Ad

Ad

8 October 2013

ບຸນຊ່ວງເຮືອປີນີ້ຄວນຖອດຖອນບົດຮຽນຈາກປີຜ່ານມາ



         ບຸນປະເພນີອອກພັນສາປະວໍລະນາ ແລະ ຊ່ວງເຮືອ ປະ​ເພນີປະຈຳປີ 2013 ໄດ້ໜູນວຽນມາບັນຈົບຄົບຮອບ ອີກ ວາລະໜຶ່ງໃນອີກບໍ່ທໍໃດມື້ຂ້າງໜ້ານີ້ກໍຈະມີການຄົບງັນ, ມີ ການວາງສະແດງ ແລະ ຂາຍສິນຄ້າຫຼາກຫຼາຍ, ນັບທັງສິນຄ້າ ພາຍໃນ ແລະຈາກປະເທດເພື່ອນບ້ານຢ່າງຫຼວງຫຼາຍຄືດັ່ງ ທຸກໆ ປີທີ່ຜ່ານມາ, ກໍ​ດັ່ງງານບຸນປະເພນີ, ປິ້ງໄກ່, ຂາຍ ເຂົ້າຫຼາມ ແລະ ອາ ຫານພື້ນບ້ານ​ຕ່າງໆ​ດ້ວຍ​ຄວາມ​ຫລາກ​ຫລາຍ​ອັນ​ສະ​ແດງ​ໃຫ້​ເຫັນ​ເຖິງ​ວັດທະນະທຳ​ການ​ກິນ​ດຶ່ມ ຂອງ​ລາວ​ເຮົາ​ໂດຍຄະນະກຳ ມະການຈັດງານບຸນໄດ້ມີການຈັດສັນສະຖານທີ່ໃຫ້ບັນດາບໍລິສັດທີ່ເຄີຍ​ເຮັດ​ມາໄດ້ເລີ່ມກະກຽມ ສະຖານທີ່ໃຫ້ຊາວຄ້າຂາຍ ຕະຫຼອດເຖິງຜູ້ປະກອບການຕ່າງໆ, ໄດ້ຈັບຈອງ ແລະ ກະກຽມຕັ້ງຮ້ານຂາຍເຄື່ອງຂອງຕົນ​ໃຫ້​ເຂົ້າສູ່​ຄວາມ​ເປັນ​ລະບຽບຮຽບ ຮ້ອຍ, ໃນຂະນະທີ່ຍັງມີຫາງສ່ຽງຈົມວ່າບັນຫາຄ່າເຊົ່າສະຖານທີ່ປີນີ້ມີລາຄາແພງກວ່າປາງບຸນ ຜ່ານມາ.

