Ad

Ad

17 November 2014

ນາຍົກລັດຖະມົນຕີແຫ່ງ ສປປ ລາວສຳເລັດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 25 ທີ່ມຽນມາ



     ໃນວັນທີ 13 ພະຈິກ 2014, ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີແຫ່ງ ສປປ  ລາວ ພ້ອມດ້ວຍຄະນະຜູ້ ແທນລາວໄດ້ສຳເລັດການເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ຄັ້ງ ທີ 25 ແລະ ກອງປະຊຸມສຸດຍອດ ທີ່ກ່ຽວຂ້ອງອື່ນໆ ຊຶ່ງມີທັງໝົດ 10 ກອງປະຊຸມສຸດຍອດຄື ກອງ ປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 12, ກອງປະຊຸມສຸດຍອດ ອາຊຽນ-ຍີ່ ປຸ່ນຄັ້ງທີ 17, ກອງ ປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 17, ກອງປະຊຸມສຸດຍອດ ອາຊຽນບວກສາມຄັ້ງທີ 17, ກອງປະ ຊຸມສຸດຍອດອາຊຽນ-ສະຫະລັດອາເມລິກາ ຄັ້ງທີ 2, ກອງ ປະຊຸມສຸດຍອດສະເຫລີມສະ ຫລອງການພົວພັນອາຊຽນ-ອົດ ສະຕາລີ ຄົບຮອບ 40 ປີ ແລະ ກອງປະຊຸມສຸດຍອດແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 6, ຊຶ່ງຈັດຂຶ້ນແຕ່ ວັນທີ 12-13 ພະຈິກ 2014, ຢູ່ເນ ປີດໍ, ສາທາລະນະລັດ ສະຫະພາບມຽນມາ.

ທະນາຄານຫວຽດຕີນລົງທຶນ 200 ຕື້ກີບຍົກລະດັບສາຂາເປັນ ສຳນັກງານໃຫຍ່ຢູ່ລາວ


      ທະນາຄານຫຸ້ນສ່ວນອຸດສະຫະກຳການຄ້າຫວຽດນາມ (ຫວຽດຕິນແບ໋ງ VietinBank), ໄດ້ລົງທຶນ 25 ລ້ານໂດລາສະ ຫະ ລັດ ຫລື ປະມານ 200 ຕື້ກີບເພື່ອສ້າງອາຄານຫລັງໃໝ່ຕັ້ງຢູ່ແຄມຖະໜົນລ້ານຊ້າງ (ໂຮງແຮມດອກໄມ້ ແດງເກົ່າ), ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ເປັນສຳນັກງານໃຫຍ່ທະນາ ຄານດັ່ງກ່າວຢູ່ ສປປ ລາວ, ເພື່ອຮອງຮັບການຂະຫຍາຍຕົວທາງດ້ານເສດຖະກິດ ຂອງລາວ ແລະ ພາກພື້ນ, ໂດຍສະເພາະຮອງຮັບການເຊື່ອມໂຍງລະບົບເສດຖະ ກິດຂອງອາ ຊຽນໃນປີ 2015 ນີ້.
   ອຳນວຍການທະນາຄານ ຫວຽດຕີນ ຫງວຽນ ວັນ ຢຸງ ກ່າວວ່າ: ອາຄານຫລັງໃໝ່ນີ້, ຕັ້ງຢູ່ຈຸດຍຸດທະສາດດ້ານເສດຖະກິດ ຂອງນະຄອນຫລວງວຽງ ຈັນ, ໃນເນື້ອທີ່ 18 ພັນກວ່າຕາ ແມັດ, ໂດຍຈະສ້າງອາຄານສູງ 9 ຊັ້ນ, ໃນນັ້ນມີຊັ້ນໃຕ້ດິນ 2 ໂດຍ ແມ່ນບໍລິສັດຈິດຈະເລີນຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ຄາດວ່າຈະໃຫ້ສຳເລັດໃນປີ 2017, ເຊິ່ງຈະເປັນອາຄານທີ່ມີ ຄວາມທັນສະໄໝສວຍງາມອີກ ແຫ່ງໜຶ່ງໃນໃຈກາງນະຄອນຫລວງວຽງຈັນ.

