Ad

Ad

19 November 2014

ສືບຕໍ່ຂົນຂວາຍທຶນຈາກສາກົນຮ່ວມແກ້ໄຂຄວາມທຸກຍາກໃຫ້ມີປະສິດທິຜົນ



     ໃນໂອກາດໂອລົມກອງປະ ຊຸມຂອງຄະນະພັດທະນາຊົນນະບົດ ແລະ ລຶບລ້າງ ຄວາມທຸກ ຍາກຂັ້ນສູນກາງປະຈຳສົກປີ 2013-2014, ເຊິ່ງມີຂຶ້ນໃນຕົ້ນ ເດືອນພະ ຈິກນີ້, ທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານການປົກຄອງ ໄດ້ເນັ້ນບາງບັນຫາສຳຄັນກ່ຽວກັບການຕີລາຄາສະພາບການ ຮ່ວມມື ແລະ ໂຄງການ ຊ່ວຍເຫລືອຜ່ານອົງການຈັດຕັ້ງສາ ກົນທີ່ ບໍ່ສັງກັດລັດຖະບານ, ຊຶ່ງເຫັນວ່າ: ການ ຮ່ວມມືຊ່ວຍເຫລືອດັ່ງກ່າວ ໄດ້ປະກອບສ່ວນ ສຳຄັນເຂົ້າໃນການສ້າງສາພັດ ທະ ນາເສດຖະກິດ-ສັງຄົມກໍຄື ຊ່ວຍແກ້ໄຂຄວາມທຸກຍາກຂອງ ສປປ ລາວ.
     ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນຕື່ມວ່າ: ເພື່ອເຮັດໃຫ້ໝາກຜົນການຊ່ວຍເຫລືອໃຫ້ ເກີດປະໂຫຍດສູງສຸດຕໍ່ການ ພັດທະນາປະເທດຊາດ, ໂດຍສະເພາະການລຶບລ້າງຄວາມທຸກຍາກຂອງ ປະຊາຊົນບັນດາເຜົ່າ, ກ່ອນອື່ນໝົດພວກເຮົາຕ້ອງໄດ້ ຍາດແຍ່ງອົງການນີ້ ເພື່ອໃຫ້ເຂົາ ເຈົ້າຊ່ວຍເຫລືອການຈັດສັນພູມ ລຳເນົາໃນບ້ານນ້ອຍທີ່ມີຄວາມຫຍຸ້ງຍາກໃຫ້ສຳເລັດ, ໂດຍ ບໍ່ຈຳເປັນລໍຖ້າແຕ່ທືນຂອງລັດເຮົາ, ດີແທ້ຕ້ອງແກ້ໄຂຢູ່ໃນກອງທຶນຫລຸດຜ່ອນຄວາມທຸກຍາກ(ທລຍ), ໄລຍະທີ III ໃຫ້ສຳ

ການບິນ​ລາວ​ໄດ້​ເຮືອບິນ​ລຳ​ໃໝ່ເສີມ​ບໍລິການ



        ວັນ​ທີ 18  ພະຈິກ​ນີ້, ຢູ່​ສະໜາມບິນ​ວັດ​ໄຕ​ສາກົນ, ໄດ້​ມີພິທີ​ຕ້ອນຮັບເຮືອ ບິນ​ລຳ​ໃໝ່  ATR 600.  ໂດຍ​ມີ​ຄະນະ​ອຳນວຍ​ການລັດ​ວິ​ສາ​ຫະກິດ​ການບິນ​ລາວ  ແລະ  ພະນັກງານ​ເຂົ້າ​ຮ່ວມຢ່າງ​ພ້ອມພຽງ.
          ທ່ານ ແສງ​ປະ​ເສີດ ມະທຸ​ຈັນ ຮອງອຳນວຍ​ການ​ການບິນ​ລາວ​ກ່າວ​ວ່າ: ປັດຈຸບັນ​ການບິນ​ລາວ​ມີ​ເຮືອບິນ  ATR 500  ຈຳນວນ 7 ລຳ, MA 4 ລຳ ​ແລະ ​ເ​ເອບັສ 4 ລຳ. ສຳລັບເຮືອບິນ ATR 600, ສາມາດ​ບັນຈຸ​ຜູ້​ໂດຍ ສານ​ໄດ້ 70 ບ່ອນ​ນັ່ງ, ​ຜະລິດ​ຢູ່​ປະ​ເທດຝຣັ່ງ ​ເຮືອບິນ​ລຳ​ໃໝ່ນີ້​ ຈະ​ມາ​ເສີມ​ການ​ບໍລິການ​ຂົນ​ສົ່ງ​​ໂດຍສານ​ທາງ​ອາກາດຢູ່​ພາຍ​ໃນ​ປະ​ເທດ ​ແລະ ຕ່າງ​ປະ​ເທດ​ເປັນຕົ້ນ​ແມ່ນ: ​ສ.ເກົາຫຼີ, ຈີນ ແລະ  ການ​ເລືອກ​ນຳ​ໃຊ້​ເຮືອບິນ​ປະ​ເພດ​ນີ້ມາ​ຮັບ​ໃຊ້​ບໍລິການ​​ເນື່ອງ​ຈາກ​ວ່າ​ເປັນ​ເຮືອບິນ​ທີ່​ທັນ​ສະ​ໄໝ ແລະ ມີ​ເຕັກ​ໂນໂລຊີສູງ.

