Ad

Ad

18 April 2013

ພະນະທ່ານປະທານປະເທດ ອວຍພອນປີໃຫມ່ລາວ ພສ 2556



       ພະນະທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງາຍ​ສູນ​ກາງ​ພັກປະຊາຊົນ​ປະຕິ ວັດ​ລາວ, ປະທານ​ປະ​ເທດ ​ແຫ່ງ ສາທາລະນະ​ລັດ ປະຊາ ທິປະ​ໄຕ ປະຊາຊົນ​ລາວ ​ໄດ້​ອ່ານ​ສານ​ອວຍພອນ​ປີ​ໃໝ່​ລາວ ​ເນື່ອງ​ໃນ​ໂອກາດ​ສົ່ງ​ທ້າຍ​ປີ​ເກົ່າ ພສ. 2555 (ປີມະໂລງ) ແລະ ຕ້ອນຮັບປີໃໝ່ ພສ. 2556 (ປີມະເສັງ) ​ໃນ​ຕອນ​ເຊົ້າ​ວັນ​ທີ 12 ​ເມສາ 2013 ນີ້ ທີ່​ຫ້ອງ​ວ່າການ​ປະທານ​ປະ​ເທດ( ຫໍຄຳ) ຊຶ່ງ​ມີ​ເນື້ອ​ໃນ​ດັ່ງນີ້: ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ !ມື້ນີ້ແມ່ນມື້ສັນວັນດີ,ມື້ ໂຊກໃຫຍ່ໄຊງາມແຫ່ງການສົ່ງທ້າຍປີເກົ່າ ພສ. 2555 (ປີມະໂລງ) ແລະ ຕ້ອນ ຮັບປີໃໝ່ ພສ. 2556 (ປີມະເສັງ). ໂດຍສືບ ທອດມູນເຊື້ອວັດທະນະທຳອັນດີງາມຂອງຊາດ ລາວເຮົາ,ຂ້າພະເຈົ້າຮູ້ສຶກປິຕິຊົມ ຊື່ນເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ການນ ຳພັກ-ລັດ ສົ່ງຄຳອວຍ ພອນອັນປະເສີດມາຍັງພີ່ ນ້ອງ ຮ່ວມຊາດທຸກເຜົ່າ, ທຸກຊັ້ນຄົນທີ່ ຢູ່ທັງພາຍໃນ ແລະ ຕ່າງປະເທດ.
    ພວກເຮົາຕ່າງກໍຮູ້ດີວ່າ: ປີ ພສ. 2555 ທີ່ພວມຈະຜ່ານພົ້ນໄປ ເປັນປີທີ່ບໍ່ງ່າຍປານໃດສຳລັບການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ກໍຄືພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດຂອງພວກເຮົາ ປີ ພສ. 2555 ເປັນປີທີ່ສະພາບ ແວດ ລ້ອມມີການຜັນແປອັນສະ ຫລັບສັບຊ້ອນເປັນຕົ້ນ:ແມ່ນສະ ພາບທາງດ້ານເສດຖະກິດການ ເງິນ ຕະຫລອດເຖິງການປ່ຽນແປງຂອງດິນຟ້າອາກາດ ທີ່ມີຜົນ ກະທົບຕໍ່ປະເທດເຮົາ ກໍຄືຕໍ່ການ ຜະລິດ ແລະ ຊີວິດການ ເປັນ ຢູ່ຂອງປະຊາຊົນເຮົາ.ແຕ່ປີ 2555 ກໍເປັນປີແຫ່ງຄວາມພາກພູມໃຈ ແລະ ເປັນປີແຫ່ງຄວາມຊື່ນຊົມຍິນດີຕໍ່ຜົນງານ ແລະ ໄຊ

