Ad

Ad

19 August 2016

ພາກທຸລະກິດປະກອບຄຳເຫັນໃສ່ຮ່າງກົດໝາຍສົ່ງເສີມການລົງທຶນສະບັບປັບປຸງ

            ຜູ້ຕາງໜ້າສະມາຄົມທຸລະກິດ ແລະ ບັນດາສະມາຊິກຂອງສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດ (LNCCI) ຫລາຍກວ່າ 50 ທ່ານ, ໄດ້ຮັບການຍົກລະດັບກ່ຽວກັບວິທີການປະກອບຄຳເຫັນຢ່າງມີປະສິດທິພາບໃສ່ຮ່າງກົດໝາຍສົ່ງເສີມການລົງທຶນສະບັບປັບປຸງ ເພື່ອແນ່ໃສ່ຍົກສູງຄວາມເຂົ້າ ໃຈແກ່ນັກທຸລະກິດໃນການປະກອບຄຳເຫັນຢ່າງມີປະສິດທິຜົນ ແລະ ສ້າງສັນຕໍ່ຮ່າງກົດໝາຍ, ລະ ບຽບການຕ່າງໆທີ່ຈະມີຜົນກະທົບຕໍ່ທຸລະກິດຂອງຕົນ ກໍຄືການແລກປ່ຽນຄຳຄິດເຫັນ, ສົນທະນາກັບນັກຊ່ຽວຊານດ້ານກົດໝາຍຈາກພາກເອກະຊົນ.

          ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 18 ສິງຫານີ້, ທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສະໝານ ອາເນກາ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ໂດຍໄດ້ຮັບການສະໜັບສະໜູນຈາກອົງການເພື່ອການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ພາຍໃຕ້ໂຄງການ LUNA II.

No comments:

Post a Comment