ຄົ້ນພົບວັດຖຸບູຮານຍຸກທອງສຳລິດເກົ່າແກ່ຈຳນວນຫລາຍຢູ່ໃນ ເຂດບໍ່ຄຳເຊໂປນ



     ທ່ານ ດຣ ທອງລິດ ຫລວງໂຄດ ນັກບູຮານວິທະຍາຈາກກົມມໍລະດົກປະຈຳ ຢູ່ພາກ ສະໜາມໂຄງການຂຸດຄົ້ນບໍ່ຄຳ- ທອງ ເຊໂປນ ເມືອງວິລະບູລີ ແຂວງສະ ຫວັນນະເຂດ ໃຫ້ຮູ້ວ່າ: ຕາມການບອກເລົ່າຂອງປະຊາ ຊົນເຂດບ້ານບຸ່ງຄຳ ເມືອງວິ ລະບູລີ ທີ່ໄປເຮັດໄຮ່, ເຮັດສວນ ຢູ່ບໍລິເວນພູແທ່ນຄຳ ວ່າໄດ້ພົບ ເຫັນວັດຖຸບູ ຮານຢູ່ບໍລິເວນດັ່ງ ກ່າວ ແລະ ຄະນະສຳຫລວດຕີ ລາຄາກະທົບຈາກໂຄງການນີ້ ກໍ ພົບເຫັນວັດຖຸບູຮານຢູ່ເຂດດັ່ງ ກ່າວເຊັ່ນກັນເຊິ່ງຄາດວ່າເປັນເຂດແຫລ່ງຜະລິດວັ ດຖຸທີ່ເຮັດດ້ວຍທອງຂອງຊຸມຊົນຄົນບູ ຮານ. ດັ່ງນັ້ນ ທາງກົມມໍລະດົກ ຈຶ່ງໄດ້ສົ່ງວິຊາການໂດຍສົມທົບກັບພະແນກຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງວິລະບູລີແຂວງສະຫວັນ ນະເຂດພ້ອມດ້ວຍໜ່ວຍງານມໍລະດົກຂອງບໍ ລິສັດລ້ານຊ້າງ ມິເນ ໂຣນ, ຊ່ຽວຊານ ແລະ ວິຊາ ການຈາກຕ່າງປະເທດລົງຂຸດຄົ້ນມາແຕ່ວັນທີ 15 ຕຸລາ 2014 ເປັນ ຕົ້ນມາ, ໂດຍໄດ້ພົບເຫັນ ວັດຖຸບູຮານຍຸກທອງສຳລິດທີ່ມີອາຍຸ ຫລາຍກວ່າ 200 ປີ ເປັນຈຳ ນວນຫລາຍເຊັ່ນ: ເບົ້າຫລໍ່, ແບບ ຫລໍ່