ສະຫລອງປີໃຫມ່ລາວ ພສ 2556 ຢ່າງຄຶກຄື້ນມ່ວນຊື່ນ



         ນັບແຕ່ວັນທີ 14​-16 ເມສາ 2013 ນີ້ ເປັນໄລຍະສະເຫລີມສະຫລອງປີໃໝ່ ລາວເຊິ່ງເປັນບຸນປະເພນີປະຈຳຊາດຂອງ ລາວ " ສົ່ງ ທ້າຍປີເກົ່າ ປີມະໂລງ ພສ. 2555 ແລະ ຕ້ອນຮັບປີໃໝ່ ປີມະເສັງ ພສ. 2556 " ປະຊາຊົນລາວໃນທົ່ວປະ ເທດຕ່າງກໍໄດ້ຈັດຕັ້ງການສະເຫລີມສະຫລອງດ້ວຍຄວາມເບີກບານມ່ວນຊື່ນແລະ ເຕັມໄປດ້ວຍຄວາມ ຮັກແພງສາມັກຄີຂອງວົງສາ ຄະນາຍາດແຫ່ງຊາດ.
      ໃນ​ວັນ​ທີ 14 ເມສາ 2013 ກົງ​ກັບມື້ຂຶ້ນ 4 ຄ່ຳເດືອ​ນ 5 ພສ. 2555 ເປັນ​ມື້​ເລີ່​ມຕົ້ນສະ​ເຫລີ​ມສະ​ຫລອງ​ບຸນປີ​ໃໝ່​ລາວ ຕາມ​ຮີດຄອງ​ປະ​ເພນີ​ອັນ​ດີງາມຂອງ​ປະ ຊາຊົນ​ລາວ​​ ຊຶ່ງ​ໃນ​ວັນ​ດັ່ງກ່າວ​ເປັນ​ມື້ສັງ ຂານ​ລ່ວງ​ຊາວ​ພຸດ ແລະ ປະຊາຊົນ​ລາວ ​ຢູ່​ນະ ຄອນຫລວງ​ວຽງ​ຈັນ ​ກໍ​ຄື​ຢູ່​ບັນດາ​ແຂວງ​ໃນ​ທົ່ວ​ປະ​ເທດ​ຕ່າງກໍໄດ້​ຈັດ​ກິດຈະ​ກຳ​ສຳຄັນ​ຕ່າງໆ​ທາງ​ພຸດທະ​ສາສະໜາ ​ເປັນຕົ້ນ​ ຢູ່​ຕາມ​ວັດວາອາ​ຮາມ​ແຕ່ລະ​ແຫ່ງ​​ໄດ້​ນຳ​ເອົາ​ພະພຸດທະ​ຮູບ ​ລົງ​ປະດິດສະຖານ​ໄວ້​ທີ່​ຫໍ​ສົງ​ ເພື່ອ​ເປີດ​ໂອກາດ​ໃຫ້​ຊາວ​ພຸດ​ທະ​ບໍລິ ສັດທັງຫລາຍ ​ແລະ ປະຊາຊົນລາວ​ບັນດາ​ເຜົ່າ ​ໄດ້​ຫົດ ສົງ​ຕາມ​ຮີດຄອງປະ​ເພນີອັນ ດີງາມທີ່ມີມາແຕ່ດຶກດຳບັນ ແລະ ​ໃນ​ຂະ ນະ​ດຽວ​ກັນ​ ຢູ່​ຕາມ​ສຳນັກງານ​ອົງການ, ຄຸ້ມ​ບ້ານ​ຊານ​ເມືອງ​ ບໍ່​ວ່າ​ຢູ່​ນະຄອນຫລວງ​ວຽງ​ຈັນ ຫລື ບັນດາ​ແຂວງ​ໃນ​ທົ່ວ​ປະ​ເທດ​ ກໍ​ໄດ້​ຈັດ​ພິທີບາສີສູ່ຂວັນ, ທຳ​ພິທີ​ຕັກບາດ, ຈັດຕັ້ງພິທີ​ອວຍພອນ​ໃຫ້​ແກ່​ການ​ນຳ​

ຜົນ​ກອງ​ປະຊຸມ​​ລັດຖະບານເປີດກວ້າງປະຈຳ 6 ເດືອນ ຕົ້ນສົກປີ 2012-2013



      ທ່ານນາງ​ບຸນ​ເພັງ​ມຸນ​ໂພ​ໄຊ ລັດຖະມົນຕີ​ປະຈຳ​ຫ້ອງ​ວ່າການ​ລັດຖະບານ​ໄດ້​ຖະ​ແຫລ​ງຜົນສຳ​ເລັດ​ຂອງກອງ​ປະຊຸມ​ລັດຖະ ບານເປີດກວ້າງປະຈຳ 6 ເດືອນ ຕົ້ນສົກປີ 2012-2013 ​ຊຶ່ງໄດ້ໄຂ ຂຶ້ນ ແລະ ດຳ​ເນີນມາ​ແຕ່ວັນ​ທີ 8-​11 ເມສາ 2013 ທີ່​ຫ້ອງ​ປະຊຸມ​ລັດຖະບານພາຍ​ໃຕ້​ການ​ເປັນ​ປະ ທານຂອງ ທ່ານທອງ​ສິງທຳ​ມະ​ວົງ,ນາຍົກ ລັດຖະມົນຕີ.ໂດຍມີີ​ບັນດາ​​ສະມາຊິກ​ລັດຖະບານ, ເຈົ້າຄອງນະຄອນຫຼວງ ວຽງຈັນ, ບັນດາເຈົ້າແຂວງ, ຫົວໜ້າ​ແລະຜູ້ ຕາງໜ້າ​ບັນດາອົງການອ້ອມຂ້າງສູນກາງພັກ-ລັດ ຖະບານ, ສະພາແຫ່ງຊາດ, ຕຸລາການ, ສູນ ກາງແນວລາວສ້າງຊາດ ແລະ ບັນດາອົງ ການຈັດຕັ້ງມະຫາຊົນເຂົ້າຮ່ວມ. ກອງ​ປະ ຊຸມ​ຄັ້ງນີ້​ໄດ້ຮັບຟັງການລາຍງານ, ໄດ້ຮ່ວມ ກັນປຶກສາ​ຫາລື ​ແລະ ຕົກລົງຮັບຮອງ​ເອົາ​ດ້ານຫຼັກການບາງບັນຫາ​ສຳຄັນ ​ດັ່ງນີ້:
        1. ກອງປະຊຸມ ໄດ້ຮັບຟັງ ການເຜີຍແຜ່ ແລະ ເຊື່ອມຊຶມນະ ໂຍບາຍການເຊື່ອມ ໂຍງສາກົນ ແລະ ໄດ້ພ້ອມກັນປຶກ ສາຫາລື ເຖິງມາດຕະການໃນການປະຕິບັດສິດ, ພັນທະຂອງບັນດາຂະແໜງການຢູ່ສູນກາງ ແລະ ທ້ອງຖິ່ນໃນການເປັນ ສະມາຊິກຂອງອົງການການຄ້າໂລກ (WTO) ແລະ ການກະກຽມໃຫ້ແກ່ການເຂົ້າເປັນປະຊາຄົມ ASEAN ໃນ ປີ 2015. ຕໍ່ບັນຫາດັ່ງກ່າວ ກອງ ປະຊຸມໄດ້ພ້ອມ ກັນປຶກສາຫາລື ແລະ ປະກອບຄວາມ ເຫັນຢ່າງ ກວ້າງຂວາງ ເຊິ່ງໄດ້ຕີລາຄາວ່າ: ການ ທີ່ລາວ ເຮົາໄດ້ ເຂົ້າເປັນສະ ມາຊິກຂອງອົງການການຄ້າໂລກ ແລະ ການກຽມຄວາມພ້ອມເພື່ອ ການເຂົ້າເປັນປະຊາຄົມ ASEAN  ແລະ ການເຊື່ອມໂຍງສາກົນນັ້ນ ລາວເຮົາມີທັງກາລະໂອກາດອັນ ດີ ແລະທັງປະເຊີນກັບ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍ ປະການ ເຊິ່ງຈະຕ້ອງໄດ້ພ້ອມກັນສູ້ຊົນປັບປຸງແກ້ໄຂຫຼາຍ ບັນຫາໃນແຕ່ລະຂົງເຂດ ເຊິ່ງໃນກອງປະຊຸມຄັ້ງ ນີ້

ປະດັບຫລຽນໄຊໃຫ້ຜູ້ມີຜົນງານຂອງລັດວິສາຫະກິດລາວເດີນອາກາດ



           ເພື່ອເປັນການຍ້ອງຍໍສັນ ລະເສີນຜົນງານການເຄື່ອນໄຫວ ວຽກງານຂອງລັດວິສາຫະກິດ ລາວເດີນ ອາກາດ ແລະ ເພື່ອເປັນການຢັ້ງຢືນເຖິງຄວາມອາດ ສາມາດໃນການຊີ້ນຳ ນຳພາດ້ານ ການເມືອງແນວ ຄິດ, ການຈັດຕັ້ງ ປະຕິບັດວຽກງານ, ນຳພາອົງ ກອນ ກ້າວໄປສູ່ຄວາມສຳເລັດ ຂອງການດຳເນີນທຸລະກິດ ຢ່າງ ມີປະສິດທິພາບ ແລະ ປະສິດທິຜົນ ໃນຕະຫຼອດໄລ ຍະ 10 ປີ ທີ່ຜ່ານ ມານັ້ນ ລັດຖະບານແຫ່ງ ສປປ ລາວ ຈຶ່ງໄດ້ຕົກລົງປະດັບຫຼຽນ ໄຊອິດສະຫຼະຊັ້ນ 3 ຈຳນວນ 1 ໜ່ວຍ, ຫຼຽນໄຊແຮງງານ ຊັ້ນ 1 ຈຳນວນ ໜຶ່ງໜ່ວຍ, ຫຼຽນໄຮງງານຊັ້ນ 2 ຈຳນວນ 2 ໜ່ວຍ ແລະ ຫຼຽນໄຊພິລະອາດຫານຊັ້ນ 1 ຈຳ ນວນ 1 ໜ່ວຍໃຫ້ພະນັກງານຜູ້ມີ ຜົນງານທົ່ວລັດ ວິສາຫະກິດລາວເດີນອາກາດ.
          ພິທິປະດັບຫຼຽນໄຊດັ່ງກ່າວ ມີຂຶ້ນໃນຕອນເຊົ້າຂອງວັນທີ 12 ເມສາ 2013 ທີ່ໂຮງແຮມ ລ້ານຊ້າງນະຄອນຫຼວງວຽງ ຈັນ ໂດຍ ການເປັນກຽດເຂົ້າຮ່ວມຂອງ ທ່ານ ພົ.ຕ ຈັນສະໝອນ ຈັນຍາ ລາດ ລັດຖະມົນ ຕີຊ່ວຍ ວ່າການກະຊວງປ້ອງກັນປະເທດ, ມີທ່ານ ພົ.ວ ອ່ອນສີ ແສນສຸກ ຫົວໜ້າ ຫ້ອງວ່າການກະຊວງປ້ອງກັນປະເທດ ປະທານສະ ພາບໍລິຫານບໍລິສັດ, ທ່ານ ພັ.ອ ບຸນມາ ຈັນທະ ວົງສາ ກຳມະການສະພາບໍລິ ຫານ, ຜູ້ອຳນວຍການບໍລິສັດ ລາວເດີນອາກາດ ຕະຫຼອດຮອດ ພະນັກງານ ພາຍໃນລັດວິສາຫະກິດລາວເດີນອາກາດ ແລະ ແຂກ ທີ່ຖືກເຊີນເຂົ້າຮ່ວມ.
        ຜູ້ອຳນວຍການບໍລິສັດລາວ ເດີນອາກາດກ່າວໃນພິທີປະດັບ ຫຼຽນໄຊວ່າ: ນັບແຕ່ໄດ້ຮັບການ ສ້າງຕັ້ງລັດວິສາຫະກິດ ລາວເດີນ ອາ ກາດໃນປີ 2002 ເປັນຕົ້ນມາ ເຖິງແມ່ນວ່າສະພາບແວດລ້ອມ ໃນຂົງເຂດ, ພາກພື້ນ ແລະ ສາກົນ ໄດ້ດຳເນີນໄປ ດ້ວຍຄວາມສະຫຼັບຊັບຊ້ອນ ແລະ ຫຍຸ້ງຍາກອັນມີ ເຫດຜົນມາຈາກສະພາບວິກິດການການເງິນໂລກ, ອັດຕາເງິນເຝິ້ ແລະ ລາ ຄານ້ຳມັນຖີບຕົວຂຶ້ນ ສູງເປັນປະຫວັດສາດກໍ ຕາມ ແຕ່ ລັດວິສາຫະກິດລາວເດີນອາກາດ ກໍບໍ່ໄດ້ລົດລະຄວາມພະຍາຍາມ

ສະຫຼອງປີ​ໃໝ່ຢູ່ນະຄອນຫຼວງວຽງຈັນເກີດ​ອຸປະຕິ​ເຫດ​ທາງ​ຖະໜົນ 34 ກໍລະນີ ເສີຍ​ຊີວິດ​2 ຄົນ



           ທ່ານ ພັນ​ໂທ ພົມມະຈັນ ສວນ​ບຸນ​ມາ ຫົວໜ້າພະ​ແນ​ກຕຳ ຫຼວດຈະລາຈອນ ນະຄອນຫຼວງ ວຽງ ຈັນ ​ໄດ້​ໃຫ້​ສຳ ພາດ​ຕໍ່ສື່​ມວນ​ຊົນ ​ໃນ​ວັນ​ທີ 17 ​ເມສາ ນີ້ ວ່າ: ​ໃນ​ການສະຫຼອງບຸນປີ​ໃໝ່ລາວ 2013 ນີ້ ​ສະ​ເພາະ​ວັນ​ທີ 14 ຫາ 16 ​ເມາ​ສາ ຢູ່ນະຄອນຫຼວງວຽງຈັນ ມີ​ອຸປະຕິ​ເຫດ​ເກີດ​ຂື້ນທັງໝົດ 34 ກໍລະນີ​, ມີ​ຄົນ​ໄດ້​ຮັບ​ບາດ​ເຈັບ​ເລັກ​ນ້ອຍ 27 ຄົນ, ສົມຄວນ 25 ຄົນ ​ແລະ ​ເສຍ​ຊີວິດ​2 ຄົນ ​ໂດຍສາ​ເຫດ​ທີ່​ພາ​ໃຫ້​ເກີ​ອຸປະຕິ​ເຫດ​ແມ່ນ​ຍ້ອນ​ດື່ມ​ສິ່ງ​ມືນ​ເມົາ,  ຊຶ່ງ​ທຽບ​ໃສ່​ປີຜ່ານມາ​​ເຫັນ​ວ່າ ຈຳ​ນວນ​ອຸປະ ຕິ​ເຫດຫຼຸດລົງ 18 ກໍລະນີ ​ແລະ ຜູ້​ເສຍ​ຊີວິດຫຼຸດລົງ 5 ຄົນ.
        ຫົວໜ້າພະ​ແນ​ກຕຳຫຼວດ ຈະລາຈອນ ນະຄອນຫຼວງວຽງ ຈັນ ກ່າວ​ວ່າ: ​ສະພາບ​ອຸປະຕິ​ເຫດຫຼຸດ ລົງ​ໃນ​ປີ ນີ້ ​ເນື່ອງ​ຈາກ​ທາງ​ເຈົ້າໜ້າທີ່​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ກວດກາ ​ແລະ ການ​ໂຄສະ ນາ​ຄວາມ​ປອດ​ໄພ​ທາງ​ຖະໜົນ​ໃຫ້​ມວນ​ຊົນ​ໄດ້​ຮັບ​ຮູ້, ພ້ອມ​ດຽວ ກັນ​ຜູ້​ຂັບ​ຂີ່​ກໍ​ມີ​ຄວາມ​ຕື່ນ​ຕົວ​ປະ ຕິບັດ​ລະບຽບຈະລາຈອນ ​ຊຶ່ງ​ເຮັດ​ໃຫ້​ສະພາບ​ອຸປະຕິ​ເຫດ​ໃນ​ຊ່ວງ​ກຸດ​ສົງການ​ປີ​ໃໝ່ ນີ້ ຫຼຸດລົງ​ເປັນ​ຈຳນວນຫຼາຍ ຍ້ອນໃຫ້​ປະຊາຊົນ​ເປັນ​ເຈົ້າຮ່ວມ​ກັນ​ໃນ​ການ​ສະກັດ​ກັ້ນ ​ແລະ ມີ​ສະຕິ​​ໃນ​ການ​ຂັບ​ຂີ່​ເພື່ອ​ຈະ​ປ້ອງ​ກັນ​ອຸປະຕິ​ເຫດ ຕາມ​ທ້ອງ​ຖະໜົນທີ່​ເກີດຂື້ນ.

ເລີ່ມກໍ່ສ້າງຕຶກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ



         ພິທີວາງສີລາລືກເລີ່ມໂຄງ ການກໍ່ສ້າງຕຶກກະຊວງຖະ ແຫລງຂ່າວ ວັດທະ ນະທຳ ແລະ ທ່ອງທ່ຽວ ໄດ້ຈັດຂຶ້ນໃນວັນທີ 11 ເມສາ 2013, ໂດຍການໃຫ້ກຽດ ເຂົ້າຮ່ວມຂອງ ທ່ານ ສຸກັນ ມະຫາລາດ ເຈົ້າຄອງນະຄອນ ຫລວງວຽງຈັນ, ທ່ານ ສຈ. ດຣ ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງຖະແຫລ່ງຂ່າວ ວັດທະ ນະທຳ ແລະ ທ່ອງທ່ຽວ, ມີບັນດາລັດຖະມົນຕີ ຊ່ວຍວ່າການ, ຫົວໜ້າກົມ, ຮອງ ກົມ ແລະ ແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
       ໂຄງການກໍ່ສ້າງຕຶກ ກະຊວງ ກະຊວງຖະແຫລ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ຫລັງໃໝ່ ນີ້ ໄດ້ອອກແບບເປັນຕຶກ 5 ຊັ້ນ ໂດຍເນັ້ນລັກສະນະສະຖາປັດຕິ ຍະກຳແບບຮ່ວມສະໄໝ, ມີຫລັງ ຄາສູງສີ່ດ້ານ, ເປັນມຸກທັງ 4 ດ້ານ, ຊຸ້ມປະຕຸ ແລະ ປ່ອງຢ້ຽມມີ ການຕົບແຕ່ງດ້ວຍສິລະປະລວດ ລາຍລາວ. ທີ່ຕັ້ງຂອງຕຶກປິ່ນ ໜ້າ ໄປທາງທິດໃຕ້ ຕິດກັບຖະໜົນ 450 ປີ, ມີ ລວງຍາວ 107 ແມັດ, ລວງເລິກ 187 ແມັດ, ຂະໜາດ ຂອງຕຶກ ກວ້າງ 25 ແມັດ, ຍາວ 90 ແມັດ ໃນເນື້ອທີ່ທັງໝົດ 20.000 ຕາແມັດ, ໄລຍະການກໍ່ ສ້າງ 2 ປີ ຊຶ່ງຄາດວ່າຈະສຳເລັດ ໃນປີ 2015, ໃນມູນຄ່າການລົງ ທອນ 100 ຕື້ກີບ ໂດຍ ແມ່ນກຸ່ມບໍລິສັດດາວເຮືອງເປັນ ຜູ້ລົງທຶນ ກ່ອນ ດ້ວຍຮູບການປ່ຽນແທນ ກັບຫ້ອງການຂອງອົງການທ່ອງ ທ່ຽວແຫ່ງຊາດໃນ

ຫລາຍແຫ່ງອວຍພອນສົ່ງທ້າຍປີເກ່ົາຕ້ອນຮັບປີໃຫມ່



            ໃນ​ໂອກາດສົ່ງ​ທ້າຍ​ປີ​ເກົ່າ ພສ. 2555 ແລະ​ ຕ້ອນຮັບ​ປີ​ໃໝ່ ລາວ ພສ. 2556 ຢູ່​ບັນດາ​ກະຊວງ, ສຳນັກງານ, ອົງການ​ທຽບ​ເທົ່າຂັ້ນສູນ​ກາງ ແລະ ບັນດາ​​ທ້ອງ​ຖິ່ນເຂດແຂວງ ໃນທົ່ວປະ ເທດ ໄດ້​ຈັດ​ພິທີ​ສະ​ເຫລີ​ມ ສະຫລອງ ​ວັນ​ບຸນ​ສຳຄັນ​ດັ່ງ​ກ່າວຢ່າງ​ຄຶກຄື້ນມ່ວນ​ຊື່ນ ຕາມຮີດ ຄອງປະເພນີອັນດີງາມລາວ ແລະ ຖື​ໂອກາດ​ນີ້​ ສະຫລຸບ​ຜົນງານການຈັດຕັ້ງ ປະຕິບັດໜ້າທີ່ວຽກງານ​ໃນ 1 ປີ​ທີ່​ຜ່ານ​ມາ ​ພ້ອມ​ທັງ​ອວຍ​ໄຊ​ໃຫ້​ພອນ​ ​ແດ່ບັນດາການນຳ ແລະ ​ອວຍ​ໄຊ​ໃຫ້​ພອນ ​ເຊິ່ງກັນ​ ແລະ ​ກັນ.
         ສະ​ເພາະໃນ​ວັນ​ທີ 11 ເມສາ 2013 ຢູ່​ທີ່ ຫ້ອງ​ວ່າການ​ປະທານ​ປະທານປ ະເທດ ​ໄດ້​ຈັດ​ພິທີ​ອວຍ ພອນ​ໃໝ່​  ລາ​ວ ໃຫ້ບັນດາການນຳ ແລະ ພະນັກງານບຳ ນານ ໂດຍມີ ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ປະທານປະເທດ ແຫ່ງ ສປປ. ລາວຕະຫລອດຮອດພະນັກງານອ້ອມຂ້າງຫ້ອງ ວ່າການ​ປະທານ​ປະ​ເທດ​ເຂົ້າຮ່ວມ ດ້ວຍ​ບັນຍາກາດເບີກບານມ່ວນຊື່ນ ຕາມຮີດຄອງ ປະເພນີທີ່ເຄີຍປະຕິບັດມາ. ພ້ອມ​ດຽວ​ກັນນີ້ ທີ່​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ພ້ອມ​ບັນດາ​ກົມ​ກອງ​ອ້ອມ​ຂ້າງ​ ​ເປັນຕົ້ນ: ສຳນັກ​ຂ່າວ ສານ​ປະ​ເທດ​ລາວ, ໜັງສືພິມ​ປະ ຊາຊົນ, ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ.