ໃນວັນທີ 17 ກັນຍານີ້, ເປັນມື້ທີສອງຂອງກອງປະຊຸມສະມັດຊາລັດຖະສະ ພາລະຫວ່າງຊາດອາຊຽນ
(AIPA) ຄັ້ງທີ 35 ຢູ່ໂຮງແຮມດອນຈັນພາເລດ, ນະ ຄອນຫລວງວຽງຈັນ, ເຊິ່ງແມ່ນການປະຊຸມຂອງບັນດາກຳມາທິການຕ່າງໆຄື:
ກອງປະຊຸມກຳ ມາທິການດ້ານການເມືອງ ແລະ ຄວາມໝັ້ນຄົງ, ແມ່ນລົງເລິກ ໃສ່ບັນຫາການຮ່ວມມືລັດຖະສະພາເພື່ອສ້າງປະຊາຄົມການ
ເມືອງ ແລະ ຄວາມ ໝັ້ນຄົງອາຊຽນ ແລະ ບົດລາຍງານຂອງກອງປະຊຸມຄະນະປະສານງານໄອປາຄັ້ງທີ 6, ກອງປະຊຸມກຳມາທິ
ການດ້ານເສດຖະ ກິດແມ່ນລົງເລິກການຊຸກຍູ້ການເຕີບໂຕສີຂຽວເພື່ອການພັດທະນາແບບຍືນຍົງໃນອາຊຽນ
ແລະ ສົ່ງເສີມ ການພັດທະນາຜູ້ປະ ກອບການໃນຂະບວນການຮັດແຄບຄວາມແຕກໂຕນດ້ານການພັດທະນາໃນອາຊຽນ,
ກອງປະຊຸມກຳມາ ທິການດ້ານສັງຄົມ ແມ່ນລົງເລິກໃສ່ບົດລາຍງານກອງປະຊຸມຄະນະກຳມະການຄົ້ນຄວ້າຫາຄວາມຈິງຂອງສະມັດຊາລັດຖະສະ
ພາລະຫວ່າງຊາດ
Ad
18 September 2014
ຝົນຕົກໜັກນ້ຳໄຫລຖ້ວມເທສະບານເມືອງຫລວງພະບາງຫລາຍຈຸດ
ເນື່ອງຈາກຝົນຕົກໜັກແຕ່ຄືນວັນທີ 16 ຫາເຊົ້າວັນທີ
17 ກັນຍານີ້ ສົ່ງຜົນໃຫ້ ນໍ້າໄຫລຖ້ວມຕົວເມືອງຫລວງພະບາງ ຫລາຍຈຸດ. ເປັນຜົນມາຈາກທໍ່ລະບາຍອອກບໍ່ທັນເຮັດໃຫ້ນໍ້າຍຶ່ງຂຶ້ນຖ້ວມຈຸດທີ່ຕໍ່າເຊ່ິງໜັກກວ່າ ໝູ່ແມ່ນເຂດວັດປ່າຫຍ້າທຶບ
ຕີນພູໂຮງຮຽນສັນຕິພາບບ້ານວຽງໃໝ່ ແລະ ເຂດລ້ອ ງຫ້ວຍມາວບ້ານນາສ້າງເຫວີຍສົ່ງຜົນ ໃຫ້ນ້ຳໄຫລເຂົ້າຖ້ວມເຮືອນຊານ
ຂອງປະຊາ ຊົນຫລາຍຫລັງໃນເຂດດັ່ງກ່າວຊັບສິນ, ສັດລ້ຽງ, ເຄື່ອງໃຊ້ຕ່າງໆໄດ້ຮັບຄວາມເສ ຫາຍ ແລະ
ຮ້າຍແຮງກວ່ານັ້ນ ແມ່ນເຂດບ້ານຂົວທີໜຶ່ງເຮືອນຊານຖືກນໍ້າຊຸຫັກພັງ, ຂົວຂາດ. ເຊິ່່ງປັດຈຸບັນປະຊາຊົນບ້ານໃກ້ຄຽງໄດ້ເຂົ້າຊ່ວຍຂົນ
ເຄື່ອງຂອງ ທີ່ຈໍາເປັນອອກໄວ້ບ່ອນສູງໄດ້ແລ້ວ. ນອກຈາກ ຈຸດດັ່ງກ່າວແລ້ວຍັງມີເຂດນາຫລວງ,
ບ້ານພະບາດ, ບ້ານວຽງໃໝ່ກໍໄດ້ຮັບ ຜົນກະທົບເຊັ່ນດຽວກັນສ່ວນໜ່ວຍງານໄຟຟ້າ
ອາເມລິກາເຝິກອົບຮົມການສືບສວນ-ສອບສວນຄະດີສິນຄ້າລະເມີດຊັບສິນທາງປັນຍາໃຫ້ເຈົ້າຫນ້າທີ່ພາສີລາວ
ໃນວັນທີ 17 - 19 ກັນຍານີ້, ຢູ່ໂຮງແຮມລາວພລາຊາ
ນະຄອນຫລວງວຽງຈັນ ໄດ້ໄຂຊຸດອົບຮົມກ່ຽວກັບການສືບສວນ- ສອບສວນຊັບສີນທາງປັນຍາໃຫ້ເຈົ້າໜ້າທີ່ພາສີລາວ,
ເຊິ່ງແມ່ນສະຖານທູດອາເມລິກາປະຈຳລາວ ແລະ ອົງການບັງຄັບໃຊ້ ດ້ານກົດໝາຍກວດຄົນເຂົ້າ- ອອກເມືອງ
ແລະ ພາສີສະຫະລັດ ໃຫ້ການສະໜັບສະໜູນການເຝິກອົບຮົມດັ່ງກ່າວ, ໂດຍການ ເຂົ້າຮ່ວມຂອງທ່ານ ພອລ
ເມເຍີ ເອກອັກຄະລັດຖະທູດສະຫະລັດ ອາ ເມລິກາປະຈຳລາວ ແລະ ທ່ານ ບຸນປະເສີດ ສີກຸນລະ ບຸດ ຮອງຫົວໜ້າກົມພາສີ,
ກະຊວງການເງິນລາວ.
ທ່ານເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳລາວກ່າວເປີດຊຸດອົບຮົມຄັ້ງນີ້ວ່າ:
ກົມພາສີມີບົດບາດສຳຄັນໃນ ວຽກງານສະກັດກັ້ນການຮົ່ວໄຫລຂອງສີນຄ້າເຖື່ອນທີ່ເຂົ້າ-ອອກປະເທດລາວກໍຄືໃນພາກພື້ນ,
ສະນັ້ນພວກເຮົາມີຄວາມຈຳ ເປັນຕ້ອງຖືວຽກງານປົກ ປ້ອງສິດຊັບສີນທາງປັນຍາເປັນບູລີມະສິດສຳຄັນ,
ເນື່ອງຈາກ ສປປ ລາວ ພວມກ້າວເຂົ້າສູ່ການເປັນ ປະຊາຄົມອາຊຽນ (AEC) ໃນປີ 2015 ເຊິ່ງການເຄົາລົບຕໍ່ຊັບສີນທາງປັນຍາແມ່ນມີບົດບາດສຳຄັນໃນການຂະຫຍາຍຕົວ
ທາງດ້ານເສດຖະກິດ, ເປັນການຊ່ວຍສ້າງອາຊີບ, ສົ່ງເສີມການພັດທະນາຜະລິດຕະພັນ ແລະ ການບໍລິການອື່ນໆ,
ທັງເປັນ
ປກສ ເມືອງເງິນມ້າງຂະບວນລັກລົດຈັກໂຕອັນຕະລາຍ
ເຈົ້າໜ້າທີ່ ປກສ ເມືອງເງິນ, ແຂວງໄຊຍະບູລີ ໃຫ້ຮູ້ວ່າ:
