Ad

Ad

19 August 2016

ຍ້ອງຍໍຜູ້ມີຜົນງານຮັບໃຊ້ບັ້ນເລືອກຕັ້ງສະມາຊິກ ສສຊ ແລະ ສສຂ


        ໃນວັນທີ 18 ສິງຫານີ້ຢູ່ສະພາແຫ່ງຊາດ, ໄດ້ຈັດພິທີຍ້ອງຍໍຜູ້ມີຜົນງານປະກອບສ່ວນຮັບໃຊ້ໃນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ VIII ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ), ເຊິ່ງຜູ້ໄດ້ຮັບຫລຽນໄຊແຮງງານຊັ້ນ II ມີຈໍານວນ 45 ທ່ານ, ຍິງ 17 ທ່ານ, ຫລຽນໄຊແຮງງານຊັ້ນ III ມີ 71 ທ່ານ, ຍິງ 28 ທ່ານ, ຫລຽນກາແຮງງານມີ 48 ທ່ານ, ຍິງ 19 ທ່ານ ແລະ ໃບຍ້ອງຍໍຂອງຄະນະກໍາມະການເລືອກຕັ້ງລະດັບຊາດ 34 ທ່ານ, ຍິງ 17 ທ່ານ, ໂດຍການໃຫ້ກຽດມອບຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ.
           ໃນໂອກາດດຽວກັນນີ້, ທ່ານ ສາຍທອງ ແກ້ວດວງດີ ປະທານກໍາມາທິການກົດໝາຍ ກໍໄດ້ປາຖະກະຖາກ່ຽວກັບວັນສ້າງຕັ້ງລັດຖະທໍາມະນູນຄົບຮອບ 25 ປີ (15 ສິງຫາ 1991-15 ສິງຫາ 2016) ໂດຍຍົກໃຫ້ເຫັນຄວາມສາຄັນວ່າ: ພາຍຫລັງປະເທດຊາດໄດ້ຮັບການສະຖາປານາເປັນ ສປປ
ລາວ ພັກໄດ້ວາງແນວທາງ ແລະ ນໍາພາປະຊາຊົນປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ໃນກອງປະຊຸມເທື່ອທີ 6 ຂອງສະພາປະຊາຊົນສູງສຸດຊຸດທີ II ປີ 1991 ໄດ້ພິຈາລະນາຮັບຮອງເອົາລັດຖະທໍາມະນູນສະບັບທໍາອິດຂອງ ສ ປປ ລາວ ແລະ ໄດ້ປະກາດໃຊ້ຢ່າງເປັນທາງການ ແລະ ນັບແຕ່ນັ້ນມາ, ລັດຖະທໍາມະນູນໄດ້ເປັນກົດໝາຍພື້ນ ຖານຂອງຊາດ, ທັງເປັນການຫັນແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ທີ່ມີຫລັກການຂອງພັກ, ເຊິ່ງໄດ້ກໍານົດແຈ້ງໃນລະບອບການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ລັດໄດ້ນໍາໃຊ້ລັດຖະທໍາມະນູນ ແລະ ກົດໝາຍເພື່ອຄຸ້ມຄອງຂົງເຂດຕ່າງໆຂອງສັງຄົມ, ແນ່ໃສ່ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ແລະ ສ້າງສິ່ງອໍານວຍຊຸກຍູ້ໃຫ້ເສດຖະກິດຂະຫຍາຍຕົວໄປຕາມເສັ້ນທາງສັງຄົມນິຍົມທີ່ພັກເຮົາໄດ້ກໍານົດໄວ້ໃຫ້ປະກົດຜົນເປັນຈິງ.

          ປັດຈຸບັນ, ລັດຖະທໍາມະນູນແຫ່ງ ສປປ ລາວ ໄດ້ປະກອບມີ XI ໝວດ, 107 ມາດຕາ.

No comments:

Post a Comment