Ad

Ad

6 May 2015

ສາທາຕີລາຄາຈັດຕັ້ງປະຕິບັດແຜນງານກ່ຽວກັບພະຍາດຊືມເຊື້ອ



ກະຊວງສາທາລະນະສຸກໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດ ແຜນວຽກກ່ຽວກັບພະຍາດຊຶມເຊື້ອທີ່ເກີດຂຶ້ນໃໝ່ ແລະ ເຫດການສຸກເສີນດ້ານ ສາທາລະນະສຸກໃນ ສົກປີ 2014-2015 ເລະ ທົບທວນຄືນການຈັດ ຕັ້ງປະຕິ ບັດຍຸດທະ ສາດອາຊີ-ປາຊີຟິກກ່ຽວກັບພະຍາດທີ່ເກີດຂຶ້ນໃໝ່, ຊຶ່ງໄດ້ຈັດຂື້ນ ໃນວັນທີ 5 ພຶດສະພານີ້, ທີ່ໂຮງ ແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ຮອງສາສະດາຈານ ດຣ ບຸນກອງ ສີຫາວົງ ລັດ ຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກ, ມີຜູ້ຕ່າງໜ້າອົງການອະນາໄມໂລກ, ຕົວແທນຈາກໂຮງໝໍ ແລະ ສະຖາ ບັນຕ່າງໆເຂົ້າຮ່ວມເປັນຈຳນວນຫຼາຍ.
ລັດຖະມົນຕີຊ່ວຍມີຄຳເຫັນໃນກອງປະຊຸມວ່າ: ສປປ ລາວ ໄດ້ພັດທະນາແຜນວຽກກ່ຽວກັບພະຍາດຊຶມເຊື້ອທີ່ເກີດ ຂຶ້ນໃໝ່ ແລະ ເຫດການສຸກເສີນທາງດ້ານສາທາລະນະ ສຸກ 5 ປີ (2011-2015) ເພື່ອສ້າງຄວາມສາມາດທີ່ຍືນ ຍົງໃນ ການຄຸ້ມຄອງ ພະຍາດທີ່ ເກີດຂຶ້ນໃໝ່ ແລະ ເຫດການສຸກເສີນທາງດ້ານສາ ທາລະນະສຸກຕ່າງໆ. ແຜນວຽກດັ່ງກ່າວ ປະກອບດ້ວຍ 7 ຂໍ້ກຸນແຈສຳຄັນຄື: 1.) ວຽກງານເຝົ້າລະວັງ, ປະເມີນຄວາມ ສ່ຽງ ແລະ ຕອບໂຕ້, 2.) ວຽກງານ ວິເຄາະ, 3.) ວຽກງານສຸ ຂະພາບໜຶ່ງດຽວ ແລະ ພະຍາດຕິດຕໍ່ຈາກ ສັດສູ່ຄົນ, 4.) ວຽກງານປ້ອງກັນ ແລະ ການ ຄວບຄຸມການຕິດເຊື້ອ/ການຄຸ້ມ
ຄອງກໍລະນີ, 5.) ວຽກງານການສື່ສານເພື່ອຫລຸດຜ່ອນ ຄວາມສ່ຽງ, 6.) ວຽກງານ ກະກຽມຄວາມພ້ອມ ຮັບມືເຫດການສຸກ ເສີນ ແລະ 7.) ວຽກງານຕິດຕາມ ແລະ ປະເມີນ ຜົນ. 7 ວຽກງານດັ່ງກ່າວ ຈະເປັນບ່ອນອີງໃຫ້ພວກເຮົາໄດ້ນຳໃຊ້ເຂົ້າ ໃນການຕີລາຄາການຈັດຕັ້ງປະຕິບັດກົດລະບຽບສາ ກົນດ້ານສາທາລະນະສຸກ ທີ່ພວກເຮົາໄດ້ສະເໜີຜ່ານ.
   ຕໍ່ສະພາບການລະບາດຂອງພະຍາດໃນພາກພື້ນ ແລະ ສາກົນ, ປັດຈຸບັນນີ້ ພະຍາດ ອີໂບລາ ຍັງບໍ່ມີທ່າອ່ຽງຫລຸດ ລົງຢູ່ປະເທດ Guinea ແລະ Sierra Leone, ຈຳນວນກໍ ລະນີສະສົມຂອງພະຍາດອີໂບລາ 9 ປະເທດຄື: Guinea, Sierra Leone, Mali, Spain, Senegal, Nigeria, United Kingdom ແລະ United States of America ມີທັງໝົດ 26.333 ກໍລະນີ ແລະ ມີຜູ້ເສຍຊີວິດ 10.907 ກໍລະນີ.
   ທ່ານລັດຖະມົນຕີຊ່ວຍກ່າວວ່າ: ສະເພາະ ສປປ ລາວຍັງມີການລາຍງານພະຍາດ ໄຂ້ຍຸງລາຍໃນປີ 2015 ມີ 208 ກໍລະນີ ແລະ ບໍ່ມີກໍລະນີເສຍຊີວິດ, ໃນນີ້ ແຂວງອັດຕະປຶ ມີລາຍງານ 12 ກໍລະນີ, ແຂວງຈຳປາສັກ 47 ກໍລະນີ, ຕໍ່ສະພາບ ດັ່ງກ່າວ ການນຳກະຊວງສາທາລະນະສຸກ ໄດ້ຕິດຕາມ ແລະ ຊີ້ນຳຢ່າງໃກ້ຊິດຕິດແທດ ເນັ້ນການປ້ອງກັນ ແລະ ຄວບຄຸມໜອນນ້ຳຍຸງລາຍ, ສ່ວນຫລາຍເຫັນວ່າ  ພາກສ່ວນທີ່ກ່ຽວຂ້ອງຕ່າງໆສາມາດຜັນຂະຫຍາຍທິດຊີ້ນຳຂອງ ທ່ານຮອງນາຍົກລັດຖະມົນ ຕີເວົ້າລວມ ເວົ້າສະເພາະແມ່ນຂອງກອງປະຊຸມຖອດຖອນບົດຮຽນ ການປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ໃນເດືອນກຸມພາ 2015 ທີ່ຜ່ານມາ ແລະພາກສ່ວນກ່ຽວຂ້ອງກໍໄດ້ເອົາໃຈໃສ່ສືບຕໍ່ຈັດຕັ້ງປະ ຕິບັດໜ້າທີ່ຢ່າງຮັບຜິດຊອບ ແລະ ຕັ້ງໜ້າ,ເປັນຕົ້ນແມ່ນການເຝົ້າລະວັງ, ການແຈກຢາຍຢາຂ້າໜອນນ້ຳ, ການລົງຕິດ ຕາມຊຸກຍູ້, ການອອກແຈ້ງການ ແລະ ຄຳສັ່ງແນະນຳຕ່າງໆ.ນອກຈາກນັ້ນ ໄພພິບັດທາງ ທຳມະຊາດ ຍັງສືບຕໍ່ຂົ່ມຂູ່ປະ ຊາຊົນຢ່າງຕໍ່ເນື່ອງ ລ້າສຸດເກີດແຜ່ນດິນໄຫວຢູ່ປະເທດ ເນປານ ໃນວັນທີ 25 ເມສາ 2015, ໂທລະພາບ CNN  ລາຍ ງານວັນທີ 30 ເມສາ 2015 ວ່າຈຳນວນສະສົມຜູ້ເສຍຊີວິດຫລາຍກວ່າ 5.500 ຄົນ, ບາດເຈັບຫລາຍກວ່າ 10 ພັນຄົນ ໃນນີ້ ປະເທດເພື່ອນບ້ານຄື: ປະເທດອິນເດຍ ມີຜູ້ເສຍຊີວິດ 72 ຄົນ ແລະ ສປ ຈີນ ມີຜູ້ ເສຍຊີວິດ 25 ຄົນ. ຕໍ່ບັນ ຫາດັ່ງກ່າວ ການກຽມຄວາມພ້ອມຮັບມື ແລະ ການຝຶກຊ້ອມຕົວຈິງ ແມ່ນສຳຄັນທີ່ສຸດ ແລະ ເຊື້ອໝັ້ນວ່າກອງປະຊຸມ ທົບທວນຄືນການຕິດຕາມ ແລະ ການປະເມີນຜົນການຈັດຕັ້ງປະຕິບັດແຜນວຽກກ່ຽວກັບພະຍາດຊຶມເຊື້ອທີ່ຈະ ເກີດ ຂຶ້ນໃໝ່ ແລະ ເຫດການ ສຸກເສີນທາງດ້ານສາທາລະນະສຸກ ໃນຄັ້ງນີ້, ພວກເຮົາຈະສາມາດຕີ ລາຄາຈຸດດີ ແລະ ຂໍ້ຄົງ ຄ້າງອັນເໝາະສົມເພື່ອບັນລຸແຜນວຽກດັ່ງກ່າວ.

No comments:

Post a Comment