ມີຫລາຍປັດໄຈພາໃຫ້ພາສີເຂດ V ເກັບລາຍຮັບບໍ່ໄດ້ຕາມແຜນ



ພາບປະກອບ
   ຕາມບົດສະຫລຸບປະຈຳສົກປີ 2013 - 2014 ຂອງພາສີເຂດ V ໃຫ້ຮູ້ວ່າ: ພາສີ ເຂດ V ແມ່ນກວມ ເອົາລາຍຮັບພາສີຢູ່ນະ ຄອນຫລວງວຽງຈັນ ແລະ ແຂວງວຽງ ຈັນ, ຊຶ່ງຢູ່ນະຄອນຫລວງວຽງຈັນ ປະກອບມີດ່ານພາສີ ສາກົນຂົວມິດຕະພາບ 1, ສະ ໜາມບິນສາກົນວັດໄຕ, ດ່ານທ່າ ເດື່ອ, ໜອງດາ, ບ້ານໂດນ ແລະ ໂຄກແຮ່, ສ່ວນຢູ່ແຂວງວຽງ ຈັນມີດ່ານບ້ານວັງ ແລະ ຊະ ນະຄາມ, ເຊິ່ງໃນສົກປີ 2013- 2014, ລັດຖະບານໄດ້ຕັ້ງເປົ້າໃຫ້ພາສີ ເຂດ V ເກັບລາຍຮັບຈຳນວນ 2.775 ຕື້ກວ່າກີບ, ແຕ່ຜ່ານການ ຈັດຕັ້ງປະຕິບັດຕົວ ຈິງໄດ້ພຽງ 2.464 ຕື້ກວ່າກີບ, ເທົ່າກັບ 88% ຂອງແຜນການ, ທຽບໃສ່ສົກປີ ຜ່ານມາເພີ່ມ ຂຶ້ນ 3,28% ຫລືປະ ມານ 78 ຕື້ກວ່າກີບ. ໃນນັ້ນໄດ້ ຈາກຄ່າຊັກພິເສດ 1.667 ລ້ານ ກີບ, ພາສີຂາເຂົ້າ 779 ຕື້ກວ່າ ກີບ, ຄ່າທຳນຽມຕ່າງໆ 50 ຕື້ ກີບ, ຄ່າປັບໃໝ 2 ຕື້ກີບ ແລະ ອາ ກອນຂາເຂົ້າ 1.942 ຕື້ກວ່າກີບ. ໂດຍມີຫລາຍປັດໃຈທີ່ພາໃຫ້ ການຈັດເກັບລາຍຮັບບໍ່ໄດ້ຕາມ ແຜນຄື: ມີການຍົກເວັ້ນການນຳ

ແນະ​ນຳ​ເຄື່ອງຕອງນ້ຳສະອາດ ຜະລິດຈາກ​ດິນ​ເຜົາ



    ໃນ​ວັນ​ທີ 18 ພະຈິກນີ້, ຢູ່​ບ້ານ​ຫ້ວຍ​ຫົງ ນະຄອນຫລວງ​ວຽງ​ຈັນ ສະຖານທູດ​ອົດ​ສະຕຣາລີ​ ປະ​ຈຳລາວ​ ​ແລະ ອົງການ​ນ້ຳ​ດື່ມ​ອຸດົມສົມບູນ, ໄດ້​ແນະ​ນຳ​ເຄື່ອງ​​ຕ​ອງ​ນ້ຳສະອາດຜະລິດ ຈາກ​ດິນ​ເຜົາ​ແບບງ່າຍ​ດ່າ​ຍ ແລະ ​ສາມາດ​ກຳຈັດ​ພະຍາດ​ທີ່​ມາ​ກັບ​ນ້ຳ​ເຊັ່ນ: ພະຍາດ​ຖອກ ທ້ອງ, ທ້ອງຂີ້ຮາກ ​ແລະ ອື່ນໆ, ເຊິ່ງມີຄວາມເໝາະສົມ​​ນຳ​ໃຊ້​ຢູ່​ທ້ອງ​ຖິ່ນ​ເຂດ​ຫ່າງ​ໄກ​ສອກຫລີກ.
    ທ່ານ ຈອນ ວິມລຽມ ​ທູດ​ວິສາມັນ​ແຫ່ງ​ປະ​ເທດ​ອົດສະ ຕຣາລີ​ປະ​ຈຳລາວ​ ກ່າວ​ວ່າ: ເຄື່ອງ​ຕອງ​ນ້ຳ​ດັ່ງກ່າວເຮັດຈາກ​ໝໍ້ດິນ​ເຜົາ​ແບບ​ປະຖົມ​ປະ​ຖານ ເພື່ອ​ນຳ​ມາ​ຜະລິດ​ ​ແລະ ສະໜອງ​ນ້ຳ​ດື່ມ​ທີ່​ສະອາດ​ໃຫ້​ແກ່​ປະຊາ ຊົນ ແລະ ​ໂຮງຮຽນ​ຢູ່​ເຂດ​ຊົນນະ ບົດ​ຫ່າງ​ໄກ​ສອກຫລີກ​ຂອງລາວ ໂດຍ​ການ​ໜູນ​ໃຊ້​ວັດ​ຖຸລາຄາ​ຖືກ​ທີ່​ຫາ​ໄດ້​ງ່າຍ​ຈາກ​ທ້ອງ​ຖິ່ນ​ເຊັ່ນ: ດິນ​ເຜົາ,​ ເມັດ​ກາ​ເຟບົດ​ ​ແລະ ທໍ່​ນ້ຳ. ເຊິ່ງແມ່ນອົງການ​ນ້ຳ​ດື່ມ​ອຸດົມສົມບູນ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວຢູ່ລາວ​​

