Ad

Ad

23 January 2013

ລັດຖະບານຍີ່ປຸ່ນມອບເງິນຊ່ວຍເຫຼືອກໍ່ສ້າງເສັ້ນທາງແຕ່ບ້ານ ໂພນສະອາດ-ບ້ານນ້ຳລາ-ບ້ານໂຄ້ງ ເມືອງນ້ຳບາກແຂວງຫຼວງພະບາງ



           ໃນວັນທີ 22 ມັງກອນນີ້ ຢູ່ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ມີພິທີເຊັນສັນຍາໂຄງ ການກໍ່ສ້າງຍົກລະດັບເສັ້ນທາງ ແຕ່ບ້ານໂພນສະອາດ-ບ້ານນ້ຳລາ ແລະ ບ້ານໂຄ້ງ ເມືອງນ້ຳບາກ ແຂວງ ຫຼວງພະບາງ ຊຶ່ງເປັນທຶນ ຊ່ວຍເຫຼືອລ້າຈາກລັດຖະບານ ຍີ່ປຸ່ນ ໃນຈຳນວນ 1 ແສນກວ່າ ໂດລາສະຫະລັດ ລະຫວ່າງ ທ່ານ ນາງ ຈຸນໂກະ ໂຢໂກຕະ ເອກອັກ ຄະລາຊະທູດ ຍີ່ປຸນ ປະຈຳລາວ  ແລະ ທ່ານ ພົບສະຫວາດ ແສນ ດວງເດດ ຫົວໜ້າຫ້ອງການໂຍ ທາທິການ ເມືອງນ້ຳບາກ ແຂວງ ຫຼວງພະ ບາງ ໂດຍເປັນກຽດເຂົ້າ ຮ່ວມຂອງທ່ານ ສົມມາດ ພົນເສ ນາ ລັດຖະມົນຕີວ່າການກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ Yosuke Tsuruho ລັດຖະມົນຕີ ຊ່ວຍວ່າການກະຊວງໂຄງລ່າງທີ່ ດິນ,ຂົນສົ່ງ ແລະ ທ່ອງທ່ຽວ ແຫ່ງປະເທດຍີ່ປຸ່ນ.

ລາວ-ຈີນ ຈັດກອງປະຊຸມພົບປະແລກປ່ຽນດ້ານທຸລະກິດຄັ້ງທີ III



          ກະຊວງ​ແຜນການ ​ແລະ ການ​ລົງທຶນຮ່ວມ​ກັບສະພາ​ການ​ຄ້າ​ ສປ ຈີນ ຈັດ​ກອງ​ປະຊຸມ​ພົບ​ປະ​ແລກປ່ຽນ​ຄັ້ງທີ III ຂຶ້ນ​ໃນ​ວັນ​ທີ 22 ມັງກອນ 2013 ທີ່ ສູນ​ການ​ຄ້າ ຊັ່ງ​ຈ່ຽງ​ໂດຍ​ການ​ເປັນ​ ປະ ທານ ຮ່ວມ​ຂອງ ທ່ານ ດຣບຸນ​ທະວີ ສີ​ສຸພັນ​ທອງ ລັດຖະມົນຕີຊ່ວຍ​ວ່າການ​ກະ ຊວງ​ແຜນ ການ ​ແລະ ການ​ລົງທຶນ, ທ່ານ ນາງ ປູ້​ຈ້ຽນກົວ, ​ເອກ​ອັກຄະ​ລັດ ຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປ ຈີນ ປະ​ຈຳລາວ, ມີ​ບັນດານັກ​ທຸ​ລະ ກິດ ແລະ ​ແຂກ​ທີ່​ຖື​ກເຊີນທັງ​ສອງ​ຝ່າຍ ​ເຂົ້າ​ຮ່ວມ 100 ກວ່າ​ຄົນ.
         ທ່ານ ດຣ. ບຸນ​ທະວີ ສີ​ສຸພັນ​ທອງ ​ໄດ້​ກ່າວ​ວ່າ: ການ​ພົບ​ປະແລກປ່ຽນ​ລະຫວ່າງ​ລັດຖະບານ​ລາວ ​ແລະ ນັກທຸລະ ກິດຈີນ​ ປະ​ຈຳປີ  2013 ຊຶ່ງ​​​ເປັນເວທີ​ປຶກສາ​ຫາລືທີ່​ມີຄວາມ​ໝາຍ​ສຳຄັນ​​​ໃນ​ການ​ແກ້​ໄຂ​ບັນຫາ​ທີ່​ກ່ຽວ​ພັນ​ກັບ​ການ​ປັບປຸງ​ສະພາບ​ແວດ​ລ້ອມ​ຂອງ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ການ​ລົງທຶນ​ຢູ່ ສປປ ລາວ ຊຶ່ງ​ການ​ລົງທຶນ​ຂອງ​ພາກ​ທຸລະ​ກິດ​ເອກະ​ຊົນ​ຈາກ ສປ ຈີນ ກໍ່​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ລາວ.​ເພື່ອ​ບັນລຸ​ເປົ້າ​ໝາຍ​​ໂດຍ​ສະ​ເພາະ​ແມ່ນ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງ​ທີ VII (2011-2015) ​ໃຫ້​ບັນລຸ​ອັດຕາ​ການ​ຂະ​ຫຍາ​ຍຕົວ​ທາງ​ດ້ານ​ເສດຖະກິດ​ມະຫາ​ພາກຕ່ຳ​ສຸດ​ບໍ່​ໃຫ້​ຫລຸດ

ໂຮງໝໍ​ແມ່ ​ແລະ ​ເດັກ​ມອບ​ເຄື່ອງມື​ຜ່າຕັດໃຫ້​ໂຮງໝໍ​​ ເມືອງ​ຄູນແຂວງ​ຊຽງ​ຂວາງ



      ພະນັກງານ​ແພດ​ໝໍ​ຢູ່​ໂຮງໝໍ​ເມືອງ​ຄູນ ​ແຂວງ​ຊຽງ​ຂວາງ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ແລະ ພາກພູມ​ໃຈ​ທີ່​ຄຸນ​ນະພາ​ບ​ການ​ປິ່ນປົວ​ຄົນ​ເຈັບ​ຢູ່​ໂຮງໝໍ​ຕົນ​ຈະ​ມີ​ປະສິດ ທິພາບ​ສູງ​ອີກ​ບາ​ດກ້າວ​ໜຶ່ງ ​ໂດຍ​ສະ​ເພາະ​ກ​ານ​ຜ່າຕັດ​ປິ່ນປົວ​ຄົນ​ເຈັບ ຫລັງ​​ໂຮງໝໍ​ແມ່ ​ແລະ ​ເດັກ ​ໄດ້​ນຳ​ອຸປະກອນ​ເຄື່ອງມື​ຜ່າຕັດ​ມອບ​ໃຫ້​ໂຮງໝໍ​ດັ່ງກ່າວ ​ໃນ​ວັນ​ທີ 22 ມັງກອນ​ນີ້ ​ເຊິ່ງ​ໃຫ້​ກຽດ​ມອບ​ໂດຍ​ທ່ານຮອງ​ສາ​ສະ​ດາ​ຈານ ດຣ.ບົວ​ວັນ ​ແສນ​ສະຖິດ ອຳນວຍ ​ການ​ໂຮງໝໍ​ແມ່ ​ແລະ ​ເດັກ ​ແລະ ຮັບ​ໂດຍ​ທ່ານ ດຣ. ບົວ​ເກດ ວົງ​ປະ​ເສີດ ຫົວໜ້າ​ໂຮງໝໍ​ເມືອງ​ຄູນ.
    ​ອຳນວຍ​ການ​ໂຮງໝໍ​ແມ່ ​ແລະ ​ເດັກ ກ່າວ​ວ່າ: ອຸປະກອນ​ທີ່​ນຳ​ມາ​ມອບ​ນີ້ປະກອບ​ມີ​ໂຕະ​ຜ່າຕັດ, ​ເຄື່ອງ​ວາງຢາ​ສະຫລົບ,​ເຄື່ອງມື​ຜ່າຕັດ ​ເຊິ່ງ​ໄດ້​ມາ​ຈາກ​ການ​ສະ ໜັບສະໜູນ​ງົບປະມານ​ຈາກ​ຕ່າງ ປະ​ເທດ ​ແລະ ງົບປະມານ​ຂອງ​​ໂຮງໝໍ​ແມ່ ​ແລະ ​ເດັກ. ນອກ​ຈາກນີ້ຍັງ​ໄດ້​​ເຝິກອົບຮົມ​ໃຫ້​ພະນັກງານ​ແພດ​ໝໍ​ຂອງ​ໂຮງໝໍ​ເມືອງ​ຄູນ​ຮູ້​ນຳ​ໃຊ້​ອຸປະກອນ​ດັ່ງກ່າວ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃນ​ການຜ່າຕັດ​ສຸກ​ເສີນ, ດ້ານ​ປະສູດ,ພະຍາດ​ຍິງ ​ເພື່ອ​ຫລຸດຜ່ອນ​ອັດຕາ​ການ​ຕາຍ​ຂອງ​ແມ່ ​ແລະ ​ເດັກ​ໃນຕໍ່ໜ້າ.

ນະຄອນຫລວງຈະ​ເລັ່ງປັບປຸງ​ບັນດາ​ເສັ້ນທາງໃນ​ຕົວ​ເມືອງ​ໃຫ້​ໄດ້​ມາດຕະຖານ



    ພະ​ແນ​ກ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ນະຄອນຫລວງ​ວຽງ​ຈັນ ມີ​ແຜນ​ຈະ​ປັບປຸງ ​ແລະ ກໍ່ສ້າງ​ເສັ້ນ ທາງ​ຫລາຍ​ເສັ້ນພາຍ​ໃນ​ເທສະ​ບານ​ເມືອງຫລັງ​​ເຫັນ​ວ່າ​ເສັ້ນທາງ ​ຈຳນວນ​ໜຶ່ງ​​ເປ່​ເພຍ້ອນ​ກໍ່ສ້າງ​ມາ​ໄດ້​ຫລາຍ​ປີ ​ແລະ ສະພາບ​ພາຫະ ນະ​ກໍ​ເພີ່ມ​ຂຶ້ນຫລາຍ ສ້າງ​ຄວາມ​ແອ​ອັດ ​ເຊິ່ງຈຳ​ເປັນ​ຕ້ອງ​ມີ​ການ​ຂະຫຍາຍ​ເສັ້ນທາງ​ໃຫ້​ຫລາຍ​ຂຶ້ນ.
    ທ່ານ ​ເດດສົງຄາມ ທຳ​ມະ​ວົງ ຫົວໜ້າ​ພະ​ແນ​ກ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ນະຄອນຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ​ໃນ​ຊຸມ​ປີ​ຕໍ່ໜ້າ​ນີ້ ​ເພື່ອ​ຮັບປະກັນ​ໃຫ້ການ​ຄົມມະນາ ຄົມ​ເຊື່ອມ​ຈອດ​ລະຫວ່າງ​ຕົວ​ເມືອງ, ​ເຂດ​ຊານ​ເມືອງ ​ແລະ ​ເຂດ​ນອກ​ເມືອງ​ໃຫ້​ມີ​ຄວາມ​ສະດວກ ສາມາດ​ຮອງ​ຮັບ​ການ​ຂະຫຍາຍ ຕົວ​ຂອງ​ຕົວ​ເມືອງ ຈະ​ໄດ້​ສຸມ​ໃສ່​ການ​ກໍ່ສ້າງ​ເສັ້ນທາງ​ສາຍ​ຫລັກ​ຂອງ​ຕົວ​ເມືອງ, ​ເສັ້ນທາງ​ວົງ​ແຫວນ​ຮອບ​ໃນ ​ແລະ ຮອບ​ນອກ ​ໂດຍ​ສະ​ເພາະ​ສືບຕໍ່​ສ້ອມ​ແປງ​ທາງ​ໃຫ້​ເປັນ​ປົກກະຕິ, ກໍ່ສ້າງ​ເສັ້ນທາງ​ທີ່​ນຳ​ໃຊ້​ເງິນ​ກູ້​ຈາກ ສປ ຈີນ, ການ​ປູຢາງ​ທັບ​ເສັ້ນທາງ, ຊຸກຍູ້​ເສັ້ນທາງ​ທີ່​ບັນດາ​ເອກະ​ຊົນ​ພາຍ​ໃນ​ລົງທຶນ​ກ່ອນ​ໃຫ້​ສຳ​​ເລັດ​ຕາມ​ແຜນ ​ແລະ ບັນດາ​ເສັ້ນທາງ​ຮ່ອມ​ຢູ່​ສີ່​ຕົວ​ເມືອງ​ໃນ​ໂດ​ຍລັດ ​ແລະ ປະຊາຊົນ​ຮ່ວມ​ກັນ​ລົງທຶນ​ກໍ່ສ້າງ​ເປັນຕົ້ນ.

Acer ເປີດຕົວຜະລິດຕະພັນຮຸ່ນໃໝ່ ຫວັງເປັນທາງເລືອກໃໝ່ໃຫ້ແກ່ລູກຄ້າ



        ພາຍຫຼັງຍອດຈຳໜ່າຍເຄື່ອງ ຄອມພິວເຕີ Acer ຕະຫຼອດ ໄລຍະ 10 ປີ່ຜ່ານມາໄດ້ຮັບຄວາມນິຍົມ ເປັນຢ່າງດີຈາກລູກຄ້າ, ຕົວແທນ ຈຳໜ່າຍຄອມພິວເຕີ Acer ຈຶ່ງ ພະ ຍາຍາມນຳເອົາຜະລິດຕະພັນທຸກ ຮຸ່ນໂດຍສະເພາະຜະລິດຕະພັນ ຮຸ່ນໃໝ່ທັນຍຸກທັນສະໄໝມາ ພ້ອມ ກັບການອອກແບບທີ່ຫຼູຫຼາ,ມີຄຸນ ສົມບັດແຫ່ງຄວາມເປັນເຕັກໂນ ໂລຊີເໜືອກວ່າທີ່ຄິດມາສູ່ຕະ ຫຼາດລາວເພື່ອເປັນທາງເລືອກ ໃໝ່ ໃຫ້ແກ່ລູກຄ້າ.
          ທ່ານ ທີວາ ບຸກຄຸນທ໊ອດ (Tiwa BOOKKHOONTOD) ຜູ້ຈັດການໃຫຍ່ຕົວແທນ ຈຳໜ່າຍ ຄອມພິວເຕີຮຸ່ນ Acer ຢູ່ ນະຄອນ ຫຼວງວຽງຈັນ ກ່າວວ່າ:ຈາກການ ເຕີບໃຫຍ່ຂະຫຍາຍຕົວຂອງຍອດ ຈຳໜ່າຍເຄື່ອງ ຄອມພິວເຕີ ຮຸ່ນ Acer ໃນຕະຫຼອດໄລຍະ 10 ປີທີ່ ຜ່ານມາເຫັນວ່າລູກຄ້າ ແລະ ຜູ້ໃຊ້ ບໍລິການຢູ່ລາວມີຄວາມນິຍົມ ແລະ ສົນໃຈຜະລິດຕະພັນດັ່ງກ່າວ ນັບມື້ນັບເພີ່ມຂຶ້ນ ໂດຍສັງເກດໄດ້ ຈາກຍອດຈຳໜ່າຍທີ່ນັບມື້ນັບ ເພີ່ມຂຶ້ນທຸກປີ.

ອາກາດໜາວຕ້ອງເອົາໃຈໃສ່ຮັກສາສຸຂະພາບ



     ເວົ້າລວມແລ້ວ ປີນີ້ອາກາດ ໜາວມາຊ້າກວ່າທຸກປີຜ່ານມາ ຢູ່ປະເທດເຮົາ ເຊິ່ງຕາມປົກກະຕິ ແລ້ວ,ອາກາດ ໜາວຈະເລີ່ມແຕ່ ເດືອນພະຈິກຂອງທຸກໆປີກໍດັ່ງ ຄຳກອນກ່າວໄວ້ວ່າ: “ເດືອນ 11 ຫົວລົມຕ້ອງ ເດືອນ 12 ຫົວລົມ ຕ່າວ” ນີ້ໝາຍເຖິງຍາມໜາວໄດ້ ຫຍັບເຂົ້າມາເຖິງແລ້ວໃຫ້ທຸກ ຄົນຈົ່ງມີຄວາມກຽມພ້ອມເພື່ອ ຮັບມືກັບຍາມ ໜາວດັ່ງກ່າວ ໂດຍ ສະເພາະບັນດາເຂດແຂວງຢູ່ທາງ ພາກເໜືອລາວອາກາດຈະໜາວ ແຮງກວ່າເຂດແຂວງອື່ນ ຂອງ ປະເທດ, ສ່ວນຢູ່ພາກໃຕ້ອາກາດ ຈະໜາວແຮງຢູ່ພຽງບໍລະເວນ ເມືອງປາກຊ່ອງ-ດົງບໍລະເວນ, ສ່ວນຢູ່ນະ ຄອນຫລວງວຽງຈັນ ອາກາດໜາວກໍຈະບໍ່ຮ້າຍແຮງ ປານໃດ ແລະ ຢູ່ເຂດນີ້,ອາກາດ ໜາວມັກຈະເລີ່ມຂຶ້ນພາຍ ຫລັງສຳເລັດບຸນນະມັດສະການ ພະທາດຫລວງ ຄືລະຫວ່າງທ້າຍ ເດືອນພະຈິກຂອງທຸກໆປີ. ແຕ່ປີນີ້ ອາກາດ ໜາວມາຊ້າ ແລະ ບໍ່ ໜາວແຮງດັ່ງຜ່ານມາ. ແຕ່ເຖິງ ວ່າສະພາບອາກາດຈະມີການ ປ່ຽນແປງບໍ່ໄປຕາມລະດູການ ຂອງມັນກໍຕາມໂດຍສະເພາະ ແມ່ນຢູ່ບັນດາແຂວງພາກເໜືອ ແລະ ພາກກາງຕອນເໜືອຄືເຂດ ເມືອງຮົ່ມ,ໄຊສົມ ບູນ, ເຂດຊຳ ທອງລ່ອງແຈ້ງເມື່ອກ່ອນ. ໃນປັດ

ນ້ຳມັນແອັດຊັງຂຶ້ນລາຄາ 80 ກີບ/ ລິດ



     ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ອອກ​ແຈ້ງ​ການ​ສະບັບ​ເລກທີ 0104, ລົງ​ວັນ​ທີ 18 ມັງກອນ 2013 ​ເພື່ອ​ໃຫ້​ບັນດາ​ບໍລິສັດ​ນ້ຳມັນ​ເຊື້ອ​ໄຟ​ຢູ່​ນະຄອນຫລວງ​ວຽງ​ຈັນ, ຄຳ​ມ່ວນ, ສະຫວັນ​ນະ​ເຂດ, ຈຳປາ​ສັກ, ບໍ່​ແກ້ວ ​ແລະ ຊຽງ​ຂວາງ ປັບ​ລາຄາ​ນ້ຳມັນ​ເຊື້ອ​ໄຟ​ຂາຍຍ່ອຍ​ໜ້າປ້ຳ ​ເຊິ່ງ​ເລີ່​ມ​ແຕ່​​ເວລາ 6:00 ​ໂມງ​ເຊົ້າ ຂອງວັນ​ທີ 22 ມັງກອນ ​2013 ​ເປັນຕົ້ນ​ໄປ.
      ສຳລັບ​ລາຄາ​ທີ່​ປັບ​ຂຶ້ນ​ແມ່ນ 80 ກີບ​ຕໍ່​ລິດ ສະ​ເພາະ​ນ້ຳມັນ​ແອັດ​ຊັງ ​ເຊິ່ງຢູ່​ນະຄອນຫລວງ​ວຽງ​ຈັນ ​ແອັດ​ຊັງ​ພິ​ເສດ​ຈະ​ມີ​ລາຄາ​ລິດ​ລະ 11.730 ກີບ, ​ແອັດ​ຊັງ​ທຳ​ມະ​ດາ 10.480 ກີບ ​ແລະ ກາ​ຊວນ 9.280 ກີບ; ​ແຂວງ​ຄຳ​ມ່ວນ ​ແອັດ​ຊັງ​ພິ​ເສດ 11.720 ກີບ, ​ແອັດ​ຊັງ​ທຳ​ມະ​ດາ 10.520 ກີບ ​ແລະ ກາ​ຊວນ 9.320 ກີບ; ​ແຂວງ​ສະຫວັນ​ນະ​ເຂດ ​ແອັດ​ຊັງ​ພິ​ເສດ 11.840 ກີບ, ​ແອັດ​ຊັງ​ທຳ​ມະ​ດາ 10.530 ກີບ ​ແລະ ກາ​ຊວນ 9.320 ກີບ; ​ແຂວງ​ຈຳປາ​ສັກ ​ແອັດ​ຊັງ​ພິ​ເສດ 11.840 ກີບ, ​ແອັດ​ຊັງ​ທຳ​ມະ​ດາ 10.520 ກີບ ​ແລະ ກາ​ຊວນ 9.320 ກີບ; ​ແຂວງ​ບໍ່​ແກ້ວ ​ແອັດ​ຊັງ​ທຳ​ມະ​ດາ 10.600 ກີບ ​ແລະ ກາ​ຊວນ 9.380 ກີບ ​ແລະ ​ແຂວງ​ຊຽງ​ຂວາງ ​ແອັດ​ຊັງ​ທຳ​ມະ​ດາ 10.710 ກີບ ​ແລະ ກາ​ຊວນ 9.450 ກີບ.
    ການ​ປັບ​ຂຶ້ນລາຄາ​ໃໝ່​ນີ້​ແມ່ນ​ອີງ​ຕາມ​ສະພາບ​ລາຄາ​ຊື້-ຂາຍ​ນ້ຳມັນ​ເຊື້ອ​ໄຟ​ຢູ່​ຕະຫລາດ​ໂລກ​ໄດ້​ມີ​ການ​ປ່ຽນ​ແປງ ​ແລະ ​ເພື່ອ​ໃຫ້​ສອດຄ່ອງ​ຕາມ​ກົນ​ໄກ​ຕະ ຫລາດ ​ໂດຍ​ໃຫ້​ເລີ່​ມປະຕິບັດ​ໃນ​ວັນ​ທີ 22 ມັງກອນ 2013 ​ເປັນຕົ້ນ​ໄປ.

ແຂວງເຊກອງປະຕິບັດນະໂຍ ບາຍຕໍ່ພະນັກງານນັກຮົບທະຫານດີເດ່ັນ



           ແຫລ່ງຂ່າວຈາກແຂວງ ເຊກອງ ລາຍງານວ່າ:ໃນກອງ ປະຊຸມປະຈຳປີ 2012 ຂອງກອງ ບັນຊາ ການທະຫານແຂວງຕົນ ທີ່ຈັດຂຶ້ນໃນ​ວັນທີ 18 ມັງກອນ ນີ້ໄດ້​​ມອບ​ໃບ​ຍ້ອງຍໃຫ້ໍແກ່​ຜູ້​ທີ່​ມີ​ຜົນງານ​ດີ​ເດັນ​ໃນ 1 ປີຜ່ານມາ ກວ່າ 1.200 ຄົນ.ຂະນະດຽວກັນ ກໍໄດ້ປະກາດເລື່ອນຊັ້ນຮ້ອຍເອກ ຂຶ້ນພັນ ຕີ 6 ຄົນ,ຮ້ອຍໂທຂຶ້ນຮ້ອຍ ເອກ 15 ຄົນ;ຮ້ອຍຕີຂຶ້ນຮ້ອຍໂທ 36 ຄົນ ​ແລະ ສິບເອກຂຶ້ນຮ້ອຍຕີ 71 ຄົນ.
       ທ່ານພັນເອກ ສົມທອງ ດອນ ກັນນ້ອຍ ກຳມະການປະຈຳ​ພັກ​ແຂວງ​,ຫົວໜ້າການ​ເມືອງ​ກອງ​ບັນຊາ​ການທະ ຫານ​ແຂວງເຊ ກອງໄດ້ຍົກ​ໃຫ້​ເຫັນ​ເຖິງ​ຜົນງານ​ການ​ຊີ້ນຳ-ນຳພາຂອງຄະນະ ພັກ, ຄະນະ​ບັນຊາໃນ​ໄລຍະ 2 ປີ ຜ່ານມາ ຄືປີ 2010- 2012 ແລະ ສະເໜີ ທິດທາງແຜນການແຕ່ນີ້ ເຖິງປີ 2015 ກໍຄືທິດທາງແຜນ ການສົກປີນີ້. ຂະນະດຽວກັນກໍໄດ້​ເຜີຍ​ແຜ່​​ມະຕິ 03 ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກວ່າ​ດ້ວຍ​ສ້າງ​ແຂວງ​ເປັນ​ຫົວໜ່ວຍ​ຍຸດ​ທະ​ສາດ,  ສ້າງ​ເມືອງ​ເປັນ​ຫົວໜ່ວຍ​ເຂັ້ມ​ແຂງ​ຮອບດ້ານ ແລະ​ສ້າງ​ບ້ານ​ເປັນ​

ການກໍ່ສ້າງລະບົບນ້ຳປະປາ ເມືອງສອງຄອນຄືບຫນ້າກວ່າ 50%



        ແຫລ່ງຂ່າວຈາກ ແຂວງສະ ຫວັນນະເຂດ ລາຍງານວ່າ:ປະ ຊາຊົນ 12 ບ້ານ ເມືອງສອງຄອນ ຕ່າງກໍດີໃຈ ທີ່ອີກບໍ່ດົນ ນີ້ຈະໄດ້ ຊົມໃຊ້ນ້ຳປະປາ ຫລັງບໍລິສັດ ພຸດ ປະເສີດກໍ່ສ້າງ ໄດ້ກໍ່ສ້າງລະບົບ ນຳ້ປະປາສຸຂະພິບານ ຢ່າງຕໍໍ່ ເນື່ອງ ເຊິ່ງມາ ຮອດປັດຈຸບັນສຳ ເລັດແລ້ວ 57%ຫລັງກໍ່ສ້າງແຕ່ ທ້າຍເດືອນກຸມພາ 2012 ເປັນຕົ້ນ ມາ.ທ່ານ ອານຸສັກ ຊາພັກດີ ວິຊາ ການປະ ຈຳໂຄງການກໍ່ສ້າງລະ ບົບນ້ຳປະປາສຸຂະພິບານ ເມືອງ ສອງຄອນ ເປີດເຜີຍຕໍ່ຜູ້ສື່ຂ່າວ ແຂວງສະ ຫວັນນະເຂດວ່າ: ມາ ຮອດ ປັດຈຸບັນ,ໂຄງການກໍ່ສ້າງ ລະບົບນ້ຳປະປາ ແລະສຸ ຂະພິ ບານ ຢູ່ເທສະບານເມືອງສອງ ຄອນສຳເລັດແລ້ວ 57%ໂດຍ ໄດ້ຮັບ ທຶນຊ່ວຍເຫລືອລ້າຈາກ ທະນາຄານ ພັດທະນາອາຊີ  2,6 ລ້ານໂດລາສະຫະລັດ ແລະໂຄງ ການນີ້ສາມາດນຳຜົນປະໂຫຍດ ຢ່າງຫລວງຫລາຍ ໃຫ້ແກ່ປະຊາ ຊົນກວ່າ 13 ພັນຄົນຢູ່ 12 ບ້ານ ໂຄງການກໍ່ສ້າງລະບົບນ້ຳປະປາ ເມືອງສອງຄອນ ເປັນໂຄງ ການ ໃຫຍ່ຖ້າກໍ່ສ້າງສຳເລັດມື້ໜຶ່ງຈະ ສະໜອງນ້ຳໃຫ້ປະຊາຊົນຊົມໃຊ້ 3.800 ແມັດກ້ອນໂດຍທຸກວຽກ ຂອງໂຄງ ການຄືບໜ້າ ເປັນສ່ວນ

ບໍລິສັດຕ່າງໆມອບເງິນຊຸກຍູ້ກອງປະຊຸມທ່ອງທ່ຽວອາຊຽນ ຄັ້ງທີ 32



      ​ຕອນ​ບ່າຍ​ວັນ​ທີ 22 ມັງກອນ ນີ້, ຢູ່ກະຊວງ​ຖະ​ແຫລງຂ່າວ​, ວັດ ທະນະທຳ ​ແລະ ທ່ອງ​ທ່ຽວ ​ໄດ້​ມີ ພິທີ​ມອບ​-ຮັບ​ເງິນຊຸກຍູ້ກອງປະ ຊຸມທ່ອງທ່ຽວອາຊຽນ ຄັ້ງທີ 32 ໂດຍມີ​ບັນດາ​ບໍລິສັດ​ ​ແລະ ລັດ​ວິ​ສາ​ຫະກິດ​ຕ່າງໆ​ເຊັ່ນ: ກຸ່ມບໍລິສັດ ຄຳ​ໄພ​ຊະ​ນະ​ກໍ່ສ້າງ ຈຳນວນ 10 ພັນ​ໂດ​ລາ, ບໍລິສັດທ່ອງ​ທ່ຽວ​ວຽງ​ຈຳ​ປາຈຳກັດ ສະໜັບສະໜູນ 10 ລ້ານກີບ, ລັດ​ວິ​ສາ​ຫະກິດ​ລາວ ເດີນ​ອາກາດ ຈຳນວນ 10 ລ້ານ ກີບ ​ແລະ ລັດ​ວິ​ສາ​ຫະກິດ​ນ້ຳມັນ​ເຊື້ອ​ໄຟ​ລາວ ຈຳນວນ 10 ລ້ານ ກີບ. ເປັນ​ກຽດ​​ຮັບ​ໂດຍທ່ານ ສຈ. ດຣ. ບໍ່​ແສງ​ຄຳ ວົງ​ດາລາ ລັດຖະ ມົນຕີ​ວ່າການ​ກະຊວງ​ຖະ​ແຫລງ ຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ. 
      ໂອກາດ​ນີ້, ທ່ານ ສຈ.ດຣ. ບໍ່​ແສງ​ຄຳ ວົງ​ດາລາ ​ໄດ້​​ໃຫ້​ກຽດ ມອບ​ໃບ​ຍ້ອງຍໍ ​ແລະ ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ບັນດາ​ບໍລິສັດ ແລະ ລັດ​ວິ​ສາ​ຫະກິດດັ່ງກ່າວ ທີ່​ໄດ້​ໃຫ້​ການຊຸກຍູ້ປະກອບສ່ວນ​ຊ່ວຍ​ເຫຼືອອັນ​ມີ​ຄຸນຄ່າ​ເຂົ້າ​ໃນ​ກອງ​ປະຊຸມທ່ອ​ງທ່ຽວ​ອາ​ຊຽນ​ເທື່ອ​ນີ້ ເພື່ອເຮັດໃຫ້ກອງປະຊຸມ ດັ່ງກ່າວ​ປະສົບ​ຜົນສຳ​ເລັດ​ລຸ​ລ່ວງ​ໄປ​ດ້ວຍ​ດີ ແລະ ໃຫ້ຄຳໝັ້ນສັນຍາ​ວ່າ: ຈະ​ນຳ​ເອົາ​ເງິນ​ຈຳນວນດັ່ງ ກ່າວໄປ​ນຳ​ໃຊ້​ໃຫ້​ຄຸ້ມ​ຄ່າ ​ແລະ ຖືກຕ້ອງຕາມ​ຈຸດປະສົງ.

ຕົວແທນບ້ານທີ່ຫນຸ່ມນ້ອຍ ແຕ່ມີຄວາມຫ້າວຫັນຕໍ່ວຽກງານພັດທະນາຊຸມຊົນ



     “ຜ່ານມານ້ອງບໍ່ເຄີຍມາປະຊຸມ ຢູ່ຂັ້ນເມືອງຄືແນວນີ້ຈັກເທື່ອ ແລະ ເປັນເທື່ອທຳອິດທີ່ນ້ອງພ້ອມດ້ວຍ ຕົວແທນກຸ່ມບ້ານຄົນອື່ນໆຂຶ້ນມາ ນຳສະເໜີແຜນພັດທະນາກຸ່ມ ບ້ານ. ສະນັ້ນ ນ້ອງຈຶ່ງເວົ້າບໍ່ເກັ່ງ ແລະ ມີຄວາມອາຍຫລາຍທີ່ໄປ ຢືນຢູ່ຕໍ່ໜ້າຫລາຍໆຄົນຄືແນວ ນັ້ນ”. ນີ້ແມ່ນຄຳເວົ້າຂອງນາງ ຈັນທະລີ ເນັ່ງຈົງດີ ໜຶ່ງໃນຕົວ ແທນກຸ່ມບ້ານເນີນສູງ ທີ່ເຂົ້າຮ່ວມ ກອງປະຊຸມປະສານງານການ ວາງແຜນຂັ້ນເມືອງໂພນໄຊ ແຂວງຫລວງພະບາງ ເຊິ່ງຈັດຂຶ້ນ ເມື່ອຕົ້ນເດືອນມັງກອນ.
    ນາງ ຈັນທະລີ ເປັນຄົນເຜົ່າມົ້ງ ມາຈາກບ້ານລ້ອງແງດ ກຸ່ມບ້ານ ເນີນສູງ. ນາງມີອາຍຸພຽງ 18 ປີ, ແຕ່ນາງໄດ້ເປັນຜູ້ໜຶ່ງທີ່ໄດ້ຮັບ ຄວາມເຊື່ອໃຈ ແລະ ຖືກຄັດເລືອກ ຈາກປະຊາຊົນຈຳນວນ 4 ບ້ານ ເພື່ອໃຫ້ເປັນຕົວແທນກຸ່ມບ້ານຂຶ້ນ ມາປ້ອງກັນເອົາແຜນພັດທະນາ ຂອງກຸ່ມບ້ານຂອງຕົນ ຢູ່ກອງປະ ຊຸມປະສານງານວາງແຜນຂັ້ນເມືອງເທື່ອນີ້.

ເມືອງໄຊຍະບູລີ ປະຕິບັດວຽກງານ 3 ສ້າງຢ່າງຕັ້ງຫນ້າ



    ທ່ານນາງ ບຸນພັກ ອິນທະປັນ ຍາ ກຳມະການປະຈຳພັກແຂວງ, ເລຂາພັກ, ເຈົ້າເມືອງໄຊຍະບູລີ ໄດ້ໃຫ້ສຳ ພາດຕໍ່ສື່ມວນຊົນ ໃນ ວັນທີ 19 ມັງກອນວ່າ: ການຈັດ ຕັ້ງປະຕິບັດວຽກງານ 3 ສ້າງ ຢູ່ ເມືອງໄຊຍະບູລີທີ່ ໄດ້ກຳ ນົດເອົາ 2 ບ້ານ ຄືບ້ານພັດທະນານາຫລາ ແລະ ບ້ານນາຊຳ ເປັນບ້ານທົດ ລອງປະຕິບັດ ເຊິ່ງຜ່ານການທົດ ລອງໃນໄລຍະ 1 ເດືອນກວ່າ ເຫັນວ່າໄດ້ມີປັດໄຈໃໝ່ເກີດຂຶ້ນ ຫລາຍ, ໃນນັ້ນບ້ານນາຫລາມີ 64 ໂຄງການ ມູນຄ່າ 16 ຕື້ກວ່າກີບ, ໂຄງການສ່ວນໃຫຍ່ຈະເປັນການ ລົງທຶນຂອງລັດສ່ວນໜຶ່ງ ເຊິ່ງປະ ຊາຊົນ ແລະ ເອກະ ຊົນມີສ່ວນ ຮ່ວມ ໂດຍໄດ້ທົດລອງປະຕິບັດ ກຸ່ມເກັບຊື້, ຜະລິດເຂົ້າມີ 40 ເຮັກ ຕາ ແລະ 2 ເຮັກຕາກວ່າ ຜະລິດ ແນວພັນ, ມີກຸ່ມລ້ຽງສັດ ແລະ ປູກພືດຕ່າງໆ ເພື່ອສະໜອງໃຫ້ ໂຄງການໄຟຟ້ານ້ຳຂອງເປັນຕົ້ນຕໍ. ສຳລັບ ບ້ານນາຊຳ ໄດ້ເອົາ 2 ບ້ານໂຮມເຂົ້າກັນ ມີ 59 ໂຄງ ການ ມູນຄ່າ 33 ຕື້ກວ່າກີບ, ມີກຸ່ມ ປູກພືດເປັນສິນຄ້າ, ລ້ຽງສັດ, ປູກ ພືດຜັກອິນຊີ ແລະ ລ້ຽງປາກະຊັງ

ທ່ອງທ່ຽວລາວ ໄດ້ຮັບການພັດທະນາ ແລະ ເຊື່ອມໂຍງກັບພາກພື້ນເທື່ອລະກ້າວ



ໂດຍ : ຂ. ຊານຸບານ
      ໂດຍລວມແລ້ວ ມາຮອດປັດ ຈຸບັນ, ການທ່ອງທ່ຽວລາວເຮົາ ພາຍໃຕ້ຄຳຂວັນທີ່ວ່າ : “ ທ່ອງ ທ່ຽວວັດທະນະທຳ-ທຳມະຊາດ ແລະ ປະຫວັດສາດ ” ນັ້ນ, ນັບມື້ ໄດ້ຮັບການພັດທະນາ ແລະ ສາ ມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນເທື່ອລະກ້າວ, ການ ປະຕິບັດຍຸດທະສາດລາວທ່ຽວ ລາວ ນັບມື້ກວ້າງຂວາງ, ແຫລ່ງ ທ່ອງທ່ຽວຫລາຍແຫ່ງໄດ້ຮັບ ການພັດທະນາ ແລະ ຄຸ້ມຄອງ ເປັນຢ່າງດີ ເຊິ່ງໄລ່ມາຮອດປັດຈຸ ບັນ ທົ່ວປະເທດມີແຫລ່ງທອງ ທ່ຽວທັງຫມົດເກືອບ 1.500  ແຫ່ງ. ໃນນັ້ນມີແຫລ່ງທ່ອງທ່ຽວ ທຳມະຊາດ 840 ກວ່າແຫ່ງ, ແຫລ່ງທ່ອງທ່ຽວວັດທະນະທຳ 435 ແຫ່ງ ແລະ ແຫລ່ງທ່ອງ ທ່ຽວປະຫວັດສາດຫລາຍກວ່າ 200 ແຫ່ງ ແລະ ແຫລ່ງທ່ອງ ທ່ຽວເຫລົ່ານັ້ນໄດ້ເປີດບໍລິການ ແລ້ວຫລາຍກວ່າ 430 ແຫ່ງ, ສະເພາະສົກປີຜ່ານມາ ລາວສາ ມາດດຶງດູດນັກທ່ອງທ່ຽວເຂົ້າ ປະເທດໄດ້ເກືອບ 3 ລ້ານຄົນ, ອັນໄດ້ສ້າງລາຍຮັບໄດ້ປະມານ 400 ລ້ານໂດລາສະຫະລັດ ຂະ ແຫນງການດັ່ງກ່າວໃຫ້ຮູ້ວ່າ : ຜົນສຳເລັດດັ່ງກ່າວ, ໄດ້ມາກໍ ຍ້ອນຄວາມຕັ້ງຫນ້າພະຍາຍາມ ຂອງຂະແຫນງການກ່ຽວຂ້ອງ ກໍຄືການອູ້ມຊູຊ່ວຍເຫລືອຕັ້ງໃຈປະ ຕິບັດໂຄງການພັດທະນາທ່ອງ ທ່ຽວແບບຍືນຍົງ, ໂດຍໄດ້ສຸມໃສ່ ລົງສະຫລວດເກັບກຳຂ້ໍມູນພື້ນ

ນາງງາມ ລັດມິນິໂຊຕາ ສະຫະລັດອາເມລິກາຢ້ຽມຢາມ ບໍລິສັດ ລາວຟອດ ຊິຕີ



       ໃນໂອກາດທີ່ນາງ ນິດຕະຍາ ປານມາໄລທອງ ນາງງາມລັດ ມິນິໂຊຕາ ສະຫະລັດອາເມລິກາ ເດີນທາງມາຢ້ຽມຢາມລາວໃນ ລະຫວ່າງວັນທີ 13-27 ມັງກອນ ນີ້, ນາງ ນິດຕະຍາ ໄດ້ໄປຢ້ຽມ ຢາມບໍລິສັດລາວຟອດ ຊິຕີ ຢູ່ ບ້ານຂຸນຕາ ເມືອງສີໂຄດຕະ ບອງ ນະຄອນຫລວງວຽງຈັນ ເພື່ອພົບປະກັບຄະນະຜູ້ບໍລິຫານ, ພະນັກງານຂອງບໍລິສັດ ແລະ ຊົມຫ້ອງຂາຍລົດຍີ່ຫໍ້ຟອດ.
      ນາງນິດຕະຍາ ແມ່ນຍິງສາວ ສັນຊາດອາເມລິກາ ເຊື້ອສາຍ ລາວ  ທີ່ເປັນນາງງາມຂອງ ລັດມິນິໂຊຕາ ຂອງສະຫະລັດ ອາເມລິກາ 2012 ແລະ ຕຳແໜ່ງ ດັ່ງກ່າວເຮັດໃຫ້ນາງກ້າວໄປ ຮອດເວທີປະກວດນາງສາວ ສະຫະລັດ ອາເມລິກາ ( Miss USA )  ແລະ ການເດີນທາງມາ ຢ້ຽມລາວຄັ້ງນີ້ ໄດ້ຮັບການ ເຊື້ອເຊີນຈາກສະຖານທູດສະຫະ ລັດ ອາເມລິກາປະຈຳລາວ ເພື່ອ ໃຫ້ນາງຊ່ວຍໂຄສະນາ ເຜີຍແຜ່ ແລະ ສົ່ງເສີມສາຍພົວ ພັນທາງ ດ້ານທຸລະກິດ, ການສຶກສາ, ວັດທະນະທຳ ລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ.