເຟີນີເຈີ, ວັດຖຸດິບ(ໄມ້) ແລະ ບັນຫາການຂະຫາຍຕະຫຼາດ. ປັດຈຸບັນ ເຫັນວ່າ ສປ ຈີນ ມີຄວາມສົນໃຈຕໍ່ຜະລິດຕະພັນ ເຟີນິີເຈີໄມ້ ຈາກ ສປປ ລາວ ເປັນພິເສດຍ້ອນວັດຖຸດິບມີຄຸນນຄ່າສູງ, ຄຸນນະພາບດີ, ເປັນໄມ້ແທ້, ແນວໃດກໍຕາມ ສະມາຄົມເຟີນີ
ເຈີລາວ ໃຫ້ຮູ້ວ່າ: ການຮ່ວມງານວາງສະແດງເຟີນີເຈີ ອາຊຽນຄັ້ງນີ້, ສະມາຄົມເຟີນີເຈີລາວ ແລະ ສະມາຊິກຍັງພົບບັນຫາ ຫຍຸ້ງຍາກຕ່າງໆເຊັ່ນດຽວກັນ ຄືວຽກງານສະຖິຕິການນຳເຂົ້າ-ສົ່ງອອກ ໂດຍສະເພາະການສົ່ງສິນຄ້າຈາກ ລາວ ໄປ ຈີນ ມີຄວາມຫຍຸ້ງຍາກຍ້ອນລະບຽບການຕ່າງໆກ່ຽວກັບສິນຄ້າໄມ້, ແລະ ຂັ້ນຕອນແລ່ນເອກະສານໃນດ່ານຊາຍ ແດນແຕ່ ລະຈຸດມີການປ່ຽນແປງ, ວັດຖຸດິບ (ໄມ້) ມາຮັບໃຊ້ການຜະລິດບໍ່ພຽງພໍຍ້ອນທຸລະກິດໄມ້ບໍ່ມີແຫຼ່ງວັດຖຸດິບທີ່ແນ່ນອນ. ຕໍ່ບັນຫາດັ່ງກ່າວທາງສະມາຄົມເຟີນີເຈີລາວໄດ້ສະເໜີຕໍ່ພາກລັດທີ່ກ່ຽວຂ້ອງເພື່ອຊ່ວຍແກ້ໄຂ ໂດຍສະເພາະແມ່ນການ ໃຫ້ຄວາມສະດວກ ເພື່ອສ້າງຄວາມເຂັ້ມແຂງເຮັດໃຫ້ພາກທຸລະກິດເຟີນີເຈີສາມາດດຳເນີນທຸລະກິດໄດ້ຢ່າງມີຜົນ ແລະ ຍືນຍົງ.

No comments:

Post a Comment