ການທ່ອງທ່ຽວ​ໃນ​ນະຄອນຫຼວງ​ວຽງ​ຈັນ​ເລີ່​ມຄຶກຄື້ນ



         ຕາມ​ການ​ໃຫ້​ສຳພາດ​ຂອງ​ທ່ານ ພູ​ວຽງ ​ໂພທິ​ສານ ຜູ້​ຮັກ​ສາ​ການ​ຫໍພິພິທະ​ພັນສະຖານ​ບູຮານ​ນະຄອນຫຼວງ​ວຽງ​ຈັນ​ໃນ​ວັນ​ທີ 18 ພະ​ຈິກ​ນີ້ວ່າ: ພາຍຫຼັງ​ລະດູ ຝົນ​ສິນ​ສຸດ​ລົງສະພາບການທ່ອງ ທ່ຽວ​ໃນ​ນະຄອນຫຼວງ​ວຽງ​ຈັນ​ໄດ້ເລີ່​ມມີ​ບັນຍາ​ກ່າດ​ຄຶກຄື້ນ​ຂຶ້ນ ມາ​ອີກ​ວາລະ​ໜຶ່ງ, ຊຶ່ງມັນສະ​ ແດງ​ອອກ​ໃຫ້​ເຫັນ​ຈຳນວນ​ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ມາ​ທ່ຽວ​ຊົມ​ສະ ຖານ​ບູຮາ​ນ​ໃນນະຄອນຫຼວງ​ວຽງ​ຈັນ​​ເພີ​່ມຫຼາຍຂຶ້ນ, ຊຶ່ງ​ສະ​ເພາະ​ເດືອນ​ຕຸລາ​ທີ່​ຜ່ານ​ມາ​ສະ​ເພາະ​ສະຖານ​ບູຮານ 3​ ແຫ່ງ​​ຄື ພະທາດ​ຫຼວງ, ຫໍພະ​ແກ້ວ ​ແລະ ວັດ​ສີສະ​ເກດ​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ຊົມ​ເຖິງ 36  ພັນກວ່າ​ຄົນ​,​​ ໃນ​ນີ້​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ  35 ພັນ​ກວ່າ​ຄົນ, ນັກ​ທອງ​ທ່ຽວ​ພາຍ​ໃນ 1 ພັນກວ່າ​ຄົນ, ສ້າງ​ລາຍ​ຮັບ​ໄດ້​ເກືອບ 200 ລ້ານ​ກີບ, ທີ່​ໂດດ​ເດັ່ນ​ແມ່ນ​ພະທາດ​ຫຼວງ​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ຊົມ​ເຖິງ 16 ພັນ​ກວ່າ​ຄົນ, ຫໍພະ​ແກ້ວ 13 ພັນ​ກວ່າ​ຄົນ ​ແລະ ວັດ​ສີສະ​ເກດ 6 ພັນ​ກວ່າ​ຄົນ, ນັກ​ທ່ອງ​ທ່ຽວ​ສ່ວນ​ຫຼາຍ​ແມ່ນມາ​ຈາກ ສ ​ເກົາຫຼີ,​ ໄທ ​ແລະ ​ເອີ​ຣົບ​.