ສື່ມວນຊົນຕ່າງປະເທດສະດຸດີຜົນງານອັນລ້ຳເລີດຂອງພົນເອກ ຫວໍຫງວຽນຢາບ



     ພາຍຫລັງການມໍລະນະກຳຂອງພົນເອກ ຫວໍຫງວຽນຢາບ ເມື່ອແລງວັນທີ 4 ຕຸລານີ້ ໃນອາຍຸ 103 ປີ, ບັນດາສຳນັກງານ ຂ່າວສານ ແລະ ວົງການສື່ມວນຊົນ ຫລາຍປະເທດຕ່າງກໍໄດ້ລົງພິ ບົດຄວາມດ້ວຍຫລາຍຮູບແບບເພື່ອສະດຸດີ, ສະແດງ ຄວາມ ຍ້ອງຍໍຊົມເຊີຍຜົນງານອັນເລີດລ້ຳຂອງພົນເອກ ຫວໍຫງວຽນຢາບ. ດັ່ງໜັງ ສືພິມຝຣັ່ງຫລາຍສະບັບຂຽນສັນລະເສີນວ່າ: “ນັກຍຸດທະສາດພື້ນຖານແຫ່ງຄວາມ ເປັນເອກະລາດຂອງຫວຽດນາມ” ຄືໜັງ ສືພິມ Lemorde ສະບັບອອກວັນທີ 4 ຕຸລາ ໄດ້ ລົງພິມບົດຂຽນຂອງ Jean Claudepomonti ໄດ້ສັນລະເສີນພົນເອກ ຫວໍຫງວຽນຢາບ ແມ່ນວິລະຊົນຂອງພື້ນຖານ ຄວາມເປັນເອກະລາດຫວຽດນາມ. ຊື່ສຽງຂອງເພິ່ນຈະໄດ້ຈາລຶກໄວ້ໃນປະຫວັດສາດເໝືອນດັ່ງໜຶ່ງໃນນາຍພົນຜູ້ຍິ່ງໃຫຍ່ ທີ່ສຸດໃນສະຕະວັດທີ XX ແລະ ແມ່ນ ນາຍພົນໜຶ່ງດຽວທີ່ສາມາດຕີຕ້ານກອງທະຫານຝຣັ່ງປະລາໄຊ ແລະ ສາມາດຕໍ່ສູ້ກັບຈັກ ກະພັດອາເມລິກາ. ຢູ່ອາຊີກໍມີໜັງ ສືພິມ Hindu ຂອງອິນເດຍ ສະບັບອອກ  ຂອງພົນເອກ ຫວໍຫງວຽນຢາບ ຂຽນວ່າ: ນາຍ ພົນຜູ້ເລິກລັບຂອງວັນທີ 5 ຕຸລາ

ສະ​ເຫລີ​ມສະຫລອງ​ວັນ​ສ້າງຕັ້ງທະນາຄານ​ຄົບຮອບ 45 ປີ



        ພິທີ​ສະ​ເຫລີ​ມສະຫລອງ​ວັນ​ສ້າງຕັ້ງທະນາຄານ​ແຫ່ງ ສປປ ລາວ​ຄົບຮອບ 45 ປີ (7/10/1968- 7/10/2013)  ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 5 ຕຸລາ ທີ່​ສະ​ຖາ​ບັນການ​ທະນາຄານນະຄອນຫລວງ​ວຽງ​ຈັນ ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ດຣ. ສົມ​ພາວ ​ໄຟ​ສິດ ຜູ້​ວ່າ ການ​ທະນາຄານແຫ່ງ ສ​ປປລາວ, ພ້ອມ​ນີ້ກໍ​ມີ​ບັນດາ​ພະນັກງານ​ຫລັກ​ແຫ​ລ່ງ ​​ແລະ ວິຊາ​ການ​ໃນ​ທົ່ວ​ລະ​ບົບທະນາຄານ​ເຂົ້າ​ຮ່ວມ​ປະມານ 1.000 ກວ່າ​ຄົນ ເຊິ່ງ ການສະ​ເຫລີ​ມສະຫລອງ​ວັນ​ປະ ຫວັດສາດ​ສຳຄັນ​ດັ່ງກ່າວ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ບັນຍາກາດ​ອັນ​ເບີກ ບານ​ມ່ວນ​ຊຶ່ນ​ແລະ​ມີ​ຄວາມ​ໝາຍ.
        ໃນ​ພິທີ ທ່ານ​ຜູ້​ວ່າການ​ທະນາຄານ​ແຫ່ງ ສປປ ລາວ ​ໄດ້ ກ່າວຫວນ​ຄືນ​ມູນ​ເຊື້ອ​ແຫ່ງ​ການ​ກຳ​ເນີ​ດ​ແລະ​ເຕີບ​ໃຫຍ່​ຂະ ຫຍາຍຕົວ​ຂອງ​ທະ​ນາຄາ​ນ​ແຫ່ງ ສປປ ລາວ ບົນ​ເສັ້ນທາງ 45 ປີຜ່ານມາ ທະນາຄານ​ແຫ່ງ ສປປ ລາວ​ໄດ້​ເປັນ​ເຈົ້າ​ການ​ປະຕິບັດ​ພາລະ​ບົດ ບາດ​ຂອງ​ຕົນ​ຕາມ​ແນວທາງ​ຂອງ​ພັກ​ແຕ່ລະ​ໄລຍະ​ຢ່າງ​ສົມ​ກຽດ​ແລະ​ມີ​ຜົນສຳ​ເລັດ​ອັນ​ໃຫຍ່​ຫລວງ​ໃນ​ຫລາຍ​ດ້ານ​ເຖິງ​ແມ່ນ​ວ່າ​ໃນ​ຊຸມ​ປີຜ່ານມາ​ສະພາບ​ເສດ ຖະກິດ-ການ​ເງິນ​ຂອງ​ໂລກ-ພາກ ພື້ນ​ໄດ້​