ພາຍຫລັງໄດ້ຮັບແຈ້ງ ຈາກປະຊາຊົນເປັນຈຳນວນຫລາຍວ່າຖືກ ຄົນຮ້າຍລັກລົດຈັກນັບແຕ່ກາງປີ 2014
ເປັນຕົ້ນມາ, ຈຶ່ງໄດ້ຕັ້ງກຳລັງສະເພາະກິດໃນການຕິດຕາມຄົນຮ້າຍ ແລະ ຕົກມາ ຮອດເດືອນກໍລະກົດ
2014 ຈຶ່ງສາມາດມ້າງຂະບວນການລັກລົດຈຳນວນໜຶ່ງ ເນີນຄະດີຕາມລະບຽບກົດໝາຍ ປະກອບມີ: ທ້າວ ໝີນ້ອຍ
ແກ້ວວົງໄຊ ອາຍຸ 36 ປີຢູ່ບ້ານສະພານທອງ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ທ້າວ ວັນໄຊຊົງ
ອາຍຸ 38 ປີ, ທ້າວ ກາເຟ ພອນມະນີ ອາຍຸ 26 ປີ ແລະ ທ້າວ ກອນ ພົມມະຈິດ ອາຍຸ 26 ປີຢູ່ບ້ານປາກເງິນ
ເມືອງປາກແບງ ແຂວງ ອຸດົມໄຊ ເຊິ່ງພວກກ່ຽວແມ່ນຂະບວນການເຄື່ອນໄຫວລັກລົດຈັກໂຕອັນຕະລາຍຢູ່ເມືອງເງິນ
ແລະ ເມືອງອ້ອມຂ້າງ
ສານນະຄອນຫລວງຕັດສິນຜູ້ຄ້າຢາເສບຕິດຈຳຄຸກ 5 ປີເຄິ່ງ
ເມື່ອບໍ່ດົນມານີ້, ສານປະຊາຊົນນະຄອນຫລວງວຽງຈັນ,
ໄດ້ຕັດສີນລົງໂທດທ້າວດາລາວອນ ອາຍຸ 35 ປີ, ທ້າວ ຈັນທະ ຈອນ ອາຍຸ 31 ປີ, ນາງ ສາຍສິລິ ອາຍຸ
29 ປີ, ທ້າວ ຄຳສອນ ອາຍຸ 37 ປີຢູ່ບ້ານໄຊສະຫວ່າງ, ເມືອງ ໄຊທານີ ແລະ ນາງ ປາດຖະໜາ ອາຍຸ
29 ປີຢູ່ບ້ານດົງສ້າງຫີນ ເມືອງໄຊທານີ ນະຄອນຫລວງ ວຽງຈັນ ໃຫ້ຈຳຄຸກເປັນເວລາ 5 ປີເຄິ່ງ ພ້ອມປັບ
ໃໝເງິນ 10 ລ້ານ ກີບ ເຊິ່ງພວກກ່ຽວຖືກເຈົ້າໜ້າ ທີ່ຈັບໂຕເມື່ອຕົ້ນເດືອນກຸມພາ 2012 ໃນຂໍ້ຫາມົ້ວສຸມ
ແລະ ຄ້າຂາຍຢາ ເສບຕິດ, ພາຍຫລັງເຂົ້າກວດຄົ້ນເຮືອນນາງສາຍສິລິ ແລະ ພົບຢາບ້າຮ້ອຍກວ່າເມັດ
ແລະ ເຮໂຣອິນຈຳນວນໜຶ່ງທີ່ຊຸກເຊື່ອງ ໄວ້ຢູ່ໃນລົດເກງຂອງ ນາງສາຍສິລິ ແລະ ຜູ້ກ່ຽວຈຶ່ງໄດ້ໃຫ້ການຊັກທອດເຖິງຜູ້ຮ່ວມຂະບວນການຄືດັ່ງກ່າວຈຶ່ງຖືກເຈົ້າໜ້າ
ທີ່ນຳຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍ.