ປກສ ເມືອງຊ້ອນຈັບຕົວຜູ້ຄ້າ ຢາບ້າພ້ອມຂອງກາງເກືອບ 4 ພັນເມັດ



    ເມື່ອບໍ່ດົນມານີ້, ປກສ ເມືອງ ຊ້ອນ ແຂວງຫົວພັນ ໄດ້ຈັບຕົວ ທ້າວ ຈົວທໍ່ ອາຍຸ 16 ປີຢູ່ບ້ານນ້ຳຖ້ວມ ເມືອງນ້ຳບາກ ແຂວງ ຫລວງພະບາງ ໃນຂໍ້ຫາຄ້າຢາ ເສບຕິດ, ພ້ອມ ຂອງກາງຢາບ້າ 3.969 ເມັດຊຸກເຊື່ອງໄວ້ຢູ່ກ້ອງ ເບາະລົດຈັກເວບໝາຍ ເລກທະບຽນ ຈດ 2640 ຫລວງພະບາງ, ຈຶ່ງໄດ້ຢຶດໄວ້ເປັນຫລັກຖານໃນ ການດຳເນີນຄະດີຕາມ ລະບຽບກົດໝາຍ.
   ຜ່ານການສືບສວນ-ສອບ ສວນຂອງເຈົ້າໜ້າທີ່, ທ້າວ ຈົວທໍ່ ຮັບສາລະພາບວ່າ: ຢາ ບ້າທັງໝົດເປັນຂອງຕົນແທ້, ເຊິ່ງໄດ້ ຊື້ມາຈາກຂະບວນການຄ້າຢາ ເສບຕິດຢູ່ແຊວງ ບໍ່ແກ້ວເພື່ອຈະ ເອົາໄປຈຳໜ່າຍໃຫ້ລູກຄ້າຢູ່ ແຂວງຫົວພັນ, ແຕ່ພໍຂີ່ລົດມາ ຮອດເສັ້ນ ທາງເຂດເມືອງຊ້ອນ ຈຶ່ງມີເຈົ້າໜ້າທີ່ຕັ້ງດ່ານກວດລົດ ແລະ ພົບເຫັນຢາບ້າຈຳນວນ ດັ່ງກ່າວຈຶ່ງຖືກຈັບຕົວມາດຳ ເນີນຄະດີ.

ຂັບລົດໄວຕຳເສົາໄຟຟ້າເສຍຊີວິດຄາທີ່ໜຶ່ງຄົນ



    ເຈົ້າໜ້າທີ່ເມືອງທ່າພະບາດ, ແຂວງບໍລິຄຳໄຊໃຫ້ຮູ້ວ່າ: ເວ ລາປະມານ 10:00 ໂມງຂອງ ວັນທີ 15 ພະຈິກຜ່ານມານີ້, ໄດ້ເກີດອຸປະຕິເຫດລົດຈິບໂຕໂຍຕາໝາຍ ເລກທະບຽນ ກກ 4189 ບໍ ລິຄຳໄຊ, ຂັບໂດຍທ້າວ ແສງອາ ລຸນ ອາຍຸ 27 ປີຢູ່ບ້ານ ປາກຊັນໃຕ້, ເມືອງປາກຊັນ ແລະ ມີຜູ້ ນັ່ງມານຳລົດອີກ 5 ຄົນ, ຕຳເສົາ ໄຟຟ້າແຮງ ສູງເຊິ່ງເປັນເສົາຄອນກລີດຢູ່ແຄມເສັ້ນທາງ 13 ໃຕ້ ເຂດບ້ານໂພນສະຫວັນ ເມືອງ ທ່າພະບາດ  ແຂວງບໍລິຄຳໄຊ ຢ່າງຮຸນແຮງເຮັດໃຫ້ມີຜູ້ເສຍຊີວິດຄາທີໜຶ່ງຄົນຄືນາງ ກົງໃຈ ອາຍຸ 44 ປີເຊິ່ງເປັນເຈົ້າຂອງລົດ ແລະ ເອື້ອຍຂອງຜູ້ຂັບ, ສ່ວນຜູ້ ອື່ນໆແມ່ນໄດ້ຮັບບາດເຈັບສາຫັດ.
    ຜ່ານການສືບສວນ-ສອບ ສວນສະຖານທີ່ເກີດເຫດຂອງ ເຈົ້າໜ້າທີ່ຮູ້ວ່າ: ລົດຄັນດັ່ງ ກ່າວ, ໄດ້ແລ່ນມາແຕ່ເສັ້ນທາງ 13 ໃຕ້ເພື່ອມຸ້ງໜ້າມານະຄອນ ຫລວງວຽງຈັນດ້ວຍຄວາມໄວ ສູງສົມຄວນ, ພໍຮອດຈຸດເກີດ ເຫດຊຶ່ງມີລັກສະນະເປັນທາງ ໂຄ້ງ ເຮັດໃຫ້ຄັນສົ່ງລົດຫລຸດ ອອກ ແລະ ບໍ່ສາມາດຄວບຄຸມ ລົດໄວ້ໄດ້ຈຶ່ງເສຍຫລັກເຈືອກລົງຂ້າງທາງ ແລະ ຕຳຫລັກເສົາໄຟຟ້າ ດັ່ງກ່າວ, ເນື່ອງຈາກ ການຂັບຂີ່ດ້ວຍຄວາມໄວສູງ ແລະ ສະພາບເຕັກນິກຂອງລົດບໍ່ຮັບປະກັນດີ.