ຫລາຍວິທະຍາໄລມີນັກຮຽນສະຫມັກເຂົ້າຮຽນຫນ້ອຍ



        ​ເຖິງວ່າ​ສະ​ຖາ​ບັນ​ການ​ສຶກສາລະດັບ​ສູງຫລາຍ​ແຫ່ງທົ່ວ​ປະ​ເທດ,​ໄດ້​​ເລີ່​ມດໍ​າ​ເນີນ​ການ​ຮຽນ-ການ​ສອນ​ມາແລ້ວນັບແຕ່ ຕົ້ນເດືອນ​ຕຸລາ​ມານີ້ ແລະ ປາກົດ​ວ່າຫລາຍວິທະ ຍາ​ໄລ​ມີ​ສະພາບ​ຫງຽບ​ເຫງົາ​ຢາງ​ບໍ່​ເຄີຍມີມາຍ້ອນ​ສະພາບ​ນັກ​ສຶກສາ​ມາສະ​ໝັກ​ເຂົ້າ​ຮຽນບໍ່ຄືກຄື້ນດັ່ງຜ່ານມາ,ຂະນະ​ທີ່​ວິທະຍາ​ໄລ​ພາກ​ເອກ​ກະ​ຊົນ ຕ້ອງ​ເຮັດວຽກ​ໜັກ​ຫລາຍ​ຂຶ້ນ​ເພື່ອ​ທຳ​ຄວາມ​ເຂົ້າ​ໃຈ​ຕໍ່​ນັກ​ສຶກສາ​​ໃຫ້​ມາ​ເຂົ້າ​ຮຽນ​ຫລາຍ​ຂຶ້ນ.
     ທ່ານ ດຣ ສົມ​ເພັດ ຣັຕະນະ​ສີມ ປະທານ​ສະມາຄົມ​ວິທະ ຍາ​ໄລ​ພາກ​ເອກ​ກະ​ຊົນ ອຳ ນວຍ​ການ​ວິທະຍາ​ໄລ​ລັດຕະ ນະ​ບໍລິຫານ​ທຸລະ​ກິດ ​ໃຫ້​ຮູ້​ວ່າ: ພາຍຫລັງ ວິ ທະຍາ​ໄລ​ຂອງລັດ​ ແລະ ​ເອກ​ກະ​ຊົນ,​ໄດ້​ພ້ອມ​ກັນ​ປະຕິ​ບັດ​ແຜນ​ປະຕິ​ຮູບ​ການ​ສຶກ ສາ​ແຫ່ງ​ຊາດ​ໄລຍະ​ສອງ​ຄື:​ໃຫ້​ທຸກ​ວິທະຍາ​ໄລຈັດຕັ້ງປະຕິບັດ​ການສອນ​ໃນ​ລະດັບ​ຊັ້ນສູງ​ນັ້ນ ກໍ​ຖື​ວ່າບັນຍາ ກາດ​ການ​ຮັບ​ນັກ ຮຽນ-ນັກ​ສຶກ ສາ ຢູ່​ແຕ່​ລະວິ​ທະຍາ​ໄລ​ແມ່ນ​ບໍ່​ມີ​ຄວາມ​ຄືກຄື້ນຄື​ດັ່ງ​ຜ່ານ​ມາ ​ເຊິ່ງ ບັນຫາ​ດັ່ງກ່າວອາດ​ມິີຜົນ​ມາ​ຈາກ​ສັງຄົມກໍຄື​ນັກຮຽນ​ຈຳນວນ​ໜຶ່ງບໍ່​ທັນ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ການ​ປັບປຸງ​ລະບົບ​ການ​ສຶກສາ​ດັ່ງກ່າວ ຈຶ່ງ​ເຮັດ​ໃຫ້​ມີ​ຄວາມ​ງໍ້​ຫງ່ຽງ​ໃນ​ການ​

ຄຳ​ໄຊ​ ການ​ຄ້າມ​ອບກະແຈ​ລ໋ອກຕີນລົດ​ໃຫຍ່​ໃຫ້ ປກສ ນະຄອນຫຼວງ



         ໃນ​ວັນ​ທີ 7 ຕຸລານີ້ ຢູ່ຫ້ອງ​ຕຳຫຼວດນະຄອນຫຼວງວຽງຈັນ ຮ້ານຄຳໄຊ ການ​ຄ້າ ​ໄດ້​ມອບ​ເຄື່ອງ​ອຸປະກອນ​ລ໋ອກຕີນລົດ​ໃຫຍ່ 54 ຊຸດ ມູນ​ຄ່າ 29 ລ້ານ​ກ່ວາ​ກີບ ​ໃຫ້ ກອງ​ບັນຊາ​ການ ປກສ ນະຄອນຫຼວງວຽງຈັນ ລະ ຫວ່າງ ທ່ານ ຄຳ​ໄຊ ​ແສງ​ແກ້ວ ຫຼວງກົດ ​ເຈົ້າ​ຂອງ​ຮ້ານ ຄຳ​ໄຊ ການ​ຄ້າ ຕົວ​ແທນ​ຈຳໜ່າຍອຸປະກອນ SOLEX ແລະ ທ່ານ ພັນ​ໂທ ຄຳ​ແກ້ວ ມະ​ໂນ​ລາ ຮອງ​ກອງ​ບັນ ຊາ​ການ ປກສ ນະຄອນ ຫຼວງ ວຽງຈັນ ໂດຍ​ມີ​ບັນດາ​ພະນັກ ງານ​ທີ່​ກ່ຽວຂອງ​ທັງ​ສອງ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພະ ຍານ.
            ​ເຈົ້າ​ຂອງ​ຮ້ານ​ ຄຳ​ໄຊ​ການ​ຄ້າ ໃຫ້​ຮູ້​ວ່າ: ​ເພື່ອ​ເປັນ​ການ​ປະກອບສ່ວນ​ໃນ​ວຽກງານ​ຈັດ​ສັນ​ຄວາມ​ເປັນ​ລະ ບຽບຮຽບ ຮ້ອຍ​ຕາມ​ທ້ອງ​ຖະໜົນ ແລະ ​ເພື່ອ​ເຮັດ​ໃຫ້ການ​ປະຕິບັດ​ວຽກງານ​ຂອງ​ເຈົ້າໜ້າທີ່ ຈະລາຈອນ​ມີ​ຄວາມ​ ສະດວກ ຍິ່ງ​ຂື້ນ ຈຶ່ງ​ໄດ້​ນຳ​ເອົາ​ອຸປະກອນ​ລ໋ອກຕີນລົດ ຍີ່​ຫໍ້ SOLEX ຊຶ່ງ​ເປັນ​ຄັ້ງທຳ​ອິດ​ທີ່​ນຳ​ເຂົ້າ​ມາ​ຈຳໜ່າຍ ຢູ່ ລາວ ຊຶ່ງ​ຈະ​ເຮັດ​ໃຫ້ການ​ລ໋ອກຕີນ ລົດທີ່​ຈອດ​ຊະຊາຍ​ບໍ່ຖືກ​ຕາມ​ລະບຽບ ຈະລາຈອນ​ໃຫ້​ທຸກ​ຄົນ​ຫັນ​ມາສູ່​ປະຕິບັດ​ລະບຽບດັ່ງກ່າວ​ຢ່າງ​ເຂັ້ມງວດ ແລະ ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ສົ່ງ​ຜົນ​ກະທົບ​ຕໍ່​ລົດ​ທີ່​ຖືກ​ລ໋ອກ ​ແລະ ນອກຈາກ​ນີ້ ທາງ​ຮ້ານ ຄຳ​ໄຊ ການ​ຄ້າ ຍັງເປັນ​ຕົວ​ແທນ​ຈຳໜ່າຍຜະລິດຕະ ພັນກະ​ແຈ SOLEX ຢູ່​ລາວ ຊຶ່ງ​ມີ​ທັງ​ອຸປະກອນ​ລ໋ອກພວງ​ມະ​ໄລ​ລົດ ​ແລະ ກະແຈ​​ເຮືອນທຸກ​ຊະນິດທີ່​ສາມາດ​ປ້ອງ​ກັນ​ການ​ງັດ​ແງະ ຂອງ​ກຸ່ມ​ຄົນ​ບໍ່ດີ.

ອາທິດຜ່ານມາມີປາກົດການຫຍໍ້ທໍ້ເກີດຂຶ້ນຫລາຍ



       ປກສ ນະຄອນຫລວງວຽງ ຈັນ ໃຫ້ຮູ້ວ່າ:ໃນອາທິດຜ່ານມາ ມີປະກົດການຫຍໍ້ ທໍ້ທາງສັງຄົມ ເກີດຂຶ້ນຫລາຍຄື: ໃນວັນທີ 4 ຕຸ ລານີ້ ໄດ້ເກີດເຫດຄົນແຂວນຄໍ ຕາຍ ຢູ່ບ້ານໂດນ, ເມືອງປາກງື່ມ, ນະຄອນຫລວງວຽງຈັນ ຜູ້ຕາຍ ຊື່ນາງ ໄກ່ທອງ ອາຍຸ 31 ປີ ອາ ຊີບເຮັດນາ ແລະ ຕໍ່ມາໃນວັນທີ 6 ຕຸລານີ້ ກໍມີຄົນແຂວນຄໍຕາຍຢູ່ບ້ານຮ່ອງ ສຸພາບ, ເມືອງໄຊເສດຖາ, ນະຄອນ ຫລວງວຽງຈັນ ຜູ້ຕາຍຊື່ທ້າວ ຊຽງສິງ ອາຍຸ 76 ປີ ອາຊີບ ກຳມະກອນ,ໃນເວລາປະ ມານ 2 ໂມງເຊົ້າວັນທີ 5 ໄດ້ເກີດ ເຫດ ໄວລຸ້ນ ຂີ່ລົດໄລ່ຍິງກັນຢູ່ເສັ້ນ ທາງດົງນາໂສກ,ເມືອງສີໂຄດຕະ ບອງ,ນະຄອນຫລວງວຽງຈັນ ເຮັດໃຫ້ມີຜູ້ເສຍ ຊີວິດໜຶ່ງຄົນຄື: ທ້າວ ບຸນຫລາຍ ສີສະບຸດ ອາຍຸ 16 ປີ ນັກຮຽນ ຢູ່ບ້ານໜອງໜ້ຽວ, ເມືອງສີໂຄດຕະບອງ,ນະຄອນ ຫລວງວຽງຈັນ ແລະ ມີຜູ້ ບາດ ເຈັບສາຫັດອີກ 1 ຄົນ ແລະ ເວລາ 15 ໂມງ ວັນທີ 5 ຕຸລານີ້ ເຈົ້າໜ້າ ທີ່ ໄດ້ວິສາມັນເປົ້າໝາຍຄ້າຂາຍ ເສບຕິດຢູ່ບ້ານ ວຽງຈະ ເລີນ, ເມືອງ ໄຊເສດຖາ,ນະຄອນຫລວງ ວຽງຈັນ ຄື:ທ້າວ ສົມສະນິດ ດວງ ປັນຍາ ອາຍຸ 27 ປີ ຢູ່ບ້ານສະພັງໝໍ້ ເມືອງໄຊເສດ ຖາ, ນະຄອນຫລວງວຽງຈັນ,ພາຍຫລັງຜູ້ກ່ຽວ ໄດ້ຍິງຕໍ່ສູ້ກັບເຈົ້າໜ້າທີ່ໃນລະ ຫວ່າງການເຂົ້າຈັບກຸມຕົວຜູ້ກ່ຽວ.

ຜົນເສຍຫາຍຈາກໄພນ້ຳຖ້ວມຢູ່ແຂວງຈຳປາສັກມີຫລາຍກວ່າ 150 ຕື້ກີບ

      ເຈົ້າແຂວງຈຳປາສັກ ສອນ ໄຊ ສີພັນດອນ ໄດ້ລາຍງານກ່ຽວກັບຜົນກະທົບສະ ພາບນ້ຳຖ້ວມໃນເດືອນກັນຍາ 2013 ຜ່ານມາວ່າ: ແຂວງດັ່ງກ່າວມີຄວາມຕ້ອງການ ງົບປະມານຫລາຍກວ່າ 153 ຕື້ກີບ ເພື່ອຟື້ນຟູປັບປຸງປົວແປງຜົນເສຍຫາຍຈາກ ໄພ ພິບັດນ້ຳຖ້ວມຢູ່ 10 ເມືອງ ໂດຍມີບ້ານທີ່ຖືກກະທົບຈາກໄພນ້ຳຖ້ວມທັງ ໝົດ 318 ບ້ານ, ມີ 13.100 ກວ່າ ຄອບຄົວ, ມີ 134.000 ກວ່າຄົນ, ໄດ້ຖືກຍົກຍ້າຍອອກ ຈາກເນື້ອທີ່ ຕ່ຳໄປສູ່ເຂດທີ່ສູງປອດໄພ 678 ຄອບຄົວ ແລະ ມີປະຊາຊົນເສຍຊີ ວິດ 4 ຄົນ ຄືຢູ່ເມືອງບາຈຽງ 2 ຄົນ, ເມືອງປາກຊ່ອງ 1 ຄົນ ແລະ ເມືອງສຸຂຸມາ 1 ຄົນ. ເນື້ອທີ່ນາປີ ຖືກຖ້ວມເສຍຫາຍ 15 ພັນກວ່າ ເຮັກຕາ ມູນຄ່າປະມານ 80 ຕື້ ກວ່າ ກີບ, ເນື້ອທີ່ສວນປູກໄມ້ເສຍ ຫາຍ 218,88 ເຮັກຕາ ມູນຄ່າ 2 ຕື້ກວ່າກີບ, ສັດລ້ຽງ ຕາຍ 2.268 ໂຕ, ໃນນັ້ນ ສັດປີກ 2.174 ໂຕ, ງົວ, ຄວາຍ ແລະ ແບ້ 94 ໂຕ ມູນ ຄ່າ 300 ກວ່າລ້ານກີບ, ໜອງປາ ເສຍ ຫາຍ 160 ໜອງ ມູນຄ່າ 300 ກວ່າລ້ານກີບ, ເຮືອນຖືກນ້ຳຊຸພັດ ໄປ 9 ຫລັງ ມູນຄ່າປະມານ 450 ລ້ານກວ່າກີບ, ເສັ້ນ ທາງຄົມມະນາຄົມແຕ່ແຂວງຫາເມືອງ, ແຕ່ ເມືອງຫາບ້ານຖືກເປ່ເພ 46 ເສັ້ນ, ຂົວ 1 ແຫ່ງຖືກນ້ຳຊຸ ແລະ ເປ່ເພ 2 ແຫ່ງ ມູນຄ່າ 30 ຕື້ກວ່າກີບ, ມີ ໂຮງຮຽນ 109 ຫລັງ ພ້ອມອຸປະ ກອນການຮຽນ-ການສອນຖືກ ຈົມນ້ຳເສຍຫາຍ ມູນຄ່າ 500

7 October 2013

ຫວນຄືນມູນເຊື້ອຂອງມັດທະຍົມ ເມືອງແປກວິລະຊົນ ໃນໂອກາດວັນຄູແຫ່ງຊາດ



     ໃນໂອກາດວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 19 ປີ, ຄະນະຮັບຜິດຊອບຫວນຄືນ ມູນເຊື້ອໂຮງຮຽນມັດທະຍົມເມືອງ ແປກວິລະຊົນ ໄດ້ຈັດຕັ້ງການຫວນຄືນມູນເຊື້ອວັນ ສ້າງຕັ້ງໂຮງຮຽນມັດທະຍົມເມືອງແປກວິລະ ຊົນຂຶ້ນໃນວັນ ທີ 4 ຕຸລານີ້ ຢູ່ ສູນຮ່ວມມື ລາວ-ຍີ່ ປຸ່ນ ICTC ນະຄອນຫລວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ດຣ. ພັນຄຳ ວິພາວັນ ລັດຖະ ມົນຕີວ່າການກະຊວງສຶກສາທິການ ແລະ ກິລາ, ອະດີດ ຄູ- ອາຈານ, ນັກຮຽນໂຮງຮຽນມັດທະຍົມເມືອງ ແປກວິລະຊົນເຂົ້າຮ່ວມເປັນຈຳນວນ ຫລາຍ.
     ທ່ານ ພູມີ ທິບພະວອນ ອະດີດຜູ້ອຳນວຍການໂຮງຮຽນມັດທະຍົມເມືອງແປກ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງການກໍ່ຕັ້ງໂຮງຮຽນວ່າ: ໃນສະໄໝນັ້ນ ແມ່ນການຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານສະເພາະຢູ່ເຂດປົດປ່ອຍຊຽງຂວາງກໍເປັນສະໜາມຮົບໜຶ່ງທີ່ດຸເດືອດຂ້ຽວຂາດ ແລະ ເສຍສະລະຫລວງຫລາຍທີ່ສຸດ. ໃນປີ 1963 ໄດ້ຕັ້ງເປັນໂຮງຮຽນຫລັງທຳອິດຢູ່ເຂດປົດປ່ອຍຊຽງຂວາງມີນັກຮຽນຈົບຊັ້ນ ຮຽນແຕ່ 23 ຄົນ ໃນປີ 1966, ມາຮອດໄລ ຍະສົກຮຽນປີ 1966-1967 ຈຶ່ງໄດ້ ຂະຫຍາຍມີ 2 ໂຮງຮຽນມັດທະຍົມ ຄື ມັດທະຍົມຂອງເຂດ ແລະ ມັດທະຍົມຂອງແຂວງຢູ່ເມືອງແປກ ໂດຍແມ່ນ ທ່ານ ຄຳປານ ພິລາວົງ ເປັນຜູ້ອຳນວຍການ. ມາຮອດເດືອນ 7 ປີ 1969 ໄດ້ຖືກທຳລາຍ, ຄູ-ອາຈານຈຳນວນໜຶ່ງໄດ້ຖືກ ກວາດລ້າງ ແລະ ອົບພະຍົບ ໄປເຂດຄວບ

ມອບແດ່ແມ່ພິມຂອງຊາດ



       ຄູເປັນພໍ່ແມ່ຜູ້ທີສອງຂອງພວກເຮົາ ເປັນຜູ້ເຝິກຝົນຫລໍ່ຫລອມ ແຫ່ງດວງວິນ ຍານຂອງພວກເຮົາ, ເປັນຜູ້ບອກສອນ ທຸກໆບັນຫາໃຫ້ພວກເຮົາ, ເປັນຜູ້ຈັບມືພວກ ເຮົາແອບຂຽນໜັງສືນັບແຕ່ໂຕກ... ເປັນຜູ້ຄອຍເຊັດຂີ້ມູກ, ນ້ຳຕາໃຫ້ໃນເວ ລາເຮົາ ຍັງໄຮ້ດຽງສາ ແລະ ບອກສອນພວກເຮົາຈົນກ້າວຂຶ້ນເປັນພະນັກງານລັດຖະກອນຜູ້ມີ ຄວາມຮູ້ຄວາມສາມາດຮັບໃຊ້ ປະເທດຊາດບ້ານເກີດເມືອງນອນໄດ້ໂດຍດີຕະ ຫລອດມາສົມ ແລ້ວທີ່ຖືກຂະໜານນາມວ່າ: “ເປັນແມ່ພິມຂອງຊາດ”.
    ຄູເອີຍ ! ເຈົ້າຄືຜູ້ມີບຸນຄຸນ ສູງສົ່ງຕໍ່ພວກເຮົາທຸກໆຄົນ, ເຈົ້າ ຄືຜູ້ທີ່ເສຍສະລະທີ່ຍິ່ງໃຫຍ່, ເຈົ້າຄືຜູ້ໃຫ້ໂດຍບໍ່ຫວັງຜົນຕອບ ແທນ. ເນື່ອງໃນໂອກາດສະ ເຫລີມສະຫລອງວັນຄູແຫ່ງຊາດ ຄົບຮອບ 19 ປີ (7/10/1994 - 7/10/2013) ຂໍອວຍພອນໃຫ້ ແກ່ຄູທຸກໆຄົນຈົ່ງມີສຸຂະພາບແຂງແຮງ, ມີຈິດໃຈເບີກບານເຂັ້ມແຂງເຮັດໜ້າທີ່ຜະລິດຊັບພະຍາກອນມະນຸດທີ່ມີຄຸນນະພາບ ເພື່ອ ສະໜອງໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.

ມອບລາງວັນໃຫ້ຜູ້ຮ່ວມຊີງໂຊກໃນໂຄງການຕະຫລາດໄອເຕັກ



       ໃນຕອນຄ່ຳວັນທີ 5 ຕຸລານີ້, ສູນການຄ້າລາວ-ໄອເຕັກ ທີ່ນະຄອນຫລວງວຽງ ຈັນ ໄດ້ຈັບສະຫລາກມອບລາງວັນໃຫ້ຜູ້ທີ່ຮ່ວມຊິງໂຊກຂອງໂຄງການຕະຫລາດ ທັນສະໄໝໄອເຕັກ ເຊິ່ງພວມລົງມືກໍ່ສ້າງຢູ່ບໍລິເວນໜອງນ້ຳດ້ານໜ້າສູນການຄ້າ ລາວ- ໄອເຕັກໃນປັດຈຸບັນ.
         ສຳລັບລາງວັນມີຄື ລາງ ວັນທີ 1 ລົດຮຸນໄດໄອ10ມີ1ລາງ ວັນ,ລາງວັນທີ 2 ໂທລະສັບຊຳຊຸງ ກາແລກຊີ ໂນ໊ດ 3 ມີ 5 ລາງວັນ, ລາງວັນທີ 3 ຄຳໜັກ 2 ສະ ຫລຶງມີ 10 ລາງວັນ ແລະ ລາງວັນທີ 4 ບັດຊື້ສີນຄ້າຢູ່ຮ້ານສັບພະສີນຄ້າ ຕັງແຟມູນ ຄ່າ 5 ແສນກີບມີ 165 ລາງວັນໂດຍລາຍຊື່ຜູ້ໂຊກດີທັງໝົດ ແມ່ນຈະປະກາດຕາມ ໜັງສື ພີມຕ່າງໆ.