ກອງປະຊຸມໂຕະມົນເນັ້ນຫາລືການບັນລຸເປົ້າໝາຍພັດທະນາຂອງລາວ



         ລັດຖະບານລາວ, ອົງການ ສະຫະປະຊາຊາດເພື່ອການພັດ ທະນາ (ສປຊ) ແລະ ບັນດາຄູ່ ຮ່ວມພັດທະນາ, ໄດ້ຮ່ວມ ກັນຈັດ ກອງປະຊຸມໂຕະມົນປະຈຳປີ 2014 ເພື່ອປຶກສາຫາລືເພື່ອຊອກ ຊ່ອງທາງຊ່ວຍໃຫ້ ສປປ ລາວ ສາມາດບັນລຸເປົ້າ ໝາຍການພັດທະນາທີ່ວາງໄວ້, ໂດຍສະເພາະການບັນລຸແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີຄັ້ງທີ VII ແລະ ເປົ້າໝາຍສະຫັດສະວັດດ້ານການພັດທະນາເພື່ອ ນຳພາປະເທດຫລຸດພົ້ນອອກຈາກສະຖານະພາບດ້ວຍພັດທະນາໃນປີ 2020.
        ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດລາວ ທອງລຸນ ສີສຸລິດ ກ່າວວ່າ: ສປປ ລາວ, ມີສະຖຽນລະພາບທາງດ້ານ ການເມືອງໜັກແໜ້ນ, ສັງຄົມມີ ຄວາມສະຫງົບເປັນລະບຽບ ຮຽບຮ້ອຍ, ອັນເປັນເງື່ອນໄຂ ສຳ ຄັນໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມໃນຫລາຍສົກປີຜ່ານມາໄດ້ຮັບຜົນສຳເລັດເປັນຢ່າງດີ, ໂດຍສະເພາະເສດຖະ ກິດມີການເຕີບໂຕຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ, ລວມຍອດຜະລິດຕະພັນພາຍໃນຂະຫຍາຍຕົວສະເລ່ຍ 7,6%, ລາຍໄດ້ຕໍ່ຫົວ

ນະຄອນຫຼວງວຽງຈັນທຳລາຍ​ຕູ້​ເກ​ມ​ເຖື່ອ​ນ​ເປັນ​ຈຳນວນຫຼາຍ



            ວັນ​ທີ 14 ພະຈິກ​ນີ້, ກົມ​ຕຳຫຼວດຄຸ້ມ​ຄອງ​ຄົນ​ຕ່າງປະ​ເທດ (​ເຂດ 207 ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ), ນະຄອນ ຫຼວງວຽງຈັນ, ໄດ້ເຮັດພິທີ​ຈູດ​ທຳລາຍ​ຕູ້​ເກ​ມຜິດ​ກົດໝາຍ​ເປັນ​ຈຳນວນ ຫຼາຍ. ໂດຍການ​ເຂົ້າ​ຮ່ວມ​ຂອງ ກອງ​ບັນຊາ​ການ ປກສ ນະຄອນ ຫຼວງ, ກົມ​ກົງ​ສູນກະຊວງ​ການ​ຕ່າງປະ​ເທດ, ກົມ​ພາຍ​ໃນ ແລະ ກົມ 206, 208.
       ທ່ານ ພັນ ​ເອກ  ສີສະ​ໄຫ​ວ ກ້ອນ​ພົມມາ  ຮອງ​ຫົວໜ້າກົມ​ໃຫຍ່​ສັນຕິ​ບານ​ໄດ້​ມີ​ຄຳ​ເຫັນ​ວ່າ: ທັງ​ນີ້ກໍ​ເພື່ອ​ຄວາມ​ເປັນ​ລະບຽບຮຽບຮ້ອຍ​ຂອງ​ສັງຄົມສະກັດ​ກັ້ນ ການ​ລ່ວງ​ລະ​ເມີດລະບຽບກົດ ໝາຍຄື ​ໃນໄລຍະ 4 ເດືອນ​ຜ່ານ​ມາ​ນີ້​ເຈົ້າໜ​້າທີ່​ຂອງ​ຕົນ ສາມາດ​ກວດ​ຢຶດ​ຕູ້​ເກ​ມ ຫຼື ເຄື່ອງຫຼິ້ນ​ເກ​ມ ທີ່​ນຳ​ເຂົ້າ ​ແລະ ​ເປີດ​ບໍລິການ​ຢ່າງ​