ວຽກ​ງານ​ພັດທະນາ​ຊົນນະ​ບົດ ແລະ ລືບ​ລ້າງ​ຄວາມທຸກ​ຍາກ​ຍັງ​ມີ​ບາງ​ສິ່ງຄົງຄ້າງ​ທີ່​ຈະ​ຕ້ອງ​ໄດ້​ແກ້​ໄຂ



         ໃນ​ກອງ​ປະຊຸມ​ສະຫຼຸບວຽກງານ​ພັດທະນາ​ຊົນນະບົດ ແລະ​ ລຶບ​ລ້າງ​ຄວາມທຸກ​ຍາກ​ປະ ຈຳ​ປີ 2014 ທີ່​ຈັດ​ຂຶ້ນ​ເມື່ອ​ມໍ່ໆ​ມາ​ນີ້​ໃຫ້​ຮູ້​ວ່າ: ການຈັດ​ຕັ້ງ​ປະຕິບັດ​ວຽກງານ​ພັດທະນາ​ຊົນ​ນະ​ບົດ ແລະ ລຶບ​ລ້າງ​ຄວາມທຸກ​ຍາກ​ໄລ ຍະ​ຜ່ານ​ມາ​ພາກສ່ວນ​ກ່ຽວຂ້ອງ​ສາມາດຈັ້ງຕັ້ງປະຕິບັດໄດ້ສຳ​ເລັດ​ຫຼາຍດ້ານ​ເປັນ​ຕົ້ນ​ແມ່ນ: ຊົນນະບົດ​ໄດ້​ຮັບ​ການ​ພັດທະນາ​ດີ​ຂຶ້ນ, ສະພາບ​ຄວາມທ​ຸກຍາກ​ຂອງ​ປະຊາຊົນ​ຫຼຸດ​ລົງ​ເທື້ອລະ​ກ້າວ,​ ແຕ່​ຄຽງ​ຄູ່​ກັບ​ຜົນສຳ​ເລັດ​ດັ່ງກ່າວກໍ​ຍັງ​ມີ​ບາງ​ຈຸດ​ອອ່ນ​ແລະ ຂໍ້ຄົງ​ຄ້າງ​ທີ່​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ປັບປຸງ​ແກ້​ໄຂ​ຄື: ການ​ຄົ້ນ​ຄວ້າ, ປະ​ກາດ​ໃຊ້ນະ​ໂຍບາຍ ແລະ ມາດ​ຕະການ​ສົ່ງ​ເສີມ​ເປັນ​ພິ​ເສດ​ຕໍ່​ການ​ລົງທຶນຂອງ ພາກສ່ວນ​ເສດຖະກິດ​ທັງ​ພາຍ​ໃນ​ແລະ ຕ່າງປະ​ເທດ​​ໃນ​ເຂດ​ຊົນນະບົດ, ຫ່າງ​ໄກ​ສອກຫຼີກ,​ ເຂດປະຕິວັດ,​ ເຂດ​ເມືອງ, ບ້ານ​ວິລະ​ຊົນ, ຕາມ​ມະຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 7,8 ແລະ  9 ຂອງ​ພັກ​ວາງ​ອອກ​ຍັງ​ບໍ່​ສາມາດ​ປະຕິ​ບັດ​ໄດ້​ເທື່ອ, ການ​ປະຕິບັດ​ຄາດ​ໝາຍ​ສູ້​ຊົນ​ກ່ຽວ​ກັບ​ການ​ພັດທະນາ​ຊົນນະບົດ ​ແລະ ລືບ​ລ້າງ​ຄວາມທຸກ​ຍາກ ​ແລະ ແຜນ​ພັດທະນາ​ເສດ​ທະ​ຖິດ- ສັງ ຄົມ 5 ປີຄັ້ງທີ VI (2006- 2010 ) ແລະ ຄັ້ງທີ VII (2011-2015)​ເຫັນ​ວ່າ​ຍັງ​ບໍ່​ສາມາດ​ບັນ​ລຸ​ໄດ້​ຕາມ​ແຜນການ, ການ​ປຸກລະດົມ​ຂົນຂວາຍ​ຍາດ​ແຍ່ງ​ທືນຮອນ​ຈາກ​ພາກສ່ວນ​ເສດຖະກິດ​ຕ່າງໆ​ທັງ​ພາຍ​​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ໃນ​ວຽກ​ງານ​

ກະສິກຳເປັນທ່າແຮງຊຸກຍູ້ເສດຖະກິດຂອງເມືອງກະລຶມ



     ຂະແໜງກະສິກຳ ແລະ ປ່າໄມ້ເປັນທ່າແຮງສຳຄັນພາໃຫ້ເສດຖະກິດຂອງ ເມືອງກະລຶມ ແຂວງເຊກອງ ສືບຕໍ່ຂະຫຍາຍ ຕົວຢ່າງຕໍ່ເນື່ອງ ແລະ ໜັກແໜ້ນ ແລະ ໃນອີກ 5 ປີຕໍ່ຫນ້າ ເມືອງກະລຶມໄດ້ກຳນົດເອົາວຽກງານກະສິກຳ ເປັນວຽກ ຕົ້ນຕໍທີ່ຈະຕ້ອງສຸມທຸກກຳລັງຄວາມສາມາດພັດທະນາໃຫ້ມີປະ ສິດທິຜົນສູງ, ໂດຍມີເປົ້າໝາຍໃຫ້ມູນ ຄ່າຜົນຜະລິດໃນຂົງເຂດກະສິກຳເພີ່ມຂຶ້ນ 16,6% ກວມ 60,8% ຂອງລວມຍອດຜະລິດຕະພັນພາຍໃນ.
     ທ່ານ ບົວເງິນ ພຽນດາວັນ ຮອງເຈົ້າເມືອງໆກະລຶມ ໃຫ້ຮູ້ ວ່າ: ໃນສົກປີ 2014-2019, ຈະສືບຕໍ່ໃຫ້ເສດຖະກິດມີສະ ຖຽນລະພາບ ແລະ ຂະຫຍາຍຕົວຕໍ່ເນື່ອງ, ໂດຍການຊຸກຍູ້ສົ່ງເສີມປະຊາຊົນສຸມໃສ່ຜະລິດກະສິກຳເປັນສິນຄ້າ ແລະ ສະບຽງ ອາຫານໃຫ້ຫລາຍຂຶ້ນຊຶ່ງໃນນີ້ຮອດປີ 2019 ສູ້ຊົນຜະລິດເຂົ້າໃຫ້ໄດ້ 28 ພັນໂຕນ, ພືດເປັນສິນຄ້າ ແລະ ພືດສະບຽງອາຫານ ໃຫ້ໄດ້ແນວລະ 14 ພັນກວ່າໂຕນ, ສ້າງຄອບຄົວ ຕົວແບບດ້ານການປູກຝັງ-ລ້ຽງສັດ 15 ຄອບຄົວ.