ບໍ່ຄຳ-ທອງເຊໂປນ ມອບທອງປະກອບສ່ວນສ້າງພະພຸດທະຮູບຢູ່ແຂວງບໍລິຄຳໄຊ ແລະ ອຸດົມໄຊ
ໃນວັນທີ 16 ກັນຍາຜ່ານມາ ນີ ທ່ານ ສະໝານ ອະເນກາ
ຜູ້ອຳນວຍການ ຂອງບໍລິສັດລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ບໍ່ຄຳ-ທອງ ເຊໂປນ (LXML Sepon ) ໄດ້
ມອບທອງຫນຶ່ງໂຕນໃຫ້ແກ່ທ່ານ ນາງ ບຸນກອງມະນີ ເລັ່ງສະຫວັດ ເພື່ອນຳ ໄປຫລໍ່ພະພຸດທະຮູບໃຫ້
ວັດຢູ່ແຂວງບໍລິຄຳໄຊ ແລະ ອຸ ດົມໄຊ. ນັບແຕ່ປີ 2008 ເປັນຕົ້ນ ມາ ບໍລິສັດ LXML
Sepon ໄດ້ ປະກອບສ່ວນທອງຫລາຍກວ່າ 18 ໂຕນ ເພື່ອນຳໃຊ້ເຂົ້າໃນຫຼາຍ
ຈຸດປະສົງແຕກຕ່າງກັນລວມມີພະພຸດທະຮູບ, ເຄື່ອງ ໝາຍກາຊາດ ແລະ ຮຸ່ນຈຳລອງບຸກຄົນທີ່ສຳຄັນຂອງຊາດ
ເຊັ່ນ : ຮຸ່ນຈຳ ລອງຂອງເຈົ້າອານຸວົງທີ່ປະດິດສະຖານໄວ້ຢູ່ສວນ ເຈົ້າອານຸວົງໃນນະຄອນຫລວງວຽງຈັນ.
ການປະກອບສ່ວນທັງຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງຫມັ້ນຕໍ່ເນືື່ອງຂອງບໍລິສັດໃນການປົກປັກຮັກສາມໍລະດົກ
ວັດທະນະທຳອັນດີງາມຂອງຊາດລາວ.
ແຫຼ່ງທຶນຈະມີຄວາມໝັ້ນຄົງກໍຕໍ່ເມື່ອຕະຫຼາດທືນໄດ້ຮັບການພັດທະນາ
ຄະນະກຳມະການຄຸ້ມອງຕະຫຼາດຫຼັກຊັບໃຫ້ຮູ້ວ່າ:
ປັດຈຸບັນລາວເຮົາຍັງມີຄວາມຕ້ອງ ການທືນຫຼາຍເພື່ອນຳໄປພັດທະ ນາພື້ນຖານໂຄງລ່າງ, ລວມເຖິງການລົງທືນໃສ່ການຜະລິດໃນຫຼາຍຂະແໜງການນັບແຕ່ຂະແໜງພະລັງງານ,
ບໍ່ແຮ່, ອຸດ ສາຫະກຳ, ກຳສິກຳ, ການເງິນການທະນາຄານ ແລະ ການທ່ອງທ່ຽວ, ຂະນະທີ່ການສະໜອງທຶນຍັງມີຄວາມຈຳກັດ,
ໂດຍສະ ເພາະແມ່ນທຶນໄລຍະຍາວ, ດັ່ງນັ້ນການພັດທະນາຕະຫຼາດທຶນຈະເປັນໂອກາດ ແລະ ສິ່ງອຳນວຍຄວາມສະດວກຫຼາຍດ້ານໃຫ້
ແກ່ແຫຼ່ງທຶນຂອງລາວເຮົາຄື (1) ຈະຊ່ວຍກະຕຸກຊຸກຍູ້ການຜະລິດສິ້ນຄ້າ ແລະ ການບໍລິການໄດ້ຫຼາຍ
ແລະ ກວ້າງຂວາງ, (2) ເປັນໂອກາດໃຫ້ແກ່ອົງການຄຸ້ມຄອງຫຼັກຊັບ ແລະ ອົງການຄຸມຄອງມະຫາພາກອື່ນທີ່ກ່ຽວຂ້ອງ
ແລະ ບັນດາຫົວໜ່ວຍທຸລະ ກິດທີ່ມີສ່ວນຮ່ວມໃນຕະຫຼາດທືນຂອງລາວພ້ອມສາມາດຖອດຖອນບົດຮຽນ ແລະ ຍາດແຍ່ງການຊ່ວຍເຫຼືອທາງດ້ານເຕັກ ນິກວິຊາການໄດ້ຫຼາຍຂຶ້ນກວ່າເກົ່າ,
(3) ເປັນໂອກາດຂະຫຍາຍຖານແຫຼ່ງທຶນໃຫ້ກວ້າງອອກ ແລະ (4) ເປັນໂອ ກາດທີ່ຈະຍົກ ສະຖານະພາບຕະຫຼາດການເງິນຂອງລາວສູງຂຶ້ນໃນເວທີທຶນສາກົນ,
ທັງສ້າງເງື່ອນໄຂໃຫ້ການເຊື່ອມໂຍງເສດຖະກິດ-ການເງິນ ກັບສາກົນ, ແຕ່ຄຽງຄູ່ກັບສິ່ງດັ່ງກ່າວກໍມີສິ່ງທ້າທາຍຫຼາຍດ້ານທີ່ຈະຕ້ອງໄດ້
ເອົາໃຈໃສ່ຄື: ການຄຸ້ມຄອງຂະບວນການເຄື່ອນ
ອຸຕຸແຈ້ງໃນຕົ້ນອາທິດໜ້າຈະມີຝົນຕົກຫລາຍຂຶ້ນ
ກົມອຸຕຸນິຍົມ ແລະ ອຸທົກກະສາດໃຫ້ຮູ້ວ່າ: ສະພາບອາກາດແຕ່ວັນທີ
17-23 ກັນຍານີ້, ບໍລິເວນຄວາມກົດດັນອາກາດ ຕ່ຳຍັງຈະມີກຳລັງປານກາງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງລາວ,
ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງລັກ ສະນະເຊັ່ນນີ້ຍັງຈະເຮັດໃຫ້ມີຝົນຕົກຟ້າຄະນອງກະຈາຍໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ
ແລະ ຕົກ ໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ອຸນຫະພູມອາກາດຈະເຢັນລົງເລັກຫນ້ອຍ. ຈາກນັ້ນກາງທ້າຍອາທິດນີ້ສະພາບຝົນ
ຈະເບົາບາງລົງ ແລະ ໃນຕົ້ນອາທິດໜ້າຈະມີຝົນຕົກຟ້າຄະນອງກະຈາຍຫລາຍຂຶ້ນຢູ່ແຕ່ລະພາກ, ພ້ອມມີລົມພັດແຮງເປັນບາງ
ໂອກາດນັບທັງນະຄອນຫລວງວຽງຈັນ.
ສຳລັບອຸນຫະພູມໃນອາທິດຕໍ່ໜ້າໂດຍທົ່ວໄປຈະເຢັນລົງເລັກນ້ອຍ,
ໂດຍສະເພາະຢູ່ພາກເໜືອດ້ານຕາເວັນອອກ, ພູພຽງ ບໍລິເວນປາກຊ່ອງ, ທ່າແຕງ ແລະ ນິຄົມ 34. ສ່ວນສະພາຝົນແຕ່
ວັນທີ 17-18 ກັນຍານີ້ ຈະມີຝົນຕົກຟ້າຄະນອງໃນລະດັບ ຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ
ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກກາງຫາພາກເໜືອ ແລະ ໃນວັນທີ 19-20 ກັນ ຍາ 2014 ຝົນຈະຫລຸດລົງ.
ຈາກນັ້ນ ໃນວັນທີ 21-23 ກັນຍາ ຈະມີຝົນຕົກຟ້າຄະນອງຫລາຍຂຶ້ນໃນລະດັບຄ່ອຍຫາປານ
ຜົນຜະລິດເຂົ້າສົກປີນີ້ບັນລຸໄດ້ຕາມຄາດໝາຍວາງໄວ້
ຕາມການລາຍງານຂອງ ທ່ານຫົວໜ້າກົມແຜນການກະ ຊວງກະສິກຳ-ປ່າໄມ້ຕໍ່ກອງປະ
ຊຸມສະຫຼຸບຕີລາຄາການຜະລິດລະ ດູຝົນ ແລະ ກຽມໃສ່ການຜະ ລິດລະດູແລ້ງ 2015 ທີ່ໄດ້ຈັດຂຶ້ນ ໃນວັນທີ
16 ກັນຍານີ້ ວ່າ: ການ ຜະລິດເຂົ້າໃນສົກປີ 2013-2014 ໄດ້ມີການພັດທະນາໄປສູ່ອັນໃໝ່ຫຼາຍຂຶ້ນ,
ໂດຍສະເພາະໄດ້ຫັນປ່ຽນໄປສູ່ການຜະລິດແບບມີຈຸດສຸມ, ແບບ ເປັນກຸ່ມ, ຕິດພັນກັບກຸ່ມໂຮງສີເຂົ້າ
ແລະ ຫັນໄປນຳ ໃຊ້ກົນຈັກໃນການຜະລິດຫຼາຍຂຶ້ນ, ເປັນຕົ້ນແມ່ນການກະ ກຽມດິນ, ການນຳໃຊ້ ແນວພັນປັບປຸງ,
ເຕັກນິກໃນການຜະລິດ ແລະ ການບົວລະບັດຮັກສາຕ່າງໆ, ຊຶ່ງທັງໝົດນັ້ນມັນໄດ້ເຮັດໃຫ້ການ ຜະລິດຂອງ
ກະສິກອນເປັນລະບົບຕ່ອງໂສ້, ສ້າງເງື່ອນໄຂໃຫ້ແກ່ກະສິກອນສາມາດເຂົ້າເຖິງແຫຼ່ງທຶນ ແລະ ຕະຫຼາດ,
ມີການ ຊຸກຍູ້ສົ່ງເສີມ ຢ່າງເປັນລະບົບ, ພົ້ນເດັ່ນກວ່າໝູ່ແມ່ນເຂດພາກກາງ ແລະ ພາກໃຕ້ຄືການຜະລິດເຂົ້ານາແຊງໃນສົກປີ
2013- 2014 ສາມາດ ປັກດຳໄດ້ທັງໝົດ 102.505 ເຮັກຕາ, ເທົ່າກັບ 81% ຂອງແຜນການ (126.600 ເຮັກຕາ),
ຖ້າທຽບໃສ່ ປີຜ່ານມາເພີ່ມຂຶ້ນ 10,160 ກວ່າເຮັກຕາ, ສ່ວນຜົນຜະລິດບັນລຸໄດ້ 550 ພັນກວ່າໂຕນ, ເທົ່າກັບ 100% ຂອງແຜນການ
17 September 2014
ກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 35 ໄຂຂຶ້ນຢ່າງ ເປັນທາງການຢູ່ນະຄອນຫລວງວຽງຈັນ
ກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຫລື
ໄອປາ (AIPA) ຄັ້ງທີ 35 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 16 ກັນຍານີ້, ຢູ່ໂຮງແຮມດອນຈັນພາເລດ
ນະ ຄອນຫລວງວຽງຈັນ ພາຍໃຕ້ການ ເປັນປະ ທານຂອງທ່ານ ນາງ ປານີ ຢາທໍຕູ້ ປະທານສະພາ ແຫ່ງຊາດລາວ,
ໂດຍການ ໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດ ກອງປະຊຸມດັ່ງກ່າວຂອງ ທ່ານ ທອງສິງ ທຳມະວົງ ນາຍົກລັດ
ຖະມົນຕີແຫ່ງສ ປປ ລາວ, ມີບັນດາປະທານ, ຮອງປະທານ,
ມີ ຄະນະຜູ້ແທນລັດຖະສະພາບັນດາປະເທດ ສະມາຊິກອາຊຽນ, ຄະນະຜູ້ແທນ ສັງເກດການ, ອົງ ການຈັດຕັ້ງສາກົນກ່ຽວຂ້ອງ
ເຂົ້າຮ່ວມເປັນຈຳນວນຫລາຍ ແລະ ກອງ ປະຊຸມສຳຄັນຄັ້ງ ນີ້ໄດ້ມີຫົວຂໍ້ວ່າ :“ປັບປຸງການ ຮ່ວມມືລັດຖະສະພາໃຫ້ເຂັ້ມແຂງເພື່ອສ້າງປະຊາຄົມອາຊຽນ
”.
Subscribe to:
Posts (Atom)