ອົງການໄອພີເອສ ແນະນຳປຶ້ມລາຍງານຂ່າວຂອງໂລກໃຫ້ແກ່ ສື່ມວນຊົນລາວ



     ໃນວັນທີ 14 ພະຈິກຜ່ານມາ, ຢູ່ສະມາຄົມນັກຂ່າວແຫ່ງ ສປປ ລາວ, ໄດ້ຈັດພິ ທີແນະນຳປຶ້ມ ລາຍງານຂ່າວຈາກໂລກໃຫ້ສື່ ມວນຊົນລາວ, ໂດຍການເຂົ້າ ຮ່ວມ ຂອງທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານ ນາງ ໂຈ ຮັນນາ ຮັນຜູ້ອຳນວຍການອົງ ການໄອພີເອສ ອາຊີ-ປາຊີຟິກ.
     ທ່ານ ນາງ ສຸພາລັກ ທິຣາວົງ ຫົວໜ້າກົມພິມຈຳໜ່າຍກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວ່າ: ປື້ມເຫລັ້ມນີ້ເປັນປຶ້ມສຳລັບສື່ມວນ ຊົນ ໂດຍສະເພາະນັກຂ່າວທີ່ສາມາດຮຽນຮູ້ວິທີການຂຽນຂ່າວ, ຂຽນບົດສະເໜີ, ບົດວິ ເຄາະຕ່າງໆ. ນອກນັ້ນ ຍັງເປັນປື້ມສຳລັບ ຊອກຫາຂໍ້ມູນຂ່າວສານ ຂອງນັກຮຽນຮູ້ປັນຍາຊົນເພື່ອນຳມາພັດທະນາປະເທດ ຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ. ພິເສດໃນ ປື້ມເຫລັ້ມນີ້ຍັງໄດ້ນຳສະເໜີ ຜົນງານຂອງນັກຂ່າວຊາວເນ ປານທີ່ໄດ້ເກັບກ່ຽວເອົາ ປະສົບການຕົວຈິງຂອງຕົນມາໄວ້ໃນ

ອົບຮົມການປ້ອງກັນອັກຄີໄພໃຫ້ພະນັກງານບໍລິສັດນ້ຳເທີນ II



     ເພື່ອຍົກສູງຄວາມອາດສາ ມາດດ້ານການປ້ອງກັນອັກຄີໄພ, ການນຳໃຊ້ອຸປະ ກອນມອດໄຟ, ການມອດໄຟໃນເບື້ອງຕົ້ນ ແລະ ຮູ້ຈັກວິທີຊ່ວຍເຫລືອຕົນເອງ ແລະ ຜູ້ທີ່ຢູ່ໃກ້ຄຽງ, ໃນວັນທີ 14 ພະຈິກຜ່ານມາ, ຢູ່ບໍລິສັດ ນ້ຳ ເທີນ II, ໄດ້ຈັດ ການຝຶກອົບຮົມ ການປ້ອງກັນອັກຄີໄພໃຫ້ແກ່ພະນັກງານຂອງຕົນຂຶ້ນຢູ່ນະຄອນ ຫລວງວຽງຈັນ, ໂດຍການເຂົ້າ ຮ່ວມຂອງທ່ານຫົວໜ້າ ບໍລິສັດ ນ້ຳເທີນ II ແລະ ທ່ານຫົວໜ້າ ກອງບັນຊາການ ປກສ ນະຄອນຫລວງວຽງຈັນພ້ອມດ້ວຍພະນັກງານ ໜ່ວຍສະກັດ ກັ້ນ ແລະ ຕ້ານ ອັກຄີໄພຂອງບໍລິສັດດັ່ງກ່າວ.
     ທ່ານ ພັນຕີ. ສູນທອນ ແກ້ວວັນດີ ຮອງພະແນກຕຳ ຫລວດສະກັດກັ້ນ ແລະ ຕ້ານອັກ ຄີໄພ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ການຈັດຝຶກອົບຮົມນີ້, ກໍເພື່ອຍົກສູງຄວາມຮູ້ໃນການ ປ້ອງກັນອັກຄີໄພ, ການນຳໃຊ້ ເຄື່ອງມອດໄຟ ແລະ ການ

ລາວ​ໃຫ້​ຄວາມ​ສຳຄັນ​ໃນ​ການ​ຕ້ານການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ​



           ໃນ​ໄລຍະ​ຜ່ານ​ມາຄະນະ​ກຳມາ​ທິການ​ເພື່ອ​ຄວາມ​ກ້າວ ໜ້າຂອງ​ແມ່ຍິງ​ແຫ່ງ​ຊາດ​,  ບັນ ດາ​ຂະ​ແໜງການ ແລະ ທ້ອງ​ຖິ່ນ​ຕ່າງໆໃນ​ທົ່ວ​ປະ​ເທດ​ຕ່າງໆກໍ່ໄດ້​ອອກ​ແຮງ​ເຄື່ອນ​ໄຫວ​ຕ້ານ​ທຸກ​ຮູບ​ແບບ​ຂອງ​ການ​ໃຊ້ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ​ສ້າງ​ຂອບ​ນິຕິ​ກຳ​ທີ່​ຈຳ​ເປັນ ແລະ ຂະ​ບວນຍຸຕິ​ທຳ ເພື່ອ​ປົກ​ປ້ອງ ​ແລະ ​ໃຫ້ການ​ຊ່ວຍ​ເຫຼືອ​ແມ່ຍິງ​ຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ຄວາມ​ຮຸນ​ແຮງ,  ທັງ​ນຳ​ເອົາ​ຜູ້​ກະທຳ​ຜິດມາ​ລົງ​ໂທດ​ຕາມ​ລະ ບຽບກົດໝາຍ, ພ້ອມໄດ້​ສະ ໜອງການ​ບໍລິການ​ດ້ານ​ການ​ແພດ​ໃຫ້​ຜູ້​ຖືກ​ເຄາະ​ຮ້າຍ​ທາງ​ດ້ານ​ຮ່າງກາຍ ​ແລະ ຈິດ​ໃຈ, ມີ​ການ​ຕັ້ງສູນ​ພັກ​ເຊົາ​ຊົ່ວຄາວ​ເພື່ອ​ຮອງ​ຮັບ​ຜູ້​ຖືກ​ເຄາ​ະຮ້າຍ​ຈາກ​ຄວາມ​ຮຸນ​ແຮງ ​ແລະ ການ​ຄ້າ​ມະນຸ​ດ, ຈາກ​ການ​ຂູດ​ຮີດ​ທາງ​ເພດ ​ແລະ ​ເພື່ອ​ຊ່ວຍ​ເຫຼືອ​, ມີ​ການ​ຕັ້ງສູນ​ໃຫ້​ຄຳ​ປືກສາ ​ໃນ​ການ​ປົກ​ປ້ອງແມ່ຍິງ ​ແລະ ​ເດັກນ້ອຍ​ເພື່ອ​ຮອງ​ຮັບ​ຜູ້​ຖືກ​ເຄາະ​ຮ້າຍ​ດັ່ງກ່າວ​ຢູ່ນະຄອນຫຼວງວຽງຈັນ, ສະ ຫວັນ​ນະ​ເຂດ, ຈຳປາ​ສັກ ​ແລະ​ ສາລະ​ວັນ ສົມທົບ​ກັບ​ການ​ເປີດ​ບໍລິການ​ສາຍ​ດ່ວນ 1362 ຢູ່​ນະ​ຄອນຫຼວງວຽງຈັນ ແລະ ອື່ນໆ.

ທະນາຄານການລົງທຶນ ແລະ ພັດທະນາຫວຽດນາມ( BIDV) ສະຫນັບສະຫນູນຄອມພິວເຕີໃຫ້ສຳນັກຂ່າວສານປະເທດລາວ



      ເຊົ້າວັນທີ 14 ພະຈິກນີ້, ຜູ້ ຕາງຫນ້າທະນາຄານການລົງ ທຶນ ແລະ ພັດທະ ນາຫວຽດນາມ ( BIDV) ປະຈຳລາວ, ໄດ້ນຳ ເອົາຄອມພິວເຕີຈຳນວນ 10 ເຄື່ອງ ແລະ ເຄື່ອງພິມ 2 ເຄື່ອງ, ມາມອບໃຫ້ສຳນັກຂ່າວສານປະ ເທດລາວ, ເພື່ອສະ ຫນັບສະຫນູນການພັດທະນຂົງເຂດວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ຂອງລາວໃຫ້ມີຄວາມສະດວກວ່ອງໄວ ແລະ ທ່ວງທັນ ສະພາບການ.
        ພິທີມອບ-ຮັບເຄື່ອງດັ່ງກ່າວ ໄດ້ມີຂຶ້ນທີ່ສຳນັກງານຂ່າວສານປະເທດລາວ ທີ່ນະຄອນຫລວງ ວຽງຈັນລະຫ່ວາງ ທ່ານ ເຢືອງ ວັນເຟືອງ ຜູ້ຕາງຫນ້າ BIDV ປະຈຳລາວ ແລະ ທ່ານ ສູນທອນ ຄັນທະວົງ ອຳນວຍການສຳນັກ ງານຂ່າວສານປະເທດ ລາວ, ພ້ອມດ້ວຍພະນັງານກ່ຽວຂ້ອງ ສອງຝ່າຍເຂົ້າຮ່ວມນຳດ້ວຍ.
     ໃນໂອກາດນີ້ທ່ານ ສູນ ທອນ ຄັນທະວົງໄດ້ຕາງຫນ້າໃຫ້ສຳ ນັກຂ່າວສານປະເທດລາວສະ ແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ການ ຊ່ວຍເຫລືອອັນລຳຄ່າດັ່ງກ່າວ, ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການກະຕຸກຊຸແຍູ້ການ

14 November 2014

ລະດົມຄວາມຄິດເຫັນຕໍ່ການນຳໃຊ້ພາສາລາວ



     ໃນວັນທີ 13 ພະຈິກນີ້ ບັນດານັກຄົ້ນຄວ້າພາສາສາດ, ບັນດາທິການໜັງສືພິມ, ຜູ້ຊ່ຽວຊານພາສາບາລີ-ສັນສະກິດ ແລະ ນັກຈັດລາຍການວິທະຍຸ ແລະ ໂທລະພາບ ເຂົ້າຮ່ວມສຳມະນາວິທະຍາສາດຫົວຂໍ້ “ ຄວາມເຂົ້າໃຈຕໍ່ບັນຫາການນຳໃຊ້ ພາສາ ລາວໃນປັດຈຸບັນ” ຢູ່ສະຖາບັນວິທະຍາສາດສັງຄົມແຫ່ງຊາດເພື່ອສະແດງຄວາມ ຄິດເຫັນຕໍ່ການນຳໃຊ້ພາສາລາວໃຫ້ຖືກຕ້ອງ, ໂດຍການເປັນປະທານ ຂອງທ່ານ ສຈ. ດຣ ຈະເລີນ ເຢຍ ປາວເຮີ ຫົວໜ້າສະຖາບັນວິທະຍາສາດສັງຄົມ ແຫ່ງຊາດ.
     ທ່ານ ສຈ.ດຣ ຈະເລີນ ເຢຍ ປາວເຮີ ກ່າວວ່າ: ການຈັດສຳມະນາຄັ້ງນີ້ ແມ່ນວຽກໜຶ່ງຂອງໂຄງການຄົ້ນຄວ້າ, ປົກປັກຮັກ ສາ, ສົ່ງເສີມພາສາລາວ ແລະ ກໍ ເປັນບາດກ້າວໜຶ່ງໃນການເຕົ້າ ໂຮມນັກວິຊາການຈາກສະຖາບັນຕ່າງໆທີ່ກ່ຽວຂ້ອງຈາກມະ ຫາວິທະຍາໄລແຫ່ງຊາດລາວ, ຜູ້ສອນພາສາລາວ, ບັນນາທິການໜັງສືພິມວາລະສານ ແລະ ຜູ້ອາວຸໂສທີ່ສົນໃຈພາສາລາວ

ເພີ່ມ​ຄວາມ​ຮູ້​ການ​ຕ້ານຄວາ​ມຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ​ເດັກ​ນ້ອຍ​ໃຫ້​ສື່​ມວນ​ຊົນ



          ວັນ​ທີ 13 ພະຈິກ​ນີ້, ຢູ່​ທີ່​ສະມາຄົມ​ນັກ​ຂ່າວ​​ແຫ່ງ ສປປ ລາວ, ນະຄອນ ຫຼວງວຽງຈັນ​ໄດ້​ຈັດການ​ຝຶກ​ອົບຮົມ ຄວາມ ຮູ້ທົ່ວໄປໃຫ້ສື່ມວນຊົນກ່ຽວກັບ​ການ​ຕ້ານ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ແລະ ​ເດັກນ້ອຍ​,​ ໂດຍ​ການ​​ເຂົ້າ​ຮ່ວມ​ຂອງ​ທ່ານ ສົມ​ສະ ຫນຸກ ມີ​ໄຊ ຮອງ​ປະທານ​ສະມາຄົມ​ນັກ​ຂ່າວ​ແຫ່ງ ສປປ ລາວ​, ພ້ອມ​ດ້ວຍວິ ທະຍາກອນທີ່ມາຈາກຄະ ນະ​ກຳມາ​ທິການ​ເພື່ອ​ຄວາມ​ກ້າວໜ້າຂອງ​ແມ່ຍິງ​ແຫ່ງ​ຊາດ.
         ທ່ານ ນາງ ຈັນ​ໂສດາ ພອນ​ທິບ ຫົວໜາກອງ​ເລຂາ​ຄະ ນະ​ກຳມາ​ທິການ​ເພື່ອ​ຄວາມ​ກ້າວໜ້າຂອງ​ແມ່ຍິງ​ແຫ່ງ​ຊາດ​ໄດ້​ມີ​ຄຳ​ເຫັນ​ຕໍ່ພິທີ​ວ່າ : ກອງ​ປະ ຊຸມ​ສຳ​ມະ​ນາ​ໃນ​ມື້​ນີ້​ໄດ້​ພ້ອມ​ກັນ​ແລກປ່ຽນບົດຮຽນກ່ຽວກັບ​ບັນ ຫາ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ​ເດັກນ້ອຍ​ໂດຍ​ສະ​ເພາະ​ແມ່ນ​ຂະ​ບວນການ​ເຄື່ອນ​ໄຫວ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ຢູ່ ສ​ປປ ລາວ ​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ນັ້ນກໍໄດ້​ພ້ອມ​ກັນ​ເຊື່ອມ​ຊຶມ​ຄວາມ​ຮູ້​ພຶ້ນຖານ​ກ່ຽວກັບ​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ​ແລະ ​ເດັກນ້ອຍ​ເປັນຕົ